ຄວາມຫວັງຂອງມວນມະນຸດ! ເມື່ອນັກວິທະຍາສາດພົບວ່າຊັ້ນໂອໂຊນກຳລັງຟື້ນຕົວອີກຄັ້ງ!!!


ຊັ້ນໂອໂຊນ (Ozone layer) ເປັນສ່ວນໜຶ່ງຂອງຊັ້ນບັນຍາກາດໂລກ ຊ່ວຍກັ່ນຕອງລັງສີອຸລຕຣາໄວໂອເລັດຈາກດວງຕາເວັນປະມານ 97-99% ທີ່ແຜ່ມາສູ່ໂລກ ເຮັດໜ້າທີ່ເປັນເກາະປ້ອງກັນພືດ ແລະ ສັດຈາກລັງສີທີ່ເປັນອັນຕະລາຍຈາກດວງຕາເວັນ, ດັ່ງນັ້ນເມື່ອຊັ້ນໂອໂຊນຖືກທຳລາຍ ມັນກໍຍິ່ງເປັນອັນຕະລາຍສຳລັບສິ່ງທີ່ມີຊີວິດໃນໂລກ.

ນັກວິທະຍາສາດໄດ້ບອກວ່າ ການປ່ອຍສານ CFCs (chlorofluorocarbon) ໃນຊັ້ນບັນຍາກາດລົດລົງ ຫຼັງຈາກທີ່ຈີນໄດ້ມີການຄວບຄຸມການລັກລອບປ່ອຍສານຢ່າງຜິດກົດໝາຍໃນປີ 2018 ເຮັດໃຫ້ປັດຈຸບັນ ຊັ້ນໂອໂຊນກັບມາກຳລັງຟື້ນຕົວຢ່າງຕໍ່ເນື່ອງ.

ອົງການທີ່ເຄື່ອນໄຫວທາງສິ່ງແວດລ້ອມຂອງຈີນ Environmental Investigation Agency (EIA) ໄດ້ພົບວ່າສານດັ່ງກ່າວມີສາເຫດມາຈາກໂຮງງານຜະລິດໂຟມ Polyurethane ທາງການຈີນຈຶ່ງໄດ້ຮີບດ່ວນມີມາດຕະການຈຳກັດ ແລະ ຄວບຄຸມຢ່າງເຂັ້ມງວດ ຈຶ່ງເຮັດໃຫ້ມີການປ່ອຍສານເຫຼົ່ານີ້ລົດລົງ.

ເມື່ອຫຼາຍສິບປີກ່ອນ ມີການໃຊ້ສານ CFCs ແລະ ສານອື່ນໆໃນອຸດສາຫະກຳຫຼາຍປະເທດຢ່າງຫຼວງຫຼາຍ ໂດຍທີ່ສານເຫຼົ່ານີ້ໄດ້ໄປທຳລາຍຊັ້ນໂອໂຊນ ແລະ ເຮັດໃຫ້ຊັ້ນໂອໂຊນຮົ່ວຢູ່ບໍລິເວນຂົ້ວໂລກ, ມັນກໍ່ໃຫ້ເກີດແກ໊ສເຮືອນແກ້ວຢູ່ໃນຊັ້ນບັນຍາກາດເປັນເວລາດົນ ແລະ ໃຊ້ເວລາດົນໃນການກັບມາຟື້ນຕົວຂອງຊັ້ນໂອໂຊນ.

ໃນປີ 1987 ປະເທດຕ່າງໆໃນໂລກ ໄດ້ຄຳນຶງເຖິງບັນຫາດັ່ງກ່າວ ຈຶ່ງໄດ້ລົງນາມສັນຍາມອນທຣີອອລ ເພື່ອລົດ ແລະ ຍຸຕິການໃຊ້ສານທີ່ທຳລາຍຊັ້ນໂອໂຊນ.

ໃນປັດຈຸບັນ ຊັ້ນບັນຍາກາດໂອໂຊນໃນເຂດຂົ້ວໂລກກຳລັງຟື້ນຕົວເປັນຢ່າງດີ ຮອຍຮົ່ວກໍມີຂະໜາດນ້ອຍລົງ ແລະ ອາດມາສະໝານກັນໃນອະນາຄົດອີກບໍ່ຫຼາຍປີ.

ເຖິງແມ່ນວ່າການປ່ອຍສານ CFCs ຈະລົດລົງ ນັບເປັນເກືອບ 50% ຂອງທັງໝົດ ແຕ່ກໍຍັງຕ້ອງລະມັດລະວັງການປ່ອຍສານຈາກບ່ອນອື່ນເພີ່ມນຳ ຖືວ່າເປັນເລື່ອງດີທີ່ຫຼາຍພາກສ່ວນຫັນມາໃສ່ໃຈສິ່ງແວດລ້ອມຫຼາຍຂຶ້ນ ເພື່ອຮັກສາໂລກຂອງເຮົາບໍ່ໃຫ້ຖືກທຳລາຍໄປຫຼາຍກວ່ານີ້.

ຂອບໃຈຂໍ້ມູນຈາກ:

https://www.nature.com/articles/s41586-021-03260-5?fbclid=IwAR1uxkGQXlStDNuucgoOhKL4GHYgySESrdq203-tFQoPJNoQPprmzPiZmJo

https://edition.cnn.com/2021/02/11/world/ozone-layer-china-emissions-intl-scn/index.html?fbclid=IwAR0Q_l-cO34ewnVKVfUft3Y3vcXE0SM3e1cSkU8qWWRbBTZ2sXFtAeglSFk

https://www.bbc.com/news/science-environment-56014092?fbclid=IwAR3jWZo5Xt6KTq3Yd2XfeGKlEU8QuhOuL3tReM6kSk39c4-q2Mso4eMP_dQ