ສະຖານີລົດໄຟຢູ່ຫຼວງພະບາງ ຄາດວ່າຈະສໍາເລັດ ໃນເດືອນຕຸລາ 2021 ນີ້


ທ່ານ ເຂັມຄໍາ ພົງສະຫວັດ ຫົວໜ້າຫ້ອງການປະສານງານໂຄງການກໍ່ສ້າງທາງລົດໄຟ ລາວ-ຈີນ ໄດ້ລາຍງານໃຫ້ຮູ້ວ່າ:

  • ການກໍ່ສ້າງອາຄານສະຖານີລົດໄຟສໍາເລັດແລ້ວ 45%
  • ການກໍ່ສ້າງສະຖານີແປງໄຟຟ້າຮັບໃຊ້ການແລ່ນລົດໄຟຄືບໜ້າປະມານ 35%
  • ປັດຈຸບັນກໍາລັງເລັ່ງວຽກງານປະດັບປະດາ ແລະ ປ້ອງກັນເຈື່ອນສະຖານີບວມອໍ້

ສ່ວນວຽກງານຕິດຕັ້ງຕາຂ່າຍໄຟຟ້າຮັບໃຊ້ການແລ່ນລົດໄຟ, ຮັບໃຊ້ສະຖານີ ແລະ ຈຸດພັກເຊົາຂອງພະນັກງານ, ການອ້ອມຮົ້ວເຂດປ່າສະຫງວນທາງລົດໄຟ ພ້ອມທັງວຽກງານປູກຫຍ້າ ຕົບແຕ່ງປະດັບປະດາ ແລະ ການປັບປຸງສະພາບແວດລ້ອມອ້ອມຂ້າງຕາມແຜນການແລ້ວຈະສໍາເລັດພາຍໃນເດືອນກັນຍາ 2021, ສ່ວນໜ້າວຽກທັງໝົດຄາດວ່າຈະສໍາເລັດກ່ອນເດືອນຕຸລາ 2021 ນີ້ ເພາະຈະເລີ່ມທົດລອງແລ່ນລົດໄຟຕົວຈິງ.

ເສັ້ນທາງລົດໄຟລາວ-ຈີນ ຖືວ່າເປັນບາດກ້າວໜຶ່ງທີ່ສ້າງສາພັດທະນາເສດຖະກິດບ້ານເມືອງເຮົາ ໃຫ້ກ້າວໜ້າ ແລະ ສະດວກສະບາຍໃນການຂົນສົ່ງສິນຄ້າຕ່າງໆນາໆ, ນອກນີ້ ຍັງສົ່ງເສີມໃຫ້ປະຊາຊົນໃນບໍລິເວນນັ້ນມີລາຍໄດ້ໃນການຄ້າຂາຍໄດ້ດີ ພ້ອມທັງກະຕຸ້ນເສດຖະກິດການທ່ອງທ່ຽວໃຫ້ມີທ່າແຮງເພີ່ມຂຶ້ນນັບມື້ນັບດີຂຶ້ນ.

ຂອບໃຈຂໍ້ມູນຈາກ:

http://sethakit-psx.la/detail8215.html?fbclid=IwAR3xPIbTJRP6jOMRFohMoizrPK2KtQnwz3-Ygq-g0yc4F3NRf4hQJUCYndg