ຫຍໍ້ PC ໃຫ້ນ້ອຍເທົ່າ Switch – AYA NEO ເຄື່ອງຫຼິ້ນເກມ PC ແບບພົກພາທີ່ມາພ້ອມ Ryzen 5 4500U ກາດຈໍ Vega 6


ເມື່ອປີ 2020 ທີ່ຜ່ານມາ ໃນງານ CES ຢູ່ທີ່ Las Vegas ໄດ້ມີສິ່ງໜຶ່ງທີ່ເອີ້ນວ່າ Modular Gaming PC ຈາກ Alienware ທີ່ມີຂະໜາດນ້ອຍເທົ່າກັບ Nintendo Switch ເຊິ່ງເປັນເຄື່ອງຕົ້ນແບບທີ່ໃນຕອນນັ້ນສ້າງຄວາມຕື່ນເຕັ້ນໃຫ້ກັບວົງການເກມຫຼາຍທີ່ສຸດ.

ແຕ່ສິ່ງທີ່ພວກເຮົາກຳລັງຈະມາເວົ້າໃນມື້ນີ້ມັນຄື AYA  NEO ເຄື່ອງຫຼິ້ນເກມ PC ທີ່ສາມາດພົກພາໄປມາໄດ້ສະດວກສະບາຍ, ຫຼັງຈາກເຄື່ອງຖືກສົ່ງໃຫ້ນັກທົດສອບລອງໃຊ້ງານແລ້ວ ປະສິດທິພາບຂອງມັນກໍຖືວ່າເຮັດອອກມາໄດ້ຂ້ອນຂ້າງດີຫຼາຍ.

AYA NEO ມີຂະໜາດເຄື່ອງທີ່ບໍຕ່າງກັບ Switch ຫຼາຍປານໃດ ຕົວເຄື່ອງມາພ້ອມກັບ CPU Ryzen 4500U ຈາກ AMD, ກາດຈໍ Vega 6, Ram 16GB ແລະ NVMe ຂະໜາດ 512GB ສະແດງຜົນຜ່ານໜ້າຈໍຂະໜາດ 7 ນິ້ວແບບ Touch Screen. ໃນສ່ວນຂອງປຸ່ມຄວບຄຸມກໍມີທັງ Game Pad ແລະ Analog, ຕົວເຄື່ອງສາມາດຫຼິ້ນເກມໄດ້ດົນສຸດເຖິງ 6 ຊົ່ວໂມງ.

ສຳລັບລາຄາພຣີອໍເດີໃນຕອນນີ້ແມ່ນ 699 ໂດລາສະຫະລັດ ໂດຍເປີດຈອງລ່ວງໜ້າໃນລາຄາດັ່ງກ່າວພຽງ 15,000 ເຄື່ອງເທົ່ານັ້ນ ສ່ວນລາຄາວາງຈຳໜ່າຍແທ້ໆຍັງບໍ່ໄດ້ມີການປະກາດອອກມາຢ່າງເປັນທາງການເທື່ອ ແຕ່ຕອນນີ້ສາວົກເກມມິ່ງກໍເກັບເງິນຖ້າໄດ້ເລີຍ.

ຂອບໃຈຂໍ້ມູນຈາກ:

https://gamerant.com/cyberounk-2077-aya-neo-handheld-pc/

https://www.facebook.com/cheezymass/posts/429082651839776