ຍີ່ປຸ່ນກຳຈັດໄກ່ 143,000 ໂຕ ຫຼັງພົບໄຂ້ຫວັດສັດປີກລະບາດເປັນຄັ້ງທຳອິດໃນລະດູໜາວປີນີ້


ທີ່ເມືອງໂຢໂຄເຕໃນແຂວງອາຄິຕະ, ປະເທດຍີ່ປຸ່ນ ໄດ້ມີການພົບເຊື້ອໄຂ້ຫວັດສັດປີກທີ່ຮ້າຍແຮງໃນຟາມສັດ ເຊິ່ງເປັນໄຂ້ຫວັດສັດປີກລະບາດຄັ້ງທຳອິດພາຍໃນລະດູໜາວຂອງປີນີ້. ທາງລັດຖະບານໄດ້ມີການສັ່ງກຳຈັດໄກ່ໄປທັງໝົດ 143,000 ໂຕ ພ້ອມກັບຈຳກັດພື້ນທີ່ອ້ອມຮອບເປັນໄລຍະ 10 ກິໂລແມັດຈາກຟາມດັ່ງກ່າວ.

ລັດຖະມົນຕີກະຊວງກະສິກຳໄດ້ອອກມາຢືນຢັນວ່າເຊື້ອໄວຣັສດັ່ງກ່າວນັ້ນເປັນອັນຕະລາຍ ແຕ່ກໍໄດ້ກຳຈັດໄກ່ໃນຟາມລົງໄປແລ້ວ. ພາຍໃຕ້ສະຖານະການປັດຈຸບັນນັ້ນ, ພວກເຂົາບໍ່ເຫັນຄວາມເປັນໄປໄດ້ວ່າເຊື້ອຈະສາມາດຕິດຕໍ່ສູ່ຄົນຜ່ານການບໍລິໂພກຊີ້ນໄກ່ ຫຼື ໄຂ່ໄດ້.

ເຖິງຢ່າງໃດກໍຕາມ, ເມື່ອລະດູໜາວປີຜ່ານມາ ຍີ່ປຸ່ນກໍໄດ້ພົບກັບການລະບາດຂອງໄຂ້ຫວັດສັດປີກເຊິ່ງຮຸນແຮງໄປທົ່ວ 1 ໃນ 4 ຂອງແຂວງໃນປະເທດ ສົ່ງຜົນໃຫ້ມີການກຳຈັດໄກ່ໄປກວ່າ 3 ລ້ານໂຕ.

ສ່ວນຟາມຈາກປະເທດໃນທະວີບຢູໂຣບເອງເຊັ່ນ ໂປແລນ ກໍໄດ້ມີການລາຍງານ ການລະບາດຂອງເຊື້ອໄຂ້ຫວັດສັດປີກໃນເວລາບໍ່ດົນມານີ້. ປະເທດໂປແລນແມ່ນປະເທດທີ່ມີຟາມລ້ຽງສັດປີກທີ່ໃຫຍ່ທີ່ສຸດໃນສະຫະພາບຢູໂຣບ, ອີງຕາມລາຍງານຂອງອົງການ OIE ພວກເຂົາໄດ້ພົບເຊື້ອ H5N1 ເຊິ່ງເປັນເຊື້ອໄຂ້ຫວັດສັດປີກໃນຟາມໃນສັດປີກກວ່າ 650,000 ໂຕ.

ໄຂ້ຫວັດໃຫຍ່ດັ່ງກ່າວນັ້ນ, ​ສາມາດຕິດແລະສົ່ງຕໍ່ຈາກນົກປ່າ ຈາກການເຂົ້າໄປຕິດໃນປະເທດໜຶ່ງແລ້ວເດີນທາງໄປສູ່ອີກປະເທດ ແຜ່ເຊື້ອໃຫ້ສັດປີກອື່ນໆ. ໂດຍສະເພາະບັນດາປະເທດໃນຢູໂຣບທີ່ເດີນທາງຫາກັນສະດວກ. ໃນສະຫະລາຊະອານາຈັກ, ກໍໄດ້ມີການລະບາດຂອງໄວຣັສໄຂ້ຫວັດສັດປີກ H5 ໃນຈຳນວນໜ້ອຍຂອງສັດປີກ ທີ່ສູນກາງປະເທດອັງກິດເຊິ່ງກໍໄດ້ມີການກຳຈັດເປັນທີ່ຮຽບຮ້ອຍ

ໃນອາທິດທີ່ຜ່ານມານີ້, ທາງລັດຖະບານຝຣັ່ງເອງກໍໄດ້ມີການແຈ້ງເຕືອນລະດັບສູງຕໍ່ໄຂ້ຫວັດສັດປີກ ພ້ອມກັບໄດ້ມີມາດຕະການເຄັ່ງຄັດກັບສະຖານທີ່ລ້ຽງສັດປີກ.

ກັບມາທີ່ປະເທດໃນເອເຊຍເຊິ່ງເປັນປະເທດບ້ານໃກ້ເຮືອນຄຽງກັບ ສປປ ລາວເຮົາ ກໍຄືປະເທດຈີນ ທີ່ໄດ້ມີການລາຍງານຜູ້ຕິດເຊື້ອຈາກໄຂ້ຫວັດສັດປີກສາຍພັນຍ່ອຍ H5N6 ຈາກໄຂ້ຫວັດສັດປີກຮ້າຍແຮງຂອງປີ 2021 ນີ້ເອງ. ຈຳນວນຜູ້ຕິດເຊື້ອທີ່ເພີ່ມຂຶ້ນເລີ່ມສ້າງຄວາມກັງວົນໃຈຕໍ່ບັນດາຊ່ຽວຊານໂຣກລະບາດ ແມ່ນແຕ່ອົງການອະນາໄມໂລກເອງກໍອອກມາເວົ້າວ່າເມື່ອປຽບທຽບກັບ 5 ປີຫຼັງແລ້ວ ມີຜູ້ເສຍຊີວິດ 6 ຄົນ ແລະ ສ່ວນໃຫຍ່ລົ້ມປ່ວຍສາຫັດ.

ປັດຈຸບັນຍັງບໍ່ມີລາຍງານຜູ້ຕິດເຊື້ອໄຂ້ຫວັດສັດປີກບ້ານເຮົາ ແຕ່ໃນຂະນະດຽວກັນນັ້ນຈຳນວນຜູ້ຕິດເຊື້ອໂຄວິດ-19 ກໍເພີ່ມຂຶ້ນແບບບໍ່ມີທີທ່າວ່າຈະຢຸດໄດ້. ພາຍໃຕ້ການລະບາດຂອງໄຂ້ຫວັດສັດປີກທີ່ກະຈາຍໄປທົ່ວຢູໂຣບ ແລະ ມາທີ່ເອເຊຍຢ່າງໄວວາ, ຖ້າຫາກວ່າເຊື້ອໄຂ້ຫວັດສັດປີກດັ່ງກ່າວເຂົ້າມາໃນລາວເພີ່ມອີກ ກໍຈະເປັນການລະບາດທີ່ບໍ່ມີທາງສິ້ນສຸດ ໂດຍຈະສົ່ງຜົນກະທົບກັບທຸກດ້ານໃຫ້ຖອຍລົງໄປອີກ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/