Albania ອອກລະບຽບການຫ້າມພໍ່ແມ່ ຫຼື ແພດເລືອກເພດໃຫ້ເດັກ Intersex ໂດຍຈະໃຫ້ພວກເຂົາເລືອກເອງເມື່ອໃຫຍ່ຂຶ້ນມາ


ທີ່ປະເທດອາວເບເນຍ (Albania) ໄດ້ມີການອອກລະບຽບການແບນ ຫຼື ຫ້າມບໍ່ໃຫ້ພໍ່ແມ່ ແພດໝໍຕັດສິນໃຈຜ່າຕັດເລືອກເພດໃຫ້ເດັກ Intersex ໂດຍຈະໃຫ້ພວກເຂົາເລືອກເອງເມື່ອໃຫຍ່ຂຶ້ນມາ.

ລະບຽບການດັ່ງກ່າວມີຢູ່ວ່າ ເມື່ອມີການຜ່າຕັດເພດຂອງເດັກ Intersex ຈະຕ້ອງແມ່ນສຳລັບກໍລະນີຈຳເປັນ ແລະ ຈະຕ້ອງເຮັດຕາມຂັ້ນຕອນຂອງລະບຽບການ ເຊິ່ງພໍ່ແມ່ບໍ່ສາມາດຕັດສິນໃຈແທນໄດ້.

Intersex ຫຼື ເພດກຳກວມ ແມ່ນກຸ່ມຄົນທີ່ມີຮ່າງກາຍບໍ່ກົງຕາມລັກສະນະຊາຍຫຼືຍິງແບບດັ້ງເດີມ. ໂດຍທົ່ວໄປແມ່ນພວກເຂົາຈະມີອະໄວຍະວະສືບພັນທີ່ບໍ່ແມ່ນທັງ “ຊາຍ” ແລະ “ຍິງ”. ການເປັນເພດກຳກວມນັ້ນແມ່ນລັກສະນະກາຍະພາບທີ່ເກີດຂຶ້ນມາໂດຍທຳມະຊາດ ເຊິ່ງມັນແມ່ນຄວາມຫຼາກຫຼາຍຂອງມະນຸດ ແລະ ບໍ່ແມ່ນຄວາມບົກຜ່ອງ, ການຕິດເຊື້ອ ຫຼື ໂຣກສ່ວນຕົວ. ສຳລັບບາງກໍລະນີຂອງເພດກຳກວມທີ່ບໍ່ມີບັນຫາທາງສຸຂະພາບນັ້ນ, ພວກເຂົາບໍ່ຈຳເປັນຕ້ອງມີການຜ່າຕັດ ຫຼື ປ່ຽນແປງຮໍໂມນເພື່ອໃຫ້ເຂົ້າກັບສະພາບເພດຍິງ ຫຼື ຊາຍແບບທີ່ໄດ້ຖືກສັງຄົມກຳນົດ.

ໃນປະເທດອາວເບເນຍ ການເຂົ້າເຖິງຂໍ້ມູນສະຖິຕິຂອງເດັກທີ່ເປັນເພດກຳກວມນັ້ນຫາໄດ້ຍາກ. ຈຳນວນຜູ້ທີ່ເກີດມາເປັນເພດກຳກວມທົ່ວໂລກມີຢູ່ 1.7% ເຊິ່ງທຽບເທົ່າກັບຈຳນວນປະຊາກອນຜົມແດງ.

ສ່ວນໃຫຍ່ແລ້ວ ແພດໝໍຈະບໍ່ໄດ້ລະບຸວ່າພວກເຂົາຢູ່ໃນໝວດ Intersex. ເນື່ອງຈາກເມື່ອເກີດມາແລ້ວ, ພວກເຂົາຈະຖືກຈັດໄປຢູ່ໝວດວ່າມີຂໍ້ບົກຜ່ອງມາຕັ້ງແຕ່ເກີດ ຫຼື ບໍ່ປົກກະຕິ. ເຊິ່ງມັນເປັນບັນຫາສຳລັບກຸ່ມຄົນທີ່ຖືກທາງແພດໝໍ ຫຼື ພໍ່ແມ່ ເປັນຜູ້ເລືອກເພດໃຫ້ພວກເຂົາ ບາງຄົນກໍໄດ້ມີການຜ່າຕັດຕັ້ງແຕ່ເລີ່ມເກີດຂຶ້ນມາເລີຍ ເພື່ອໃຫ້ກົມກືນເຂົ້າໄປໃນສັງຄົມຂອງເພດຊາຍ ຫຼື ຍິງ.

ບັນຫາມັນເພີ່ມຂຶ້ນເມື່ອມີການຕີຄວາມໝາຍໄປວ່າ ຄົນທີ່ເກີດມາພ້ອມເພດກຳກວມນັ້ນ ມີຄວາມເຊື່ອມໂຍງໄປກັບບັນຫາສຸຂະພາບ ດ້ວຍເຫດນັ້ນເອງ ແພດໝໍຈຶ່ງເຊື່ອວ່າການຜ່າຕັດເປັນຫົນທາງທີ່ຈະແກ້ໄຂບັນຫານີ້. ຈົນບາງຄັ້ງຈຶ່ງເຮັດໃຫ້ເກີດມີການຜ່າຕັດໂດຍບໍ່ໄດ້ຈຳເປັນ ເຊິ່ງສ້າງຄວາມເຈັບປວດ ຫຼື ສ້າງບັນຫາທາງສຸຂະພາບຈິດຂຶ້ນມາໄດ້. ໃນຄວາມເປັນຈິງແລ້ວ ເດັກເພດກຳກວມທີ່ບໍ່ມີບັນຫາທາງສຸຂະພາບ ສາມາດໃຊ້ຊີວິດໄດ້ປົກກະຕິ. ພວກເຂົາສາມາດເລືອກທີ່ຈະຜ່າຕັດ ຫຼື ຮັກສາສະພາບເພດເດີມໄວ້.

ຫຼັງຈາກການຊະນະໃນຊັ້ນສານແລ້ວ ທາງລັດຖະບານກໍໄດ້ອອກລະບຽບການຄຸ້ມຄອງຕໍ່ກຸ່ມຄົນເພດກຳກວມ ເຊິ່ງມັນບໍ່ແມ່ນກົດໝາຍ ແຕ່ຖ້າຫາກແພດໝໍປະຕິບັດສິ່ງທີ່ຂັດກັບລະບຽບການ ແມ່ນຈະໄດ້ຮັບການລົງໂທດຕາມກົດໝາຍ. ເຖິງຢ່າງໃດກໍຕາມ, ມັນບໍ່ໄດ້ໝາຍຄວາມວ່າແພດໝໍຜູ້ໃດທີ່ບໍ່ປະຕິບັດຕາມລະບຽບການຈະຕິດຄຸກ ຫຼື ຖືກຍຶດໃບອະນຸຍາດທັນທີ ແຕ່ຈະມີການກວດສອບຕາມແຕ່ລະກໍລະນີໄປ.

ການຂຶ້ນລະບຽບການດັ່ງກ່າວກໍເປັນການຍົກລະດັບການຮັບຮູ້ຕໍ່ສິດທິມະນຸດນຳກັນເອງ ໂດຍການຍອມຮັບເພດກຳກວມໃຫ້ກາຍເປັນເພດທີສາມທາງກາຍະພາບໃນອະນາຄົດ. ເຖີງຈະໃຊ້ເວລາ, ແຕ່ການຍອມຮັບດັ່ງກ່າວ ກໍຈະປ່ຽນບັນທັດຖານທາງບົດບາດຂອງເພດຕ່າງໆ ໃຫ້ກາຍເປັນອະເພດ ເຊັ່ນ: ສີທີ່ໃຊ້ຈຳແນກເພດຢ່າງສີບົວແມ່ນສຳລັບຜູ້ຍິງ ແລະ ສີຟ້າສຳລັບຜູ້ຊາຍ, ການແຕ່ງຕົວ ແລະ ຂອງຫຼິ້ນ. ອີງໃສ່ຫຼັກສິດທິຂອງມະນຸດແລ້ວ, ພວກເຂົາສາມາດເລືອກແຕ່ງຕົວ ຫຼື ຫຼິ້ນຂອງຫຼິ້ນໃດກໍໄດ້.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/