ຂໍໃຈເຈົ້າແລກກັບອູດ! ເສດຖີໜຸ່ມຂໍນາງແບບສາວແຕ່ງງານດ້ວຍຄ່າດອງເປັນອູດຈຳນວນ 200 ໂຕ


ຜູ້ຊາຍສ່ວນຫຼາຍເວລາໄດ້ມັກຫຼືຮັກຜູ້ຍິງຄົນໃດຄົນໜຶ່ງ ກໍຈະມອບສິ່ງຂອງໃຫ້ ເພື່ອສະແດງໃຫ້ເຫັນເຖິງຄວາມເອົາໃຈໃສ່ທີ່ມີຕໍ່ອີກຝ່າຍ ເຊິ່ງມັນກໍເປັນເລື່ອງທີ່ດີແລະໂຣແມນຕິກ ແຕ່ວ່າຖ້າມີມື້ໃດມື້ໜຶ່ງມີຜູ້ຊາຍເອົາອູດມາແລກເພື່ອໃຫ້ເຈົ້າເປັນເຈົ້າສາວຂອງລາວ ເຈົ້າຈະຕອບຕົກລົງຫຼືບໍ່?

ເລື່ອງລາວສຸດແປກເກີດຂຶ້ນທີ່ປະເທດອິນເດຍ ທາງເວັບໄຊ Dailystar ໄດ້ລາຍງານວ່າ ນາງແບບສາວຊາວອິນເດຍຖືກຊາຍໜຸ່ມເສດຖີຂໍແຕ່ງງານ ໂດຍການສະເໜີອູດ ຈຳນວນ 200 ໂຕ.

Ishita Gupta ນາງແບບແລະນັກສະແດງສາວຊາວອິນເດຍ ເປີດເຜີຍກັບສື່ວ່າ ລາວໄດ້ລອງອັພໂຫຼດ ໂປຣຟາຍຂອງຕົນເອງໃນແອັບຫາຄູ່ ກ່ອນທີ່ຈະໄດ້ພົບກັບເສດຖີໜຸ່ມສຸດແປກຄົນນີ້ ໂດຍຊາຍຄົນນີ້ໄດ້ຮັກ Ishita ທັນທີທີ່ພົບ ແລະ ຫວັງຈະຂໍ Ishita ແຕ່ງງານເປັນສາມີພັນລະຍາກັນ ພ້ອມກັບສະເໜີຄ່າດອງເປັນຈໍານວນມະຫາສານ ທີ່ບໍ່ແມ່ນເງິນຄຳ ແຕ່ເປັນອູດຈຳນວນ 200 ໂຕ.

ເຖິງແມ່ນວ່າມູນຄ່າຂອງອູດນັ້ນຈະແພງເທົ່າໃດ ແຕ່ Ishita ກໍໄດ້ຕອບປະຕິເສດໄປ ໂດຍໃຫ້ເຫດຜົນວ່າ “ຂ້ອຍບໍ່ຮູ້ວ່າຖ້າແຕ່ງງານກັນໄປແລ້ວແທ້ໆ ຂ້ອຍຈະໄປລ້ຽງອູດທັງໝົດນັ້ນໄດ້ແນວໃດ”.

ເຖິງວ່າຊາຍຄັນນັ້ນຈະປ່ຽນຄ່າດອງເປັນຈຳນວນເງິນມະຫາສານ ແຕ່ Ishita ກໍຍັງປະຕິເສດຄືເກົ່າ ເພາະ Ishita ບອກວ່າ “ການທີ່ຂ້ອຍຈະແຕ່ງງານກັບໃຜຈັກຄົນຄວນຈະເລີ່ມຕົ້ນຈາກຄວາມຮັກ ແລະ ສິ່ງທີ່ສຳຄັນຄືຂ້ອຍຄິດວ່າຍັງບໍ່ເຖິງເວລາທີ່ຕົນເອງຈະແຕ່ງງານ”.

ສາເຫດທີ່ເສດຖີໜຸ່ມນິຄົນນີ້ສະເໜີອູດເປັນຄ່າດອງ ອາດຈະເປັນເພາະວ່າ Ishita ມີຟາມເປັນຂອງຕົວເອງ ທີ່ຊ່ວຍເຫຼືອສັດທີ່ຖືກຖິ້ມຫຼືປະສົບບັນຫາ ບໍ່ວ່າຈະເປັນ ມ້າ, ງົວ ລວມທັງກະຕ່າຍ. ແຕ່ສຳລັບອູດເປັນຮ້ອຍໂຕ Ishita ບອກວ່າ “ມັນບໍ່ແມ່ນທາງຂອງຂ້ອຍເລີຍ”.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/