ກຽມຄວາມພ້ອມຮຽບຮ້ອຍແລ້ວ! ກັບການເປີດເສັ້ນທາງລົດໄຟລາວ-ຈີນ 2-3 ທັນວາ 2021


ສຳລັບໂຄງທາງລົດໄຟລາວ-ຈີນ ພາກສ່ວນທີ່ກ່ຽວຂ້ອງ ໄດ້ຈັດກອງປະຊຸມປຶກສາຫາລືໃນວັນທີ 13 ພະຈິກ 2021 ທີ່ຜ່ານມາ, ໂດຍການເປັນປະທານ ທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ປະທານກຳມະການກະກຽມເປີດໂຄງການນຳໃຊ້ລົດໄຟລາວ-ຈີນ  ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

ກອງປະຊຸມ ໄດ້ທົບທວນຄືນກ່ຽວກັບຄວາມຄືບໜ້າໃນການກະກຽມເປີດນຳໃຊ້ໂຄງການລົດໄຟລາວ-ຈີນ ຢ່າງເປັນທາງການ. ພິທີທາງການຈະໄດ້ຈັດຂຶ້ນ ໃນວັນທີ 3 ທັນວາ 2021, ເຊິ່ງຈະມີການນຳສູງສຸດໃນລະຫວ່າງ 2 ປະເທດລາວ ແລະ ຈີນ ເຂົ້າຮ່ວມ.

ພິທີທາງສາສະໜາ ຈະຈັດຂຶ້ນໃນວັນທີ 2 ທັນວາ 2021 ແລະ ໃນວັນທີ 3 ທັນວາ 2021 ຈະເປີດໂຄງການລົດໄຟລາວ-ຈີນ ຢ່າງເປັນທາງການ ແລະ ເພື່ອເປັນການສະເຫຼີມສະຫຼອງວັນທີ 2 ທັນວາ (ວັນປົດປ່ອຍຊາດຄົບຮອບ 46 ປີ) ຂອງສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ.

ມາຮອດປັດຈຸບັນການກະກຽມພິທີແມ່ນມີຄວມພ້ອມເປັນທີ່ຮຽບຮ້ອຍແລ້ວ. ການກະກຽມພື້ນຖານໂຄງລ່າງກໍສຳເລັດ ການທົດລອງການນຳໃຊ້ລົດໄຟ ກໍຖືໄດ້ວ່າມີການທົດລອງຢູ່ເປັນປະຈຳ ແລະ ພາຍຫຼັງສຳເລັດພິທີການເປີດທາງລົດໄຟຢ່າງເປັນທາງການແລ້ວ ກໍຈະມີການເປີດຂະບວນລົດໄຟແລ່ນຈາກສະຖານີນະຄອນຫຼວງວຽງຈັນ ໄປຫາສະຖານີວັງວຽງ ແລະ ໄປຫາສະຖານີບໍ່ເຕັນ ໃນຂະບວນລົດໄຟຈະມີຜູ້ໂດຍສານເຂົ້າຮ່ວມຈຳນວນໜຶ່ງ. ພ້ອມນັ້ນ, ກໍມີຂະບວນການຂົນສົ່ງສິນຄ້າຈາກນະຄອນຫຼວງວຽງຈັນ ໄປຫາສະຖານີຄຸນມິ່ງ ສາທາລະນະລັດ ປະຊາຊົນຈີນ.

ຂອບໃຈຂໍ້ມູນຈາກ:

https://bit.ly/30mA6jn

ຂອບໃຈຮູບພາບຈາກ: CRI-FM93

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/