ເຫຼົ້າວອດກ້າທີ່ເຮັດມາຈາກ CO2 !!!


ຖືກໃຈສາຍແຂງທີ່ຮັກສິ່ງແວດລ້ອມ! ເມື່ອ Air Co. ບໍລິສັດສະຕາດອັບໃນ New York ຜະລິດ ວອດກ້າ (Vodka) ທີ່ເຮັດຈາກ CO2 ເມື່ອອ່ານຂັ້ນຕອນຜະລິດແລ້ວ ເຮັດໃຫ້ຮູ້ສຶກເປັນຄົນເມົາທີ່ຮັກໂລກຂຶ້ນມາທັນທີ!

ວອດກ້າດັ່ງກ່າວມີຊື່ວ່າ Air Vodka ມີແອລກໍຮໍຢູ່ 40% ມາຈາກສ່ວນປະກອບ 2 ຢ່າງ ນັ້ນແມ່ນ ຄາບອນໄດອອກໄຊ (CO2) ແລະ ນ້ຳ.

ການຜະລິດແບບເກົ່າ ແມ່ນຈະນຳເອົາແປ້ງ ຫຼື ນ້ຳຕານມາກັ່ນຕອງ ເພື່ອໃຫ້ໄດ້ເອທານອລ ຫຼື ແອລກໍຮໍທີ່ດື່ມໄດ້ ຍິ່ງກັ່ນຕອງຫຼາຍຮອບກໍຍິ່ງໄດ້ເອທານອລທີ່ເຂັ້ມຂຸ້ນຂຶ້ນ, ຫຼັງຈາກນັ້ນຈະເອົາມາປະສົມກັບນ້ຳບໍລິສຸດ. ແຕ່ຮູບແບບໃໝ່ນີ້ ຈະເອົາຄາບອນຈາກອາກາດມາກັ່ນຕອງໃຫ້ກາຍເປັນເອທານອລສຳລັບວອດກ້າ, ພວກເຂົາດັກຈັບຄາບອນຈາກອາກາດໂດຍກົງ ແລະ ຈາກໂຮງງານອຸດສາຫະກຳທີ່ກຳລັງປ່ອຍອອກມາ. ຫຼັງຈາກນັ້ນ ພວກເຂົາກໍນຳມາປະສົມກັບເຊື້ອໄຟໄຮໂດຣເຈນ ທີ່ມາຈາກຂະບວນການອິເລັກໂທຣລິຊິສຂອງນ້ຳ ທີ່ຍ່ອຍສະຫຼາຍໃຫ້ເປັນອັອກຊີເຈນ ແລະ ໄຮໂດຣເຈນ, ລະບົບກັ່ນຂອງ Air Co. ເປັນລະບົບກັ່ນຂອງບໍລິສັດເອງທີ່ຂຶ້ນທະບຽນແລ້ວ ແລະ ໝຸນວຽນດ້ວຍພະລັງງານແສງຕາເວັນ.

ຣົດຊາດວອດກ້າທີ່ໄດ້ ອີງຈາກນັກຊິມທັງຫຼາຍທີ່ເຄີຍລອງ ບອກວ່າມັນບໍ່ຕ່າງຈາກຣົດຊາດວອດກ້າທົ່ວໄປເລີຍ.

ທາງດ້ານ Gregory Constantine ທີ່ເປັນ CEO ຂອງບໍລິສັດກ່າວວ່າ ເອທານອລທີ່ໄດ້ມາຈາກການກັ່ນຕອງຈາກຄາບອນນີ້ ສາມາດນຳໄປໃຊ້ປະໂຫຍດໄດ້ຫຼາຍຢ່າງ, ນອກຈາກເຄື່ອງດື່ມແລ້ວ ພວກເຂົາຍັງໃຊ້ເຮັດເປັນເຈວແອລກໍຮໍລ້າງມື ແລະ ໃຊ້ເຮັດນ້ຳຫອມອີກດ້ວຍ. ຖ້າຜູ້ປະກອບການເຈົ້າອື່ນຫັນມານຳໃຊ້ເອທານອລດັ່ງກ່າວ ກໍຈະເປັນຜົນດີຕໍ່ໂລກ ຊ່ວຍລົດປະລິມານຄາບອນໃນອາກາດໄດ້.

ຢ່າງໃດກໍຕາມການໃຊ້ຄາບອນມາເປັນສ່ວນປະກອບຂອງການກິນດື່ມກໍຍັງເປັນທີ່ຖົກຖຽງກັນວ່າມັນອັນຕະລາຍຫຼືບໍ່ ແລະ ເຖິງຈະເປັນວອດກ້າທີ່ຮັກໂລກ ຂຶ້ນຊື່ວ່າແອລກໍຮໍ ຖ້າດື່ມໃນປະລິມານທີ່ຫຼາຍເກີນໄປມັນກໍເປັນອັນຕະລາຍຕໍ່ສຸຂະພາບຢູ່ດີ, ເພາະສະນັ້ນ ຕ້ອງກິນໃນປະລິມານທີ່ຈຳກັດ ແລະ ເໝາະສົມ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/