ຍີ່ປຸ່ນພັດທະນາວັກຊີນສຳລັບ HIV ໃນລີງໄດ້ສຳເລັດ ນັກວິໄຈວາງແຜນຕໍ່ໃນການທົດລອງກັບມະນຸດ


ເຊື້ອ HIV ເລີ່ມລະບາດເປັນວົງກວ້າງໄປທົ່ວໂລກ ຕັ້ງແຕ່ປີ 1980. ໃນໄລຍະທຳອິດຂອງການລະບາດ ຜູ້ຕິດເຊື້ອ HIV ອາດຈະຕ້ອງທຳໃຈວ່າ ແນວໃດພວກເຂົາກໍຕ້ອງຕາຍຢ່າງແນ່ນອນ, ແຕ່ດ້ວຍເທັກໂນໂລຢີທາງການແພດທີ່ພັດທະນາເພີ່ມຂຶ້ນເລື້ອຍໆ ປັດຈຸບັນ ຖ້າຜູ້ທີ່ຕິດເຊື້ອກິນຢາຕາມຄໍາສັ່ງຂອງແພດໝໍນັ້ນ ຈະຊ່ວຍໃຫ້ເຊື້ອໃນຮ່າງກາຍຖືກກົດໃຫ້ຕໍ່າລົງ ຈົນຜູ້ທີ່ຕິດເຊື້ອສາມາດໃຊ້ຊີວິດໄດ້ຕາມປົກກະຕິ ບໍ່ຕ່າງຫຍັງຈາກຄົນທີ່ບໍ່ມີເຊື້ອ HIV.

ເຖິງແມ່ນວ່າຄົນທີ່ຕິດເຊື້ອ HIV ຈະມີວິທີກິນຢາ ຈົນສາມາດໃຊ້ຊີວິດຄືກັນກັບຄົນປົກກະຕິທົ່ວໄປ ແຕ່ໃນປັດຈຸບັນ ຜູ້ປ່ວຍທີ່ຕິດເຊື້ອ HIV ຍັງບໍ່ທັນມີວິທີການປິ່ນປົວໃຫ້ຫາຍຂາດ. ແຕ່ເຖິງຢ່າງນັ້ນ ຫຼ້າສຸດທາງນັກວິໄຈໃນປະເທດຍີ່ປຸ່ນກໍໄດ້ທົດລອງວັກຊີນສຳລັບ HIV ໃນລີງໄດ້ສຳເລັດ ແລະ ກຽມຈະທົດລອງໃນຄົນຕໍ່ໄປ.

ແລະຂ່າວດີກໍາລັງມາຮອດ ເພາະວ່າຕະຫຼອດການທົດລອງ ໃນໄລຍະ 5 ປີ ຂອງນັກວິໄຈຈາກສະຖາບັນວິໄຈ Tsukuba ຂອງຍີ່ປຸ່ນ ສາມາດທົດລອງການປິ່ນປົວເຊື້ອ HIV ໄດ້ສຳເລັດ ໂດຍຜ່ານການພັດທະນາວັກຊີນ ດ້ວຍແບັກທີເຣຍຊະນິດພິເສດປະສົມກັບໄວຣັສເອດທີ່ຖືກເຮັດໃຫ້ອ່ອນແອລົງ ມັນຈະໄປເສີມຄວາມແຂງແຮງໃຫ້ລະບົບພູມຕ້ານທານຂອງຮ່າງກາຍເພື່ອຕອບໂຕ້ກັບເຊື້ອດັ່ງກ່າວ.

ໃນການທົດລອງຄັ້ງນີ້ ໄດ້ໃຊ້ລີງ 7 ໂຕທີ່ຕິດເຊື້ອ HIV ລີງ ເຂົ້າຮັບວັກຊີນ ແລະ ຫຼັງຈາກການສັກວັກຊີນທີ່ພວກເຂົາທົດລອງເຂົ້າໄປ ຜົນແມ່ນບໍ່ສາມາດກວດພົບເຊື້ອ HIV ໃນລີງ 6 ຕົວ ຈາກ 7 ຕົວ. ດັ່ງນັ້ນນັກວິໄຈຈຶ່ງຄາດຫວັງວ່າ ພວກເຂົາຈະສາມາດພັດທະນາວັກຊີນຊະນິດນີ້ຕໍ່ໄປ ເພື່ອນຳມາໃຊ້ປິ່ນປົວຜູ້ປ່ວຍ HIV ທີ່ປັດຈຸບັນກຳລັງຮັບຢາຕ້ານໄວຣັສ.

ນອກຈາກການທົດລອງຄັ້ງນີ້ແລ້ວ Moderna ບໍລິສັດການຢາຂອງອາເມຣິກາ ກໍກໍາລັງພັດທະນາວັກຊີນປິ່ນປົວ HIV ດ້ວຍເທັກໂນໂລຢີ mRNA ຄືກັນກັບທີ່ໃຊ້ພັດທະນາວັກຊີນ Covid-19 ທີ່ພວກເຂົາມີຢູ່ໃນຕອນນີ້ ແລະ ຖ້າຫາກວ່ານັກວິທະຍາສາດສາມາດພັດທະນາວັກຊີນ HIV ໄດ້ສຳເລັດ ໂຣກດັ່ງກ່າວກໍອາດຈະບໍ່ແມ່ນສິ່ງທີ່ຫຼາຍໆຄົນຢ້ານອີກຕໍ່ໄປ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/