ສາວນ້ອຍ ສາວໃຫຍ່ ແລະ ບໍ່ສາວຕ້ອງເຊັດນ້ຳຕາ ເມື່ອໜຸ່ມ Taylor Lautner ສາມີມະ (ໂນ) ນຸດໝາປ່າ ປະກາດແຕ່ງງານ


ເມື່ອເວົ້າເຖິງ Taylor Lautner ທຸກຄົນກໍຕ້ອງພາກັນຮູ້ຈັກລາວໃນບົດບາດມະນຸດໝາປ່າ ຈາກຮູບເງົາ Twilight ທີ່ເອີ້ນໄດ້ວ່າເປີດຕົວມາຢ່າງເຫຼ່ທໍ້ (ຫຼໍ່ເທ້) ຈົນຍາດຊີນພະເອກກໍວ່າໄດ້. ໃຜທີ່ເປັນສາວົກຮູບເງົາເລື່ອງນີ້ຕ່າງກໍພາກັນເປັນແຟນຄລັບໜຸ່ມ Taylor ໄປນຳ ໂດຍການສະຖາປະນາໃຫ້ເປັນສາມີມະໂນສຳລັບສາວນ້ອຍ, ສາວໃຫຍ່ ແລະ ບໍ່ສາວໄປແລ້ວ. ແຕ່ວ່າພວກເຂົ້າກໍຕ້ອງໄດ້ເຊັດນ້ຳຕາ, ຈາກທີ່ໄດ້ເປັນເມຍ (ມະໂນ) ຕອນນີ້ໄດ້ກາຍເປັນສັກຂີພະຍານໃຫ້ກັບເມຍຕົວຈິງແລ້ວ ເມື່ອນັກສະແດງລົງຮູບຂໍແຕ່ງງານກັບແຟນສາວລົງ Instagram ເປັນການປະກາດໃຫ້ບັນດາແຟນຄລັບໄດ້ຮັບຮູ້ກັນຖ້ວນໜ້າ.

Taylor ອາຍຸ 29 ປີ ປັດຈຸບັນໄດ້ປະກາດວ່າຕົນເອງໝັ້ນກັບແຟນສາວ Tay Dome ທີ່ເຮັດວຽກເປັນນາງພະຍາບານ. ທັງສອງໄດ້ເປີດຕົວວ່າຄົບຫາເບິ່ງໃຈກັນຕັ້ງແຕ່ປີ 2018. ຈົນມາຮອດວັນເສົາທີ່ຜ່ານມານີ້ກໍໄດ້ລົງຮູບທີ່ Taylor ກົ້ມລົງຄຸເຂົ່າຂໍແຕ່ງງານກັບແຟນສາວ ພ້ອມດ້ວຍການຂຽນແຄັບຊັນໃນຮູບວ່າ “11.11.2021” ແລະ “ຕາມນັ້ນ, ພອນຂອງຂ້ອຍທຸກຂໍ້ເປັນຈິງແລ້ວ”

ເຊິ່ງຕົວຄູ່ໝັ້ນສາວ Tay Dome ກໍໄດ້ມີການລົງຮູບໃນມື້ຕໍ່ມາພ້ອມຂຽນວ່າ “ລໍຖ້າທີ່ຈະໃຊ້ຊີວິດກັບເຈົ້າຕະຫຼອດໄປບໍ່ໄຫວແລ້ວ”

ປັດຈຸບັນທັງສອງຍັງບໍ່ໄດ້ມີການປະກາດວັນທີແຕ່ງງານ ແຕ່ພວກເຂົາກໍອາດຈະຕ້ອງການຄວາມເປັນສ່ວນຕົວ ເຊັ່ນດຽວກັບການປະກາດໝັ້ນກັນຄັ້ງນີ້ ທີ່ກວ່າແຟນໆຈະມາຮູ້ຕົວ, ພວກເຂົາກໍໝັ້ນກັນຮຽບຮ້ອຍແລ້ວ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/