ຈີນຜັນປ່ຽນມາໃຊ້ລົດພະລັງງານໄຟຟ້າຫຼາຍຂຶ້ນ ອາດຈະນຳໄປສູ່ຈຸດຈົບຍຸກນ້ຳມັນຊ່ວຍລົດແກ໊ສໂລກຮ້ອນມະຫາສານ


ວັນທີ 20 ພະຈິກ 2020 ສຳນັກຂ່າວ REUSTERS ລາຍງານວ່າ:​ ຈີນຜັນປ່ຽນມາໃຊ້ລົດໄຟຟ້າຫຼາຍຂຶ້ນ ແຊງໜ້າລົດທີ່ໃຊ້ນ້ຳມັນ ອາດນຳໄປສູ່ຈຸດຈົບຂອງຍຸກນ້ຳມັນ ຊຸກຍູ້ພະລັງງານສະອາດ ລົດການນຳເຂົ້າເຊື້ອໄຟ ຊ່ວຍລົດແກ໊ສໂລກຮ້ອນມະຫາສານ.

ການປ່ຽນໄປມາໃຊ້ລົດໄຟຟ້າຢ່າງມະຫາສານໃນຈີນ ຈະເຮັດໃຫ້ຄວາມຕ້ອງການໃຊ້ນ້ຳມັນຂອງໂລກລົດລົງເຖິງ 70% ໃນປີ 2030 ແລະ ນຳໄປສູ່ຈຸດຈົບຂອງຍຸກແຫ່ງນ້ຳມັນ ງານວິໄຈໂດຍ Carbon Tracker.

ການຄຳນວນນີ້ຄາດການວ່າຍານພາຫະນະໄຟຟ້າຈະຄິດເປັນ 40% ຂອງການຈຳໜ່າຍລົດໃນຈີນທັງໝົດໃນປີ 2030 ແລະ 20% ໃນອິນເດຍ ແລະ ຕະຫຼາດໂລກ.

ຄ່າໃຊ້ຈ່າຍໃນການນຳເຂົ້ານ້ຳມັນ ເພື່ອເປັນເຊື້ອໄຟໃຫ້ລົດນັ້ນສູງກວ່າ 10 ເທົ່າຂອງຄ່າໃຊ້ຈ່າຍອຸປະກອນພະລັງງານໂຊລາ ເພື່ອໃຊ້ໃນການຊາຈໄຟຟ້າກັບຍານພາຫະນະ.

“ນີ້ເປັນຕົວເລືອກທີ່ງ່າຍຫຼາຍ ລະຫວ່າງການເພິ່ງພານໍ້າມັນທີ່ຕ້ອງນໍາເຂົ້າຈາກຕ່າງປະເທດ ຫຼື ລົດໄຟຟ້າພາຍໃນປະເທດທີ່ມາຈາກແຫຼ່ງພະລັງງານໝຸນວຽນ, ເຊິ່ງລາຄາຂອງມັນກຳລັງລົດລົງເລື້ອຍໆ” Kingsmil Bond ຈາກ Carbon Tracker ກ່າວ.

ຍານພາຫະນະໄຟຟ້າເປັນສ່ວນສຳຄັນຂອງຈີນໃນການລົດແກ໊ສເຮືອນແກ້ວ ແລະ ພັດທະນາຄຸນະພາບອາກາດ ໂດຍອິນເດຍກໍມີເປົ້າໝາຍທີ່ມຸ່ງໝັ້ນເຊັ່ນກັນໃນປີ 2030.

ເຖິງວ່າໃນຂະນະນີ້ ຈີນຍັງບໍ່ໄດ້ປະກາດວ່າຈະຍຸຕິການຂະຫຍາຍ ຫຼື ຜະລິດລົດທີ່ໃຊ້ນ້ຳມັນຕອນໃດ ແຕ່ກະຊວງອຸດສາຫະກຳເຜີຍວ່າ ລົດພະລັງງານໃໝ່ຈະມີປະມານ 50% ຂອງການຂາຍລົດໃໝ່ທັງໝົດໃນປີ 2035 ໂດຍສ່ວນທີ່ເຫຼືອຈະເປັນລົດໄຮບຣິດ.

ຂອບໃຈຂໍ້ມູນຈາກ: https://www.facebook.com/environman.th/posts/3222500984544993

https://www.reuters.com/article/us-china-environment-autos/china-led-shift-to-electric-vehicles-to-help-end-oil-era-study-idUSKBN280094?fbclid=IwAR0ZXANgqUbq10oT8QqqdFP9ZPtNzbgNi2XgYDOngFQ9dHvo2ffCTyqgW2Y