ງານເທດສະການ Savan Fun Fest ກຽມກັບມາອີກຄັ້ງ ຕົ້ນເດືອນທັນວານີ້!


ງານເທດສະການສະຫວັນຫັນສາ ຖືກຈັດຂຶ້ນເປັນຄັ້ງທຳອິດໃນວັນທີ 22-24 ພະຈິກ 2019 ທີ່ຜ່ານມາພາຍໃຕ້ຫົວຂໍ້: “ສະເໜ່ຍ້ອນສະໄໝ” (Nostalgia Emotion) ທີ່ນະຄອນໄກສອນ ແຂວງສະຫວັນນະເຂດ ເລີ່ມຈາກບໍລິເວນໂບດເຊນເທເຣຊ້າ, ຕະຫຼາດລາຕີ ລ່ອງໄປຕາມຖະຫນົນສາຍໂຮງຮູບເງົານາງລິດ ໄປຈົນເຖິງໂຮງໜັງເກົ່າລາວຈະເລີນ ເຊິ່ງພາຍໃນງານທີ່ຈັດຂຶ້ນພາຍໃນ 3 ວັນ ນັກທ່ອງທ່ຽວແຂກຜູ້ເຂົ້າຊົມຈະໄດ້ສຳພັດກັບບັນຍາກາດອັນຍ້ອນຍຸກ ທີ່ມີກິ່ນອາຍຂອງຍຸກ 90’s ຈາກຕຶກອາຄານເຮືອນເກົ່າ ອັນເປັນສະຖາປັດຂອງຝຣັ່ງ ເພີດເພີນໄປກັບສິນຄ້າຂອງທີ່ລະນຶກ ແລະ ອາຫານອັນເປັນເອກະລັກອັນຫຼາກຫຼາຍຂອງຊາວສະຫວັນນະເຂດ ພ້ອມດ້ວຍການສະແດງສິລະປະວັດທະນະທຳ ທີ່ມີທັງຮູບແຕ້ມຈາກສະຖາບັນວິຈິດສິນແຂວງ, ການສະແດງຮູບເງົາຈາກກຸ່ມຜູ້ກຳກັບລາວ, ການສະແດງປາລາຕື້, ຮຽນຮູ້ປະຫວັດສາດຂອງໂຕເມືອງເກົ່າ, ການສະແດງດົນຕີພື້ນບ້ານ ແລະ ການວາງສະແດງລົດຄລາສສິກທີ່ຫຼາກຫຼາຍ

ຈາກເທດສະການສະຫວັນຫັນສາ ຄັ້ງທຳອິດຖືວ່າປະສົບຜົນສຳເລັດຫຼາຍ ແລະ ເປັນທີ່ໜ້າພໍໃຈພໍສົມຄວນ ອັນເປັນການສ້າງໃບໜ້າໃໝ່ອີກອັນໜຶ່ງ ໃຫ້ແກ່ການທ່ອງທ່ຽວພາຍໃນແຂວງ ໃຫ້ເປັນລັກສະນະວັດທະນະທຳ ແລະ ປະຫວັດສາດ ຄຽງຄູ່ໄປກັບການສືບສານວັດທະນະທ້ອງຖິ່ນ ທັງນີ້ເພື່ອເປັນການກະຕຸ້ນທຸລະກິດດ້ານທ່ອງທ່ຽວທີ່ໄດ້ຮັບຜົນກະທົບຈາກເຫດການລະບາດໂຄວິດ-19 ແລະ ເປັນອີກແຮງໜຶ່ງໃນການກະຕຸກຊຸກຍູ້ການທ່ອງທ່ຽວພາຍໃນປະເທດ  ສົ່ງເສີມລາວທ່ຽວລາວ ຫລ້າສຸດອີງຕາມການລາຍງານຈາກການປະຊຸມພົບປະຂອງ ພະແນກຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວແຂວງສະຫວັນນະເຂດ, ເຈົ້ານະຄອນໄກສອນພົມວິຫານ ແລະ ກຸ່ມທຸລະກິດທ່ອງທ່ຽວແຂວງ ໃນວັນທີ 5 ຕຸລາ ທີ່ຜ່ານມາໄດ້ມີການຈັດການປະຊຸມຮ່ວມກັນເພື່ອປຶກສາຫາລືໃນການກະກຽມຄວາມພ້ອມດ້ານຕ່າງໆ ເຊິ່ງຄາດວ່າຈະຈັດຂຶ້ນໃນ 4-6 ທັນວາ 2020 ນີ້ ພາຍໃຕ້ຫົວຂໍ້ “ຕາມຮອຍມູນເຊື້ອຂອງຄົນເມືອງສະຫວັນ”

ທ່ານໃດທີ່ຢາກເດີນທາງໄປທ່ອງທ່ຽວພັກຜ່ອນທ້າຍປີ ກໍວາງແຜນກັນໄວ້ ຫລືທ່ານໄດ້ທີ່ບໍ່ໄດ້ໄປກໍຖ້າຕິດຕາມໄດ້ຈາກທາງ Page LaoX ຂອງພວກເຮົາ ເພາະທີມງານເຮົາຈະພາທ່ານໄປບຸກເລາະງານຢ່າງແນ່ນອນ.