ກົມສົ່ງເສີມວິສາຫະກິດຂະໜາດນ້ອຍ ແລະ ກາງ ຈັດກອງປະຊຸມປຶກສາຫາລື ສິ່ງທ້າທາຍແລະທິດທາງແກ້ໄຂໂດຍນຳໃຊ້ ດິຈິຕອລ ເພື່ອແກ້ໄຂຜົນກະທົບຈາກພະຍາດໂຄວິດ-19


ໃນວັນທີ 28 ຕຸລາ 2020 ທີ່ຜ່ານມາ ກົມສົ່ງເສີມວິສາຫະກິດຂະໜາດນ້ອຍ ແລະ ກາງ, ກະຊວງອຸດສາຫະກຳ ແລະ ການຄ້າໄດ້ຈັດກອງປະຊຸມປຶກສາຫາລື ພາຍໃຕ້ຫົວຂໍ້ “ສິ່ງທ້າທາຍ ແລະ ແນວທາງແກ້ໄຂໂດຍນຳໃຊ້ດິຈິຕອລ ສຳລັບທຸລະກິດຂະໜາດນ້ອຍ ແລະ ກາງໃນ ສປປ ລາວ ໃນຊ່ວງໂລກລະບາດ COVID-19” ທີ່ໂຮງແຮມແລນມາກ ຣິເວີໄຊ ສະໜັບສະໜູນໂດຍ ໂຄງການປັບປຸງສະພາບແວດລ້ອມການດຳເນີນທຸລະກິດຢູ່ ສປປ ລາວ (LBE) ພາຍໃຕ້ການສະໜັບສະໜູນຂອງອົງການພັດທະນາສາກົນສະຫະລັດອາເມຣິກາ (USAID)

ກອງປະຊຸມປຶກສາຫາລືຄັ້ງນີ້ເປັນກຽດເຂົ້າຮ່ວມໂດຍ ທ່ານ ບຸນເຖິງ ດວງສະຫວັນ ຫົວໜ້າກົມສົ່ງເສີມວິຫາກະກິດຂະໜາດນ້ອຍ ແລະ ກາງ ກະຊວງອຸດສະຫະກຳແລະການຄ້າ, ທ່ານ ທະນົງສິນ ກັນລະຍາ ຮອງປະທານສະພາການຄ້າແລະອຸດສາຫະກຳແຫ່ງຊາດລາວ, ທ່ານ ໄມໂຄລ ຣອນນິ້ງ ຜູ້ຕາງໜ້າອົງການພັດທະນາສາກົນສະຫະລັດອາເມຣິກາ (USAID) ແລະ ບັນດານັກທຸລະກິດ ແລະ ຜູ້ປະກອບການ

ພາຍໃນການກອງປະຊຸມ ບັນດາຜູ້ເຂົ້າຮ່ວມໄດ້ຟັງການບັນຍາຍທາງໄກຈາກກອງປະຊຸມທຸລະກິດ ອິນໂດ-ປາຊີຟິກ ຈາກນະຄອນຫຼວງຮ່າໂນຍ ສສ ຫວຽດນາມ ໃນຫົວຂໍ້: “ສິ່ງທ້າທາຍ ແລະ ກາລະໂອກາດການພັດທະນາເສດຖະກິດດິຈິຕອລ ຂອງບັນດາປະເທດອິນໂດ-ປາຊີຟິກ” ເພື່ອສຶກສາການປ່ຽນແປງຂອງເສດຖະກິດດິຈີຕອລ,​ ຜົນກະທົບຕໍ່ກັບພາກລັດຖະບານ, ສັງຄົມ ແລະ ຂະແໜງອຸດສາຫະກຳໃນພາກພື້ນ ແລະ ກາລະໂອກາດສຳລັບບັນດາປະເທດໃນຂົງເຂດອິນໂດ-ປາຊີຟິກ ລວມທັງ ສປປ ລາວ ໃນການພັດທະນາແລະການຫັນສູ່ເສດຖະກິດດິຈິຕອລ ແບບຍືນຍົງ

ພ້ອມດຽວກັນນີ້, ໃນກອງປະຊຸມພາກເຊົ້າ ສະພາການຄ້າ ໄດ້ນຳສະເໜຜົນສຳຫຼວດກ່ຽວກັບຜົນກະທົບຂອງ COVID-19 ຕໍ່ພາກທຸລະກິດຂອງ ສປປ ລາວ ແລະ ນະໂຍບາຍສົ່ງເສີມຂອງລັດຖະບານໃນການຊ່ວຍເຫຼືອ SMEs ໃນໄລຍະການແຜ່ລະບາດຂອງເຊື້ອໄວຣັສໂຄວິດ-19 ເພື່່ອເປັນການປຶກສາຫາລືຂະແໜງການທີ່ໄດ້ຮັບຜົນກະທົບຫຼາຍທີ່ສຸດ ແລະ ເພື່ອຊ່ວຍບັນເທົາຜົນກະທົບດັ່ງກ່າວ ໂດຍສະເພາະ SMEs ໃຫ້ສາມາດຂ້າມຜ່ານໄປໄດ້

ພາກບ່າຍຂອງກອງປະຊຸມ ໄດ້ມີການນຳສະເໜີຜະລິດຕະພັນ ແລະ ການບໍລິການດິຈິຕອລ (Digital Solutions) ທີ່ນຳໃຊ້ໄດ້ຕົວຈິງ ແລະ ສາມາດເພີ່ມປະສິດທິພາບຄວາມສາມາດໃຫ້ SMEs ໃນບາງປະເທດອາຊຽນ, ຜູ້ຕາງໜ້າຈາກບໍລິສັດເຕັກໂນໂລຊີສາກົນ ປຶກສາຫາລືກ່ຽວກັບຜະລິດຕະພັນ ແລະ ການບໍລິການທີ່ສ້າງສະເພາະ ສຳລັບ SMEs ຄື: ຜູ້ຕາງໜ້າຈາກບໍລິສັດ WBG (ປະເທດສິງກະໂປ),  ຜູ້ຈັດການດ້ານນະໂຍບາຍເຟສບຸກໃນປະເທດລາວກຳປູເຈຍ ແລະ ປະເທດລາວ (ປະເທດກຳປູເຈຍ)

ນອກນີ້ ຍັງມີການຍົກໃຫ້ເຫັນເຖິງຜົນສຳເລັດຂອງ SMEs ຈາກບໍລິສັດ LOCA ແລະ GoTeddy (ປະເທດລາວ) ແລະ Eleven One Kitchen (ປະເທດກຳປູເຈຍ) ໃນການຂັບເຄື່ອນຂອງຕົນໃນໄລຍະການແຜ່ລະບາດຂອງເຊື້ອພະຍາດໂຄວິດ-19 ໂດຍນຳໃຊ້ເຄື່ອງມືດິຈິຕອລ ຜ່ານການອະທິບາຍກ່ຽວກັບວິທີການປັບຕົວເຂົ້າສະພາບແວດລ້ອມການດຳເນີນທຸລະກິດແບບໃໝ່ ພ້ອມທັງໃຫ້ຄຳແນະນຳ ແລະ ແລກປ່ຽນບົດຮຽນທີ່ເປັນປະໂຫຍດແກ່ SMEs ອື່ນໆໃນພາກພື້ນ

ທັງນີ້ ຜູ້ສະໜູນສະໜູນໂຄງການປັບປຸງສະພາບແວດລ້ອມການດຳເນີນທຸລະກິດຢູ່ ສປປ ລາວ (USAID LBE) ໄດ້ສະເໜີຮູບແບບການຊ່ວຍເຫຼືອຕ່າງໆ ທີ່ທາງໂຄງການ ແລະ ໂຄງການອື່ນໆ ຈະສາມາດສະໜັບສະໜູນການຟື້ນຟູ SMEs ໃນ ສປປ ລາວ ແນໃສ່ໃຫ້ບັນດາທຸລະກິດສາມາດຂ້າມຜ່ານວິກິດການຄັ້ງນີ້ໄປໄດ້