Acer ເປິດຕົວ Acer Pure Cool ພັດລົມພ້ອມເຄື່ອງກອງອາກາດ.


Acer Pure ບໍລິສັດລູກຂອງ Acer ທີ່ເຮັດທຸລະກິດກ່ຽວກັບເລື່ອງຂອງອາກາດໄດ້ເປິດຕົວ Acer Pure Cool  ພັດລົມທີ່ມີຖານເປັນເຄື່ອງກອງອາກາດດ້ວຍ Filter HEPA (H13) ທີ່ສາມາດດັກຈັບຝຸ່ນຂະໜາດ 0.3 um ໄດ້ 99.97% ລວມເຖິງສາມາດດັກຈັບແບັກທີເຣຍໄດ້ອີກດ້ວຍ.

ຕົວເຄື່ອງກອງອາກາດສາມາດກອງອາກາດໃນຫ້ອງຂະໜາດ 27 ຕາແມັດໄດ້ໃນປະມານ 3 ນາທີ ມີເຊັນເຊີ້ກວດຈັບຝຸ່ນອັດຕະໂນມັດ, ໃບພັດລົດສາມາດຕັ້ງຂຶ້ນໄດ້ 90 ອົງສາ ແລະ ຈະວາງຈຳຫນ່າຍໃນໃຕ້ຫວັນ, ອິນເດຍ, ຫວຽດນາມ, ອິນໂດເນເຊຍ, ມາເລເຊຍ ແລະ ໄທ. ສ່ວນລາຄາຕ້ອງຕິດຕາມຕໍ່ໄປ.

ທີ່ມາ: https://www.blognone.com/node/119217