ມາເບິ່ງຄຸນປະໂຫຍດຂອງແມງສາບ ທີ່ໃຜກໍຊັງ


ແມງສາບ ສັດທີ່ບໍ່ໜ້າພຶງປະສົງສຳລັບໃຜຫຼາຍຄົນ ແຕ່ຮູ້ຫລືບໍ່ໃນມຸມຂອງນັກວິທະຍາສາດແລະນັກວິໄຈດ້ານອາຫານແລ້ວ ແມງສາບຄືອາຫານແຫ່ງອະນາຄົດ ທີ່ເປັນແຫຼ່ງໂປຣຕີນຊັ້ນດີຄືກັບແມງໄມ້ຊະນິດທົ່ວໄປ ແລະ ແມງສາບຍັງບໍ່ເປັນພາຫະນະນຳໂຣກຄືກັບຍຸງອີກດ້ວຍ.

ປະເທດຈີນ ຍົກໃຫ້ແມງສາບເປັນສັດເສດຖະກິດ ໂດຍມີຟາມແມງສາບໄວ້ສົ່ງອອກ ດ້ານນັກວິໄຈໃຊ້ເປັນສ່ວນປະສົມເຂົ້າຈີ່ ອ້າງຄຸນຄ່າທາງອາຫານສູງ ແລະ ເຊື່ອວ່າແມງສາບສາມາດພັດທະນາເປັນອາຫານສຳລັບອະນາຄົດໄດ້ເປັນຢ່າງດີ.

ອາດຈະເບິ່ງວ່າເປັນທຸລະກິດທີ່ເປັນຕາຢ້ານສຳລັບບາງຄົນ ແຕ່ສຳລັບຜູ້ບໍ່ຊັງແມງສາບ ນີ້ຖືວ່າເປັນໂອກາດທາງທຸລະກິດທີ່ໜ້າສົນໃຈ ສຳລັບຟາມແມງສາບທີ່ວ່ານີ້ ເປັນຟາມເພາະພັນແມງສາບສາຍພັນອາເມຣິກາ ຕັ້ງຢູ່ໃນມົນທົນຊານຕົງ ທາງຕະເວັນອອກຂອງປະເທດຈີນ ເຈົ້າຂອງຟາມຊື່ ຫວັງ ຟູ່ໝິງ ແລະ ເປັນຟາມແມງສາບທີ່ໃຫຍ່ທີ່ສຸດໃນປະເທດຈີນ.

ເຊື່ອຫຼືບໍ່ວ່າ ຟາມແຫ່ງນີ້ສາມາດສ້າງກຳໄລປີລະ 1.000.000 ຢວນ ຫຼື ປະມານ  1.380.000.000 ລ້ານກີບ ເປັນຢ່າງຕໍ່າ ເນື່ອງຈາກແມງສາບສາຍພັນອາເມຣິກາກຳລັງເປັນທີ່ຕ້ອງການຂອງບໍລິສັດເຄື່ອງສຳອາງ ແລະ ບໍລິສັດຢາ ເພາະໃນຕົວແມງສາບເຫຼົ່ານີ້ເປັນແຫຼ່ງໂປຣຕີນຊັ້ນເລີດທີ່ກຳລັງເປັນທີ່ຕ້ອງການ.

ທີ່ມາ: