ຄັ້ງທຳອິດໃນວົງການແພດ! ໃຊ້ AI ຊ່ວຍໃຫ້ຊາຍໜຸ່ມທີ່ເປັນອຳມະພາດເຄິ່ງຊີກກັບມາຮູ້ສຶກໄດ້ອີກຄັ້ງ


ຖືເປັນຄັ້ງທຳອິດໃນວົງການແພດທີ່ນັກຄົ້ນຄວ້າໄດ້ໃຊ້ສະໝອງທຽມທີ່ຂັບເຄື່ອນດ້ວຍພະລັງຂອງ AI ໃນການຊ່ວຍກາຍະພາບບຳບັດ ແລະ ຕອບສະໜອງກັບປະສາດສຳຜັດຂອງຊາຍທີ່ເປັນອຳມະພາດເຄິ່ງຊີກຕັ້ງແຕ່ໜ້າເອິກລົງໄປໄດ້ຢ່າງໜ້າອັດສະຈັນ.

Keith Thomas ຊາຍອາຍຸໄວ 45 ປີ ໄດ້ປະສົບກັບອຸບັດຕິເຫດຈາກການດຳນ້ຳໃນປີ 2020, ເຮັດໃຫ້ກະດູກສັນຫຼັງໃນສ່ວນ C4 ແລະ C5 ຂອງລາວເສຍຫາຍຢ່າງໜັກ ຈຶ່ງເຮັດໃຫ້ຮ່າງກາຍຂອງລາວຕ້ອງເປັນອຳມະພາດເຄິ່ງຊີກ.

ແຕ່ດ້ວຍຜົນງານການບຸກເບີກຂອງນັກວິທະຍາສາດຈາກສະຖາບັນ Feinstein Institutes ຂອງ Northwell Health ເຮັດໃຫ້ໃນຕອນນີ້ Thomas ສາມາດກັບມາເຄື່ອນເໜັງຂາ ແລະ ແຂນຂອງລາວໄດ້ພຽງແຕ່ນຶກເຖິງມັນ ແຕ່ສິ່ງທີ່ໜ້າຕົກໃຈໄປກວ່ານັ້ນກໍຄືລາວສາມາດຮັບຮູ້ຄວາມຮູ້ສຶກໄດ້ຈາກການສຳຜັດຂອງມືຕົນເອງເປັນຄັ້ງທຳອິດໃນຮອບ 3 ປີ.

ຈາກຄຳອະທິບາຍໂດຍ Northwell Health, ຄວາມກ້າວໜ້າທີ່ເກີດຂຶ້ນໄດ້ດ້ວຍນະວັດຕະກຳໃໝ່ໃນຂະບວນການຜ່າຕັດແບບ Double neural bypass. ໂດຍຫຼັງຈາກນັ້ນ ໝໍຜ່າຕັດກໍຈະຝັງໄມໂຄຣຊິບໃສ່ໃນສະໝອງສ່ວນຄວບຄຸມການເຄື່ອນໄຫວ ແລະ ຄວາມຮູ້ສຶກໃນການສຳຜັດຂອງມື Thomas , ໂດຍຊິບຈະເຊື່ອມຕໍ່ກັບ AI algorithm ທີ່ເຊື່ອມໂຍງສະໝອງຂອງລາວກັບຮ່າງກາຍ ແລະ ເສັ້່ນປະສາດກະດູກສັນຫຼັງອີກຄັ້ງ. ນີ້ຈຶ່ງເຮັດໃຫ້ Thomas ສາມາດໃຊ້ຄວາມນຶກຄິດເພື່ອແປງເປັນການກະທຳໄດ້.

ພາຍ​ໃນ​ເວລາພຽງ​ແຕ່​ສີ່​ເດືອນ​ຫຼັງຈາກໄດ້ຮັບການປູກຖ່າຍ, Thomas ມີ​ກຳລັງແຂນເພີ່ມຂຶ້ນເປັນສອງ​ເທົ່າ ແຕ່ນີ້ເປັນພຽງການເລີ່ມຕົ້ນເທົ່ານັ້ນ. ນັກຄົ້ນຄວ້າເຊື່ອວ່າການໃຊ້ bypass ຊໍ້າໆ ຈະຊ່ວຍສົ່ງເສິມໃນການຟື້ນຟູຕາມທໍາມະຊາດແບບຍືນຍົງທັງ ສະໝອງ, ຮ່າງກາຍ ແລະ ກະດູກສັນຫຼັງອາດຈະສາມາດຮຽນຮູ້ວິທີການສື່ສານທີ່ລືມໄປໃໝ່ໄດ້.

Chad Bouton ຜູ້ນໍາການຄົ້ນຄວ້າ ກ່າວໃນບົດຄວາມທີ່ຕີພິມໂດຍ Northwell Health ວ່າ “ນີ້ຄືສິ່ງທີ່ຈະມາປະຕິວັດວົງການແພດໝໍ, ໂດຍພວກເຮົາມີເປົ້າໝາຍໃນການຊ່ວຍເຫຼືອຄົນທີ່ເປັນອຳມະພາດໃຫ້ກັບມາສາມາດມີຊີວິດທີ່ເປັນອິດສະຫຼະ ແລະ ມີຄວາມສົມບູນແບບຫຼາຍຂຶ້ນກວ່າເກົ່າ”

ຢ່າງໃດກໍຕາມ, ການຜ່າຕັດນັ້ນເປັນໄດ້ດ້ວຍຄວາມຍາກລຳບາກ ໂດຍກ່ຽວຂ້ອງກັບ  brain mapping ທີ່ຕ້ອງໃຊ້ເວລາຫຼາຍກວ່າສິບຫ້າຊົ່ວໂມງ ແລະ Thomas ຈະຮູ້ສຶກຕົວໃນບາງຂັ້ນຕອນໃນລະຫວ່າງການຜ່າຕັດ. ເຊິ່ງເຂົາກ່າວເຖິງໃນຈຸດນີ້ວ່າ “ມັນເປັນສິ່ງທີ່ຍາກເກີນທີ່ຈະຮັບໄຫວ”

ທີ່ມາ:

decrypt

youtube

youtube2

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/