Godzilla Minus One ກາຍເປັນຮູບເງົາທີ່ມີຍອດດາວໂຫຼດເຖື່ອນຫຼາຍທີ່ສຸດ


Godzilla Minus One ຮູບເງົາໃນແຟຣນໄຊ Godzilla ທີ່ມາແຮງທີ່ສຸດໃນປີ 2023 ແລະ ກາຍເປັນກະແສທົ່ວໂລກຢ່າງວ່ອງໄວ ທີ່ສຳຄັນຍັງສາມາດຄວ້າຮາງວັນ Oscar ສາຂາເທັກນິກພິເສດດີເດັ່ນອີກດ້ວຍ ແຕ່ສິ່ງທີ່ຕາມມາພ້ອມກະແສອັນດີງາມກັບກາຍເປັນວ່າເລື່ອງນີ້ມີຍອດດາວໂຫຼດເຖື່ອນຫຼາຍທີ່ສຸດ.

ໂດຍຂໍ້ມູນດັ່ງກ່າວມາຈາກ Torrent Freak ເຊິ່ງເປັນເວັບໄຊຮວບຮວມຂໍ້ມູນທີ່ກ່ຽວຂ້ອງກັບການລະເມີດລິຂະສິດທາງອອນລາຍ ຈາກອາທິດທີ່ຜ່ານມາໄດ້ຊີ້ໃຫ້ເຫັນວ່າຮູບເງົາ Godzilla Minus One ກາຍເປັນຮູບເງົາທີ່ມີຍອດດາວໂຫຼດເຖື່ອນຫຼາຍທີ່ສຸດ ຫຼັງຈາກການເຜີຍແຜ່ທາງສະຕຣີມມິ່ງ Amazon Prime ປະເທດຍີ່ປຸ່ນ ພຽງບໍ່ດົນ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/