ແຮງງານຕ້ອງພັດທະນາສີມືທັກສະໃຫ້ຫຼາຍຂຶ້ນ ເພື່ອເຂົ້າແຂ່ງຂັນກັບຕະຫຼາດແຮງງານໃນປັດຈຸບັນ


ປັດຈຸບັນ ພາກທຸລະກິດ ໃນສປປ ລາວ ມີຄວາມຕ້ອງການແຮງງານຫຼາຍຂຶ້ນ ໂດຍສະເພາະແຮງງານທີ່ມີສີມື ເພື່ອຂັບເຄື່ອນພັດທະນາອົງກອນໃຫ້ເຂັ້ມແຂງ ທ່າມກາງຄວາມຫຍຸ້ງຍາກທາງດ້ານເສດຖະກິດ ແລະ ການແຂ່ງຂັນທີ່ຫຼາຍຂຶ້ນ.

ຄຳເຫັນດັ່ງກ່າວ ມີຂຶ້ນໂດຍທ່ານ ທ່ານ ໄຊບັນດິດ ຣາຊະພັນ ຮອງປະທານສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ (ສຄອຊ) ທີ່ໄດ້ໃຫ້ສໍາພາດວ່າ: ບັນຫາໃຫຍ່ທີ່ສໍາຄັນຕໍ່ການພັດທະນາເສດຖະກິດຢູ່ບ້ານເຮົາກໍຄືບັນຫາແຮງງານ. ຄວາມຈິງແລ້ວແຮງງານລາວຫຼາຍຄົນມີສີມືພໍສົມຄວນ ແຕ່​ການ​ສະໜອງ​ແຮງ​ງານ​ຍັງ​ບໍ່​ພຽງພໍ​ກັບ​ຄວາມ​ຕ້ອງການ​ທີ່​ເພີ່ມ​ຂຶ້ນ​ຂອງ​ວິ​ສາ​ຫະກິດ​ຕ່າງໆ ລວມທັງ​ໂຮງງານ​ຕັດຫຍິບ ​ແລະ ບໍລິສັດ​ອຸດສາຫະກຳ​ການຜະລິດຕ່າງໆ.

ທ່ານ ໄຊບັນດິດ ກ່າວວ່າ: ປັດຈຸບັນການເຄື່ອນໄຫວທຸລະກິດບ້ານເຮົາມີຄວາມຕ້ອງການແຮງງານຫຼາຍຂຶ້ນ ໂດຍສະເພາະແຮງງານທີ່ມີສີມື ເພາະວ່າການສ້າງຕັ້ງໂຮງຈັກໂຮງງານຕ່າງໆຕ້ອງການພະນັກງານທີ່ມີທັກສະລະດັບໃດໜຶ່ງຈິ່ງສາມາດເຮັດວຽກໄດ້

ໂດຍ ຮອງປະທານ ສຄອຊ ໃຫ້ຮູ້ອີກວ່າ ການຈັດຕະຫຼາດແຮງງານຍັງບໍ່ທັນຕອບສະໜອງໄດ້ຢ່າງພຽງພໍ ເນື່ອງຈາກການແຂ່ງຂັນຄວາມຕ້ອງການແຮງງານຈາກຕ່າງປະເທດເຮັດໃຫ້ແຮງງານຈໍານວນໜຶ່ງໄດ້ເຄື່ອນຍ້າຍອອກໄປເຮັດວຽກຢູ່ຕ່າງປະເທດ ເຊັ່ນ: ໄທ, ຍີ່ປຸ່ນ, ສ.ເກົາຫຼີ ເປັນຕົ້ນ.

ພາຍຫຼັງຈາກການແຜ່ລະບາດຂອງພະຍາດໂຄວິດ-19 ມານີ້ ມີນັກລົງທຶນຈາກປະເທດໃນຢູໂຣບ ແລະ ປະເທດອ້ອມຂ້າງໄດ້ເຂົ້າມາສຶກສາການລົງທຶນ ແລະ ການຍ້າຍຖານການຜະລິດຈາກບັນດາປະເທດທີ່ເຂົ້າເຈົ້າມີຢູ່ແລ້ວຍ້າຍມາຢູ່ບ້ານເຮົາ. ບາງບໍລິສັດກໍລົງທຶນສຶກສາແຕ່ເໜືອຮອດ ໃຕ້ເປັນຕົ້ນແມ່ນການຫາແຮງງານໃນແຕ່ລະເຂດທີ່ຈະມາຂັບເຄື່ອນທຸລະກິດ ແຕ່ສຸດທ້າຍແລ້ວມີຫຼາຍບໍລິສັດທີ່ມາເຮັດການສຶກສາ ບໍ່ຕົກລົງມາລົງທຶນເຮັດທຸລະກິດດັ່ງກ່າວ, ມີພຽງ 10% ເທົ່ານັ້ນທີ່ມາລົງທຶນເຮັດຕົວຈິງໃນປະເທດເຮົາ.

ສາເຫດກໍມາຈາກຫຼາຍເຫດຜົນ ແຕ່ບັນຫາຫຼັກໆແມ່ນເລື່ອງການຂົນສົ່ງຍ້ອນປະເທດເຮົາບໍ່ມີທາງອອກສູ່ທະເລໂດຍກົງ ເຖິງຈະມີທາງລົດໄຟ ແຕ່ຄ່າໃຊ້ຈ່າຍແພງ ແລະ ເສັ້ນທາງຍັງບໍ່ທົ່ວເຖິງ ໃນປັດຈຸບັນນີ້ຍັງອາໄສການສົ່ງອອກທາງທະເລຫຼາຍກວ່າ; ບັນຫາທີສອງແມ່ນເລື່ອງແຮງງານ ທີ່ມີທັກສະແມ່ນຍັງມີໜ້ອຍຈຶ່ງຕ້ອງຂົນຂວາຍສ້າງແຮງດຶງດູດໃຫ້ຊາວໜຸ່ມ-ແມ່ຍິງປະມານ 15 ປີຂຶ້ນໄປທີ່ຢູ່ໃນໄວຮຽນ ຕາມກົດໝາຍແມ່ນ ສາມາດປະກອບວິຊາຊີບໄດ້ແລ້ວ ເຊິ່ງແຮງດຶງດູດນີ້ຂຶ້ນກັບ ຄວາມສະເໝັກໃຈຂອງຜູ້ກ່ຽວ, ຂຶ້ນກັບທັກສະຄວາມສາມາດ ແລະ ຄວາມຕ້ອງການຂອງແຕ່ລະຄົນ ເຊິ່ງວິຊາຊີບທີ່ຈະຮຽນນີ້ພວກເຮົາຈະນໍາໃຊ້ວິທີການແບບຄວບຄູ່ ເມື່ອຈົບແລ້ວກໍສາມາດຮຽນຕໍ່ລະດັບສູງໆຂຶ້ນໄປ.

ທ່ານຮອງປະທານ ສຄອຊ ຍັງເນັ້ນຕື່ມວ່າ: ສິ່ງສໍາຄັນໃນຕອນນີ້ພວກເຮົາຕ້ອງປູກຈິດສໍານຶກໃຫ້ຍິງໜຸ່ມ-ຊາຍໜຸ່ມໂດຍສະເພາະໃນເຂດ ຊົນນະບົດໃຫ້ເກີດຄວາມຢາກຮຽນ ເພື່ອຫັນເຂົ້າສູ່ຕະຫຼາດແຮງງານ ຈຶ່ງສາມາດເຮັດໃຫ້ກ້ອນກຳລັງການຜະລິດສາມາດຕອນສະໝອງການລົງທຶນຂອງຕ່າງປະເທດໄດ້, ທາງຄະນະຮັບຜິດຊອບໄດ້ມີແນວທາງການຮ່ວມມືຢ່າງທົ່ວເຖິງກັບຂະແໜງການທີ່ກ່ຽວຂ້ອງເຊັ່ນອົງການແມ່ຍິງ, ບ້ານ, ເມືອງ, ແຂວງ, ຊາວໜຸ່ມ, ກຳມະບານແຕ່ລະຂັ້ນ ພ້ອມດ້ວຍສະພາການຄ້າ ແລະ ພະແນກແຮງງານແຕ່ລະຂັ້ນ ຮ່ວມກັນຜູ້ປະກອບການອີກດ້ວຍ ເພື່ອດຶງດູດຜູ້ທີ່ສົນໃຈຢາກເຮັດວຽກພາຍໃນປະເທດ.

ທາງພາກລັດກໍໄດ້ມີລະບົບ LMI (www.lmi.gov.la) ເຊິ່ງເປັນລະບົບ ຂໍ້ມູນຂ່າວສານຕະຫຼາດແຮງງານເພື່ອຂຶ້ນທະບຽນຊອກວຽກເຮັດງານທໍາ ແລະ ຊອກຫາຕຳແໜ່ງວ່າງໃຫ້ສອດຄ່ອງກັບຄວາມຮູ້ຄວາມສາມາດ ແລະ ທັກສະສີມືຂອງຕົນ ເຊິ່ງທາງພາກລັດໄດ້ສະໜອງຂໍ້ມູນຕຳແໜ່ງງານ ທີ່ວາງເຂົ້າໃນລະບົບດັ່ງກ່າວ.

ຈາກສະພາບເສດຖະກິດບ້ານເຮົາປະສົບກັນບັນຫາເລື່ອງເງິນເຟີ້, ເງິນກີບອ່ອນຄ່າ. ຢູ່ນໍາໃຊ້ແຮງງານ ຫຼື ນາຍຈ້າງກໍໄດ້ເພີ່ມນະໂຍບາຍໃຫ້ພະນັກງານມາຕະຫຼອດລວມທັງເງິນເດືອນພື້ນຖານ ປັດຈຸບັນນີ້ເພື່ອເຮັດໃຫ້ພະນັກງງານຢູ່ໄດ້ຢ່າງໜ້ອຍແມ່ນ 3-4 ລ້ານຂຶ້ນໄປ ເພາະຜູ້ປະກອບການກໍມີ ຄວາມຕ້ອງການໃຫ້ພະນັກງານຢູ່ດົນ ແລະ ຢູ່ໄດ້.

ທີ່ມາ: https://www.facebook.com/photo?fbid=946179520845615&set=a.501887858608119

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/