4 ເດືອນຕົ້ນປີ ມູນຄ່າການຄ້າ ຈີນ-ອາຊຽນ ບັນລຸໄດ້ກວ່າ 2.180 ຕື້ຢວນ ເພີ່ມຂຶ້ນ 8,5%


ອາຊຽນສືບຕໍ່ເປັນຄູ່ການຄ້າໃຫຍ່ອັນດັບໜຶ່ງຂອງຈີນ, ໂດຍໃນ 4 ເດືອນຕົ້ນປີ 2024 ນີ້, ຍອດມູນຄ່າການຄ້າລະຫວ່າງຈີນກັບອາຊຽນໄດ້ບັນລຸເຖິງ 2.180 ຕື້ຢວນ, ເພີ່ມຂຶ້ນ 8,5% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2023 ຜ່ານມາ.

ໂດຍອີງຕາມການລາຍງານຂອງ CMG 93 FM ອັນດັບສອງທີ່ມີມູນຄ່າການຄ້າກັບຈີນ ໃນ 4 ເດືອນຕົ້ນປີ ແມ່ນ ສະຫະພາບຢູໂຣບ ທີ່ສາມາດບັນລຸມູນຄ່າການຄ້າ 2 ສົ້ນໄດ້ເຖິງ 1.750ຕື້ຢວນ, ຫຼຸດລົງ 1,8% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2023 ຜ່ານມາ.

ສ່ວນອາເມຣິກາເປັນຄູ່ການຄ້າໃຫຍ່ອັນດັບສາມຂອງຈີນ, ຍອດມູນຄ່າການຄ້າລະຫວ່າງຈີນກັບອາເມຣິກາໄດ້ບັນລຸເຖິງ 1.470 ຕື້ຢວນ, ເພີ່ມຂຶ້ນ 1,1% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2023 ຜ່ານມາ.

ໂດຍໃນ 4 ເດືອນຕົ້ນປີ 2024, ຍອດມູນຄ່ານຳເຂົ້າ ແລະ ສົ່ງອອກຂອງຈີນທັງໝົດບັນລຸໄດ້ເຖິງ 13.810 ຕື້ຢວນ, ເພີ່ມຂຶ້ນ 5,7% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2023 ຜ່ານມາ.

ເດືອນເມສາຜ່ານມາ, ຍອດມູນຄ່າການສົ່ງອອກແລະນຳເຂົ້າສິນຄ້າຂອງຈີນໄດ້ບັນລຸເຖິງ3.600 ຕື້ຢວນ, ເພີ່ມຂຶ້ນ 8% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2023 ຜ່ານມາ, ໃນນີ້, ການສົ່ງອອກໄດ້ເພີ່ມຂຶ້ນ5,1%, ການນຳເຂົ້າໄດ້ເພີ່ມຂຶ້ນ 12,2%.

ທີ່ມາ:

https://web.facebook.com/crifm93/posts/pfbid02K99z9ZBfUGBUnfeS1ynx1q1AS2oz5C2eo9nYs6EAnzt7MEHtK3yBji1dmkY6WmQHl

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/