ສະຫະລັດເພີ່ມກຳລັງໃນການຜະລິດຊິບ 3 ເທົ່າ! ພິກໂສມ​ຮູບ​ແບບ​ໃໝ່ ​ເພື່ອ​​ໜູນ​ເສດ​ຖະ​ກິດ ຫຼຸດຜ່ອນການເພິ່ງພາອາໄສຊິບຈາກຕ່າງປະເທດ


ສະຫະລັດຈະເພີ່ມກໍາລັງການຜະລິດຊິບພາຍໃນປະເທດ ໃນປີ 2032 ໂດຍອ້າງອີງຂໍ້ມູນຈາກບົດລາຍງານຫຼ້າສຸດຂອງສະມາຄົມອຸດສາຫະກໍາ Semiconductor (SIA), ໂດຍ Boston Consulting Group.

ໂດຍບົດ​ລາຍ​ງານ​ຄາດ​ການ​ວ່າ ​ກຳລັງ​ການ​ຜະລິດ​ຊິບ​ຂອງ​ສະຫະລັດ​ຈະເພີ່ມຂຶ້ນເຖິງສາມເທົ່າພາຍໃນປີ 2032, ສົ່ງຜົນໃຫ້ອັດຕາສ່ວນຂອງສະຫະລັດໃນຕະຫຼາດຊິບໂລກໄດ້ເພີ່ມຂຶ້ນຈາກ 10% ໃນປັດຈຸບັນເປັນ 14%.

ການເພີ່ມຂຶ້ນໃນຄັ້ງນີ້ເປັນການພິກຜັນແນວໂນ້ມທີ່ແກ່ຍາວມາເປັນເວລາຫຼາຍທົດສະວັດ, ເຊິ່ງນີ້ເຮັດໃຫ້ການຜະລິດຊິບຍ້າຍອອກຈາກສະຫະລັດໄປສູ່ອາຊີຕາເວັນອອກ. ໃນບົດ​ລາຍ​ງານ​ສະ​ແດງ​ໃຫ້​ເຫັນ​ວ່າ​ຫາກບໍ່ມີໂປຣແກຣມການ​ສະ​ໜັບ​ສະ​ໜູນ​ຈາກ​ລັດ​ຖະ​ບານ​ເຊັ່ນ CHIPS and Science Act ທີ່ປະກາດໃຊ້​ໃນ​ປີ 2022, ອັດ​ຕາ​ສ່ວນ​ຂອງ​ສະ​ຫະ​ລັດໃນຕະຫຼາດຊິບທົ່ວໂລກມີແນວໂນ້ມທີ່ຈະຫຼຸດລົງເຫຼືອພຽງແຕ່ 8%.

SIA ເຊິ່ງມີສໍານັກງານໃຫຍ່ຢູ່ໃນວໍຊິງຕັນ ເປັນຜູ້ຊຸກຍູ້ໃຫ້ມີການອອກກົດໝາຍ CHIPS Act ຢ່າງແຂງຂັນ ແລະ ຕ້ອງການທີ່ຈະສະແດງໃຫ້ເຫັນວ່າກົດໝາຍນີ້ກໍາລັງສົ່ງຜົນໃນທາງບວກ. SIA ຍັງຕ້ອງການທີ່ຈະຮຽກຮ້ອງໃຫ້ລັດຖະບານສະຫະລັດ ອຸທິດກອງທຶນເພີ່ມເຕີມເພື່ອສະໜັບສະໜູນອຸດສາຫະກໍານີ້

“ພວກ​ເຮົາ​ເຄີຍ​ເວົ້າ​ວ່າ ກົດ​ໝາຍ CHIPS ເປັນ​ບາດ​ກ້າວ​ທຳ​ອິດ​ທີ່​ເຂັ້ມ​ແຂງ. ແຕ່ພວກເຮົາຈຳເປັນຕ້ອງມີບາງສິ່ງບາງຢ່າງເພີ່ມເຕີມເພື່ອໃຫ້ບັນລຸເປົ້າໝາຍຂອງພວກເຮົາ” John Neufer CEO SIA ກ່າວ.

CHIPS Act ຈະຈັດສັນເງິນທຶນສະໜັບສະໜູນ 39 ຕື້ໂດລາ, ບວກກັບ​ເງິນ​ກູ້ ແລະ ການຄ້ຳປະກັນເງິນກູ້ 75 ຕື້​ໂດ​ລາ​ ແລະ ສິນເຊື່ອພາສີ 25%. ເພື່ອຊຸກຍູ້ໃຫ້ບໍລິສັດ semiconductor ກໍ່ສ້າງໂຮງງານໃນອານາເຂດຂອງສະຫະລັດ.

ຫຼັງຈາກປະກາດໃຊ້ກົດໝາຍສະບັບນີ້, ສະຫະລັດໄດ້ຮັບຄໍາໝັ້ນສັນຍາກັບຜູ້ຜະລິດຊິບຊັ້ນນຳ 5 ອັນດັບທໍາອິດຂອງໂລກວ່າ ພວກເຂົາຈະເພີ່ມໂຮງງານໃນປະເທດ ເຊິ່ງນີ້ປະກອບມີ 3 ຜູ້ຜະລິດຊິບໂລຈິກຊັ້ນນໍາທີ່ເປັນຫົວໃຈສຳຄັນຂອງອຸປະກອນຕ່າງໆເຊັ່ນ: Taiwan Semiconductor Manufacturing Company (TSMC), Samsung Electronics ແລະ Intel Corporation.

Gina Raimondo, ລັດຖະມົນຕີກະຊວງການຄ້າສະຫະລັດ ຜູ້​ບໍລິຫານ​ທີ່​ຮັບຜິດຊອບ​ໃນ​ການ​ຈັດ​ສັນ​ເງິນ​ທຶນ​ຈາກ CHIPS Act ກ່າວ​ວ່າ “ສະຫະລັດຕັ້ງເປົ້າໝາຍທີ່ຈະຊິບໂລຈິກຂັ້ນສູງໃຫ້ໄດ້ 20% ຂອງໂລກພາຍໃນທ້າຍທົດສະວັດນີ້”.

ການເພີ່ມກຳລັງການຜະລິດຊິບບາງສ່ວນຍັງຊ່ວຍປ້ອງກັນການຢຸດສະງັກຂອງຫ່ວງໂຊ່ອຸປະທານເຊັ່ນ ທີ່ເກີດຂຶ້ນໃນລະຫວ່າງການແຜ່ລະບາດຂອງ COVID-19, ແນວໃດກໍຕາມ, ສິ່ງນີ້ແມ່ນການປ່ຽນແປງຈາກອຸດສາຫະກໍາທີ່ໃຫ້ຄຸນຄ່າເໜືອສິ່ງອື່ນໃດ.

ສະຫະລັດບໍ່ແມ່ນປະເທດດຽວທີ່ມີຄວາມທະເຍີທະຍານໃນການຜະລິດຊິບ. ໃນບົດລາຍງານຍັງໄດ້ລະບຸວ່າ ຈີນກໍາລັງສ້າງໂຮງງານໃໝ່ປະມານ 30 ແຫ່ງສໍາລັບພາກສ່ວນຂອງຫ່ວງໂຊ່ອຸປະທານຊິບ, ລື່ນກາຍສະຫະລັດຢູ່ທີ່ 26 ແຫ່ງ. ທັງນີ້, ສະຫະພາບຢູໂຣບຍັງມີໂຄງການຜະລິດຊິບທີ່ກຳລັງດຳເນີນຢູ່ 8 ໂຄງການອີກດ້ວຍ.

ສະຫຼຸບແລ້ວການເພີ່ມກຳລັງການຜະລິດຊິບພາຍໃນປະເທດຂອງສະຫະລັດ ສົ່ງຜົນດີຕໍ່ປະເທດໃນຫຼາຍໆດ້ານຄື: ຊ່ວຍຫຼຸດຜ່ອນການເພິ່ງພາອາໄສຊິບຕ່າງປະເທດ ເຊິ່ງ​ອາດ​ຈະ​ສ້າງ​ຄວາມ​ສ່ຽງ​ຕໍ່​ຄວາມ​ໝັ້ນຄົງ​ແຫ່ງ​ຊາດ, ຊຸກຍູ້​ເສດຖະກິດ ​ແລະ ​ສ້າງ​ວຽກ​ເຮັດ​ງານ​ທຳ​ໃໝ່, ຊ່ວຍສະຫະລັດ ຮັກສາ​ຄວາມ​ເປັນ​ຜູ້ນຳ​ດ້ານ​ເຕັກ​ໂນ​ໂລ​ຊີ, ສົ່ງເສີມນະວັດຕະກໍາ ແລະ ເສີມສ້າງຄວາມປອດໄພທາງໄຊເບີ.

ທີ່ມາ:

taipeitimes

bloomberg

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/