ນັກທ່ອງທ່ຽວເຂົ້າອອກຊາຍແດນຈີນ-ລາວ ເພີ່ມຂຶ້ນສູງເປັນປະຫວັດສາດ ຫຼາຍກວ່າ 1 ລ້ານເທື່ອຄົນ


ນັບຕັ້ງແຕ່ຕົ້ນປີ 2024 ຮອດວັນທີ 6 ພຶດສະພານີ້ ໄດ້ມີຈຳນວນນັກທ່ອງທ່ຽວເຂົ້າອອກຊາຍແດນຈີນ-ລາວ ຫຼາຍກວ່າ 1​ ລ້ານຄົນ ເຊິ່ງເປັນຕົວເລກທີ່ເພີ່ມຂຶ້ນສູງເປັນປະຫວັດສາດ ຄິດເປັນ 86% ເມື່ອທຽບກັບໄລຍະດຽວກັນກັບປີທີ່ຜ່ານມາ.

ໂດຍອີງຕາມການລາຍງານຂອງ CMG FM93 ວັນທີ 7 ພຶດສະພານີ້, ດ່ານກວດຄົນເຂົ້າອອກເມືອງບໍ່ຫານແຂວງຢຸນນານຈີນໃຫ້ຮູ້ວ່າ: ນັບແຕ່ວັນທີ 1 ມັງກອນປີນີ້ມາຮອດວັນທີ 6 ພຶດສະພານີ້, ດ່ານບໍ່ຫານໄດ້ກວດຄົນເຂົ້າເມືອງຈາກດ່ານຕ່າງໆຢູ່ຊາຍແດນຈີນ-ລາວທັງໝົດ 1.012.789 ເທື່ອຄົນ, ເພີ່ມຂຶ້ນຫຼາຍກວ່າໄລຍະດຽວກັນຂອງປີຜ່ານມາເຖິງ 89%, ເປັນສະຖິຕິສູງສຸດໃນປະຫວັດສາດ ແລະ ໄດ້ທຳລາຍສະຖິຕິດ້ານຈັງຫວະໄວທີ່ສຸດທີ່ນັກທ່ອງທ່ຽວເຂົ້າອອກເມືອງມີຫຼາຍກວ່າ 1 ລ້ານເທື່ອຄົນພາຍໃນ 1 ປີນັບແຕ່ດ່ານບໍ່ຫານສ້າງຕັ້ງຂຶ້ນເປັນຕົ້ນມາ.

ດ່ານບໍ່ຫານແຈ້ງໃຫ້ຮູ້ວ່າ: ນັບແຕ່ຕົ້ນປີນີ້ມາ, ໄດ້ກວດຄົນເຂົ້າອອກເມືອງຫຼາຍກວ່າ 7.800 ເທື່ອຄົນຕໍ່ມື້, ການກວດການັກທ່ອງທ່ຽວເຂົ້າອອກເມືອງຫຼາຍທີ່ສຸດແມ່ນມີຫຼາຍກວ່າ 12.000 ເທື່ອຄົນຕໍ່ມື້. ສ່ວນຄົນເຂົ້າອອກເມືອງຜ່ານດ່ານບໍ່ຫານແມ່ນມາຈາກ 82 ປະເທດ ແລະ ເຂດແຄ້ວນ, ນອກຈາກຈີນ ແລະ ລາວແລ້ວ ໄດ້ກວດຄົນປະເທດທີສາມເຂົ້າເມືອງເພີ່ມຂຶ້ນ 1.966%, ຈຳນວນຄົນເຂົ້າເມືອງຫຼາຍທີ່ສຸດແມ່ນມາຈາກໄທ, ມາເລເຊຍ ແລະ ຝຣັ່ງ.

ທີ່ມາ:

https://www.facebook.com/photo?fbid=851259413697194&set=a.482253443931128

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/