ສະຫະລັດຈະເພີ່ມກໍາລັງການຜະລິດຊິບພາຍໃນປະເທດ ໃນປີ 2032 ໂດຍອ້າງອີງຂໍ້ມູນຈາກບົດລາຍງານຫຼ້າສຸດຂອງສະມາຄົມອຸດສາຫະກໍາ Semiconductor (SIA), ໂດຍ Boston Consulting Group.
ໂດຍບົດລາຍງານຄາດການວ່າ ກຳລັງການຜະລິດຊິບຂອງສະຫະລັດຈະເພີ່ມຂຶ້ນເຖິງສາມເທົ່າພາຍໃນປີ 2032, ສົ່ງຜົນໃຫ້ອັດຕາສ່ວນຂອງສະຫະລັດໃນຕະຫຼາດຊິບໂລກໄດ້ເພີ່ມຂຶ້ນຈາກ 10% ໃນປັດຈຸບັນເປັນ 14%.
ການເພີ່ມຂຶ້ນໃນຄັ້ງນີ້ເປັນການພິກຜັນແນວໂນ້ມທີ່ແກ່ຍາວມາເປັນເວລາຫຼາຍທົດສະວັດ, ເຊິ່ງນີ້ເຮັດໃຫ້ການຜະລິດຊິບຍ້າຍອອກຈາກສະຫະລັດໄປສູ່ອາຊີຕາເວັນອອກ. ໃນບົດລາຍງານສະແດງໃຫ້ເຫັນວ່າຫາກບໍ່ມີໂປຣແກຣມການສະໜັບສະໜູນຈາກລັດຖະບານເຊັ່ນ CHIPS and Science Act ທີ່ປະກາດໃຊ້ໃນປີ 2022, ອັດຕາສ່ວນຂອງສະຫະລັດໃນຕະຫຼາດຊິບທົ່ວໂລກມີແນວໂນ້ມທີ່ຈະຫຼຸດລົງເຫຼືອພຽງແຕ່ 8%.
SIA ເຊິ່ງມີສໍານັກງານໃຫຍ່ຢູ່ໃນວໍຊິງຕັນ ເປັນຜູ້ຊຸກຍູ້ໃຫ້ມີການອອກກົດໝາຍ CHIPS Act ຢ່າງແຂງຂັນ ແລະ ຕ້ອງການທີ່ຈະສະແດງໃຫ້ເຫັນວ່າກົດໝາຍນີ້ກໍາລັງສົ່ງຜົນໃນທາງບວກ. SIA ຍັງຕ້ອງການທີ່ຈະຮຽກຮ້ອງໃຫ້ລັດຖະບານສະຫະລັດ ອຸທິດກອງທຶນເພີ່ມເຕີມເພື່ອສະໜັບສະໜູນອຸດສາຫະກໍານີ້
“ພວກເຮົາເຄີຍເວົ້າວ່າ ກົດໝາຍ CHIPS ເປັນບາດກ້າວທຳອິດທີ່ເຂັ້ມແຂງ. ແຕ່ພວກເຮົາຈຳເປັນຕ້ອງມີບາງສິ່ງບາງຢ່າງເພີ່ມເຕີມເພື່ອໃຫ້ບັນລຸເປົ້າໝາຍຂອງພວກເຮົາ” John Neufer CEO SIA ກ່າວ.
CHIPS Act ຈະຈັດສັນເງິນທຶນສະໜັບສະໜູນ 39 ຕື້ໂດລາ, ບວກກັບເງິນກູ້ ແລະ ການຄ້ຳປະກັນເງິນກູ້ 75 ຕື້ໂດລາ ແລະ ສິນເຊື່ອພາສີ 25%. ເພື່ອຊຸກຍູ້ໃຫ້ບໍລິສັດ semiconductor ກໍ່ສ້າງໂຮງງານໃນອານາເຂດຂອງສະຫະລັດ.
ຫຼັງຈາກປະກາດໃຊ້ກົດໝາຍສະບັບນີ້, ສະຫະລັດໄດ້ຮັບຄໍາໝັ້ນສັນຍາກັບຜູ້ຜະລິດຊິບຊັ້ນນຳ 5 ອັນດັບທໍາອິດຂອງໂລກວ່າ ພວກເຂົາຈະເພີ່ມໂຮງງານໃນປະເທດ ເຊິ່ງນີ້ປະກອບມີ 3 ຜູ້ຜະລິດຊິບໂລຈິກຊັ້ນນໍາທີ່ເປັນຫົວໃຈສຳຄັນຂອງອຸປະກອນຕ່າງໆເຊັ່ນ: Taiwan Semiconductor Manufacturing Company (TSMC), Samsung Electronics ແລະ Intel Corporation.
Gina Raimondo, ລັດຖະມົນຕີກະຊວງການຄ້າສະຫະລັດ ຜູ້ບໍລິຫານທີ່ຮັບຜິດຊອບໃນການຈັດສັນເງິນທຶນຈາກ CHIPS Act ກ່າວວ່າ “ສະຫະລັດຕັ້ງເປົ້າໝາຍທີ່ຈະຊິບໂລຈິກຂັ້ນສູງໃຫ້ໄດ້ 20% ຂອງໂລກພາຍໃນທ້າຍທົດສະວັດນີ້”.
ການເພີ່ມກຳລັງການຜະລິດຊິບບາງສ່ວນຍັງຊ່ວຍປ້ອງກັນການຢຸດສະງັກຂອງຫ່ວງໂຊ່ອຸປະທານເຊັ່ນ ທີ່ເກີດຂຶ້ນໃນລະຫວ່າງການແຜ່ລະບາດຂອງ COVID-19, ແນວໃດກໍຕາມ, ສິ່ງນີ້ແມ່ນການປ່ຽນແປງຈາກອຸດສາຫະກໍາທີ່ໃຫ້ຄຸນຄ່າເໜືອສິ່ງອື່ນໃດ.
ສະຫະລັດບໍ່ແມ່ນປະເທດດຽວທີ່ມີຄວາມທະເຍີທະຍານໃນການຜະລິດຊິບ. ໃນບົດລາຍງານຍັງໄດ້ລະບຸວ່າ ຈີນກໍາລັງສ້າງໂຮງງານໃໝ່ປະມານ 30 ແຫ່ງສໍາລັບພາກສ່ວນຂອງຫ່ວງໂຊ່ອຸປະທານຊິບ, ລື່ນກາຍສະຫະລັດຢູ່ທີ່ 26 ແຫ່ງ. ທັງນີ້, ສະຫະພາບຢູໂຣບຍັງມີໂຄງການຜະລິດຊິບທີ່ກຳລັງດຳເນີນຢູ່ 8 ໂຄງການອີກດ້ວຍ.
ສະຫຼຸບແລ້ວການເພີ່ມກຳລັງການຜະລິດຊິບພາຍໃນປະເທດຂອງສະຫະລັດ ສົ່ງຜົນດີຕໍ່ປະເທດໃນຫຼາຍໆດ້ານຄື: ຊ່ວຍຫຼຸດຜ່ອນການເພິ່ງພາອາໄສຊິບຕ່າງປະເທດ ເຊິ່ງອາດຈະສ້າງຄວາມສ່ຽງຕໍ່ຄວາມໝັ້ນຄົງແຫ່ງຊາດ, ຊຸກຍູ້ເສດຖະກິດ ແລະ ສ້າງວຽກເຮັດງານທຳໃໝ່, ຊ່ວຍສະຫະລັດ ຮັກສາຄວາມເປັນຜູ້ນຳດ້ານເຕັກໂນໂລຊີ, ສົ່ງເສີມນະວັດຕະກໍາ ແລະ ເສີມສ້າງຄວາມປອດໄພທາງໄຊເບີ.
ທີ່ມາ:
ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/