ຈີນ ຝົນຕົກໜັກສຸດໃນຮອບ 140 ປີ ເສຍຊີວິດຫຼາຍກວ່າ 20 ຄົນ


ອິດທິພົນຂອງພາຍຸໄຕ້ຝຸ່ນ “ທົກຊູລີ” ສົ່ງຜົນເຮັດໃຫ້ນະຄອນປັກກິ່ງຂອງ ປະເທດຈີນ ຕ້ອງພົບກັບຝົນຕົກໜັກທີ່ສຸດໃນຮອບ 140 ປີ ສົ່ງຜົນໃຫ້ມີຜູ້ເສຍຊີວິດຫຼາຍກວ່າ 20 ຄົນ ຈົນທາງກາງຂອງປະເທດຈີນ ຕ້ອງເລັ່ງຊ່ວຍເຫຼືອປະຊາຊົນທີ່ຢູ່ອາໄສບໍລິເວນປະສົບໄພ.

ເມື່ອວັນທີ 2 ສິງຫາ 2023 ສຳນັກພະຍາກອນອາກາດນະຄອນປັກກິ່ງ ປະເທດຈີນ ໄດ້ລາຍງານປະລິມານນ້ຳຝົນທີ່ຕົກລົງມາໃນໄລຍະຫຼາຍມື້ທີ່ຜ່ານມາ ເຮັດໃຫ້ປະລິມານນ້ຳຝົນຫຼາຍທີ່ສຸດໃນ 140 ປີ ນັບຕັ້ງແຕ່ມີການບັນທຶກສະຖິຕິມາ ໂດຍມີການວັດແທກປະລິມານນ້ຳຝົນຢູ່ທີ່ 744,8 ມິນລີລິດ.

ໃນເບື້ອງຕົ້ນ ມີລາຍງານຜູ້ເສຍຊີວິດ 21 ຄົນ ແລະ ສູນຫາຍອີກ 26 ຄົນ ໂດຍທາງການຈີນເດີນໜ້າຄວາມພະຍາຍາມຊ່ວຍເຫຼືອຜູ້ປະສົບໄພນ້ຳຖ້ວມທີ່ເກີດຂຶ້ນໃນນະຄອນປັກກິ່ງ ແລະ ອີກຫຼາຍເມືອງ ທີມກູ້ໄພຈາກຫຼາຍມົນທົນພ້ອມເຮືອຢາງ ໄດ້ເຂົ້າເຮັດການຄົ້ນຫາຕາມບ້ານເຮືອນພາຍໃນເມືອງຢ່າງຕໍ່ເນື່ອງ ຕະຫຼອດທັງກາງເວັນ ແລະ ກາງຄືນ ເຊິ່ງຫົວໜ້າທີມກູ້ໄພ ໄດ້ເປີດເຜີຍວ່າສາມາດຊ່ວຍຜູ້ປະສົບໄພໄດ້ກວ່າ 200 ຄົນ ໂດຍມີຜູ້ສູງອາຍຸ ແລະ ເດັກນ້ອຍຈຳນວນຫຼາຍ.

ສຳນັກຂ່າວທ້ອງຖິ່ນໄດ້ລາຍງານວ່າ ທາງການໄດ້ສົ່ງກຳລັງທະຫານເຂົ້າຊ່ວຍເຫຼືອຜູ້ໂດຍສານເກືອບ 3 ພັນຄົນ ພ້ອມກັບພະນັກງານໃນລົດໄຟທີ່ຕິດຄ້າງຢູ່ພາຍໃນລົດໄຟ 3 ຂະບວນ ເກືອບ 4 ມື້ ຫຼັງຈາກທີ່ພົບນ້ຳຖ້ວມຈົນເຮັດໃຫ້ຕ້ອງຈອດສຸກເສີນໃນພື້ນທີ່ຊານເມືອງທາງຝັ່ງຕາເວັນຕົກຂອງນະຄອນປັກກິ່ງ ຕັ້ງແຕ່ຕອນສວາຍຂອງວັນອາທິດທີ່ຜ່ານມາ.

ທາງລັດຖະບານຈີນ ໄດ້ໃຊ້ງົບປະມານ 44 ລ້ານຢວນ ໃນການຊ່ວຍບັນເທົາທຸກໃຫ້ແກ່ຜູ້ປະສົບໄພໃນພື້ນທີ່ຕ່າງໆ. ຢ່າງໃດກໍຕາມ ສະຖານະການຝົນຕົກ ແລະ ນ້ຳຖ້ວມໜັກທີ່ເກີດຂຶ້ນອາດຈະບໍ່ບັນເທົາລົງໄດ້ງ່າຍໆ ໂດຍມີລາຍງານວ່າ ພາຍຸໄຕ້ຝຸ່ນ Khanun ກຳລັງຈະພັດເຂົ້າມາ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/