ຜືນຜ້າທີ່ເຮັດຈາກຕົ້ນກ້ວຍນັ້ນເປັນມິດກັບສິ່ງເເວດລ້ອມ ເເລະ ອາດເປັນຜືນຜ້າສຳລັບອະນາຄົດທີ່ຍືນຍົງ


ໃນການສະເເຫວງຫາຜ້າທຳມະຊາດທີ່ເປັນທາງເລືອກນອກຈາກຜ້າຝ້າຍ ເເລະ ເສັ້ນໃຍກັນຊົງເເລ້ວ ຜ້າອະບາກ້າຖືເປັນພູມປັນຍາທ້ອງຖິ່ນຈາກປະເທດຟິລິບປິນທີ່ປະດິດສ້າງຂຶ້ນຈາກເສັ້ນໃຍທີ່ມີຄວາມຫົດຢືດຂອງຕົ້ນອະບາກ້າ (ຕົ້ນກ້ວຍພື້ນເມືອງຂອງປະເທດຟິລິບປິນ) ເພື່ອນໍາໃຊ້ແທນຜ້າຝ້າຍ ຫຼື ສິ່ງທໍທີ່ເຮັດຈາກເສັ້ນໃຍກັນຊົງ.

ຕົ້ນກ້ວຍອະບາກ້ານັ້ນເຕີບໃຫຍ່ຢູ່ໃນເຂດເນີນສູງຂອງຟິລິບປິນ ທ່າມກາງລະບົບນິເວດທີ່ກົມກຽວຂອງການກະສິກໍາເເບບປະສົມປະສານ ແລະ ປ່າໄມ້ແບບຍືນຍົງ. ຕົ້ນກ້ວຍອະບາກ້າມີຄວາມຫົດຢືດທົນທານ ສາມາດຈະເລີນເຕີບໂຕໄດ້ໂດຍບໍ່ຕ້ອງໃຊ້ຢາຂ້າເເມງໄມ້, ປຸ໋ຍ ຫຼື ໃຫ້ນ້ຳຫຼາຍເກີນໄປ.

ນອກຈາກນີ້ ຕົ້ນກ້ວຍອະບາກ້າຍັງມີບົດບາດສຳຄັນໃນຄວາມພະຍາຍາມທີ່ຈະຟຶ້ນຟູປ່າ, ຮັກສາພື້ນທີ່ທີ່ເຄີຍຖືກກັດເຊາະໃນ​ເມື່ອ​ກ່ອນ​ທີ່​ໄດ້​ຮັບ​ຜົນ​ກະ​ທົບ​ຈາກ​ການ​ປູກ​ຕົ້ນ​ປາ​ມ. ດ້ວຍເຫດນີ້ ຈຶ່ງເຮັດໃຫ້ເກີດຄວາມຫຼາກຫຼາຍທາງຊີວະນານາພັນ ເເລະ ຊີວິດ​ການ​ເປັນ​ຢູ່​ດ້ານ​ເສດຖະກິດ​ຂອງ​ຊາວ​ກະສິກອນ​ທ້ອງ​ຖິ່ນ​ນັບ​ມື້​ນັບ​ພັດທະນາຂຶ້ນ.

ຜ້າທີ່ເຮັດຈາກຕົ້ນກ້ວຍອະບາກ້າຈະມີສີນ້ຳຕານອ່ອນ ເເລະ ສາມາດນຳໄປປ່ຽນສີຕ່າງໆໄດ້ຢ່າງງ່າຍດາຍ ເພື່ອໃຫ້ເໝາະກັບຄວາມຕ້ອງການໃນການຜະລິດທີ່ຫຼາກຫຼາຍ. ຜ້າອະບາກ້າຍັງມີຄວາມເເຂງເເຮງ ເເລະ ທົນທານສູງເໝາະສຳລັບການຜະລິດເຊືອກ ເເລະ ເສັ້ນດ້າຍ. ໂດຍຜ້າອະບາກ້ານັ້ນໄດ້ຮັບຄວາມນິຍົມຢ່າງເເຜ່ຫຼາຍໃນສະຕະວັດທີ 19 ເຊິ່ງຖືກນຳໃຊ້ເຂົ້າໃນການຂຶງເຮືອ ດ້ວຍຄວາມສາມາດຂອງເສັ້ນໃຍທີ່ມີຄວາມທົນທານຕໍ່ການສຳຜັດກັບນ້ຳເຄັມ. ໃນປັດຈຸບັນ ຂະ​ບວນການ​ຜະລິດຜ້າ​ອາ​ປາ​ກ້າ​ຍັງ​ຄົງດຳເນີນການຢ່າງພິຖີພິຖັນ ເຊິ່ງມັກຈະຖືກທໍດ້ວຍມືທີ່ມີຄວາມຊໍານິຊໍານານ ເພື່ອຮັບປະກັນວ່າ ຜ້າເເຕ່ລະຜືນຈະໄດ້ຮັບການເອົາໃຈໃສ່ໃນທຸກລາຍລະອຽດ ເເລະ ມີການສ້າງສັນໃຫ້ມີຄວາມສວຍງາມທີ່ສຸດ.

ນອກເໜືອຈາກຄວາມທົນທານເເລ້ວ ຜ້າອະບາກ້າຍັງມີຄຸນະພາບທີ່ເປັນມິດກັບສິ່ງແວດລ້ອມ ໂດຍມີນໍ້າໜັກເບົາ ແລະ ບໍ່ມີກິ່ນ. ການປະສົມປະສານທີ່ເປັນເອກະລັກຂອງຄຸນສົມບັດນີ້ເສີມສ້າງສະຖານະພາບຂອງຜ້າອະບາກ້າໃນຖານະວັດສະດຸທີ່ຄຳນຶງເຖິງສິ່ງແວດລ້ອມ ແລະ ດຶງດູດຜູ້ທີ່ຊອກຫາວິທີແກ້ໄຂບັນຫາແບບຍືນຍົງ.

ທີ່ມາ:

environmentalleader

ruedee

wikipedia

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/