Jimin BTS ຄອງ 3 ສະຖິຕິຈາກ Guinness World Records ໃນຖານະສິລະປິນດ່ຽວ


BTS ວົງຈາກເກົາຫຼີໃຕ້ທີ່ໂດ່ງດັງໄປທົ່ວໂລກ ຈົນສະມາຊິກແຕ່ລະຄົນກໍໄດ້ອອກຜົນງານດ່ຽວຂອງຕົນເອງ ແລະ ໜຶ່ງໃນນັ້ນກໍແມ່ນໜຸ່ມ Jimin ທີ່ສາມາດທຳລາຍສະຖິຕິ Guinness World Records ໄດ້ເປັນຄັ້ງທີ 3 ໃນຖານະສິລະປິນດ່ຽວ ດ້ວຍຍອດສະຕຣີມຈຳນວນມະຫາສານໃນ Spotify ແລະ SoundCloud.

ທາງ Guinness World Records ໄດ້ອອກມາລາຍງານຄວາມສຳເລັດເພງ Promise ຂອງໜຸ່ມ Jimin ທີ່ເຮັດທັງຂຽນ ແລະ ຮຽບຮຽງເພງຂຶ້ນມາດ້ວຍຕົນເອງເປັນຄັ້ງທຳອິດ ໂດຍໄດ້ມີການມອບເປັນຂອງຂວັນໃຫ້ແຟນຄລັບ (ARMY) ໃນວັນທີ 31 ທັນວາ 2018 ພ້ອມໄດ້ການຕອບຮັບຢ່າງອົບອຸ່ນ.

ແນ່ນອນວ່າເມື່ອໄດ້ຮັບການຕອນຮັບທີ່ດີຈາກແຟນຄລັບຢ່າງລົ້ນເຫຼືອ ຈົນສາມາດທຳລາຍສະຖິຕິຂອງ Guinness World Records ໃນ SoundCloud ໄດ້ຮອດ 2 ລາຍການ ນັ້ນຄືການຂຶ້ນເປັນເພງທີ່ມີຍອດຜູ້ຟັງຫຼາຍທີ່ສຸດພາຍໃນເວລາ 24 ຊົ່ວໂມງ ດ້ວຍຍອດທັງໝົດ 8.5​ ລ້ານຄັ້ງ ແລະ ຍັງຂຶ້ນເປັນເພງທີ່ມີຍອດສະຕຣີມສູງສູງຕະຫຼອດການດ້ວຍຍອດທັງໝົດ 330 ລ້ານຄັ້ງ. ແຕ່ຍັງບໍ່ໝົດ ໜຸ່ມ Jimin ຍັງສາມາດທຳລາຍສະຖິຕິສິລະປິນ K-POP ຊາຍດ່ຽວທີ່ມີຍອດສະຕຣີມຮອດ 1,000 ລ້ານຄັ້ງໃນ Spotify ຢ່າງວ່ອງໄວ.

ນອກຈາກນັ້ນ ທາງ Guinness World Records ຍັງໄດ້ລະບຸອີກວ່າ ເພງຂອງວົງ BTS ຍັງຄົງມີຜູ້ຟັງຢ່າງຕໍ່ເນື່ອງ ເຖິງແມ່ນວ່າສະຖານະຕອນນີ້ສະມາຊິກວົງກຳລັງທະຍອຍເຂົ້າກົມຢູ່ກໍຕາມ ໂດຍໃນວັນທີ 3 ມີນາ 2023 ທີ່ຜ່ານມາ ວົງ BTS ເອງກໍໄດ້ຂຶ້ນເປັນສິລະປິນກຸ່ມຊາຍທີ່ມີຍອດສະຕຣີມສູງສຸດໃນ Spotify ດ້ວຍຍອດທີ່ສູງເຖິງ 31,960 ລ້ານຄັ້ງອີກດ້ວຍ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/