Influencer ສາຍວີແກນ ເສຍຊີວິດຫຼັງກິນແຕ່ຜັກ ແລະ ໝາກໄມ້ດິບ ຄາດວ່າຂາດສານອາຫານ


Influencer ສາວຊາວຣັດເຊຍ ສາຍວີແກນ ເສຍຊີວິດລົງ ຫຼັງຈາກກິນແຕ່ຜັກ ແລະ ໝາກໄມ້ດິບ ໂດຍບໍ່ຍອມດື່ມນ້ຳ ຄາດສາເຫດການເສຍຊີວິດມາຈາກການຂາດສານອາຫານຮຸນແຮງ ຈົນຮ່າງກາຍຮັບບໍ່ໄຫວ ກາຍເປັນອຸທາຫອນໃຫ້ກັບສາຍສຸຂະພາບ ທີ່ປະຕິບັດຕົວແບບຜິດໆ.

ສຳນັກຂ່າວຕ່າງປະເທດ New York Post ໄດ້ລາຍງານວ່າ ນາງ Zhanna Samsonova ເປັນ Influencer ສາຍວີແກນ ສາວຊາວຣັດເຊຍອາຍຸ 39 ປີ ໄດ້ເສຍຊີວິດລົງໃນວັນທີ 21 ກໍລະກົດ 2023 ດ້ວຍພາວະການຂາດສານອາຫານຂັ້ນຮຸນແຮງ ຫຼັງຈາກດຳລົງຊີວິດດ້ວຍອາຫານແບບມັງສະວິລັດຫຼາຍກວ່າ 10 ປີ.

Zhanna Samsonova ເປັນທີ່ຮູ້ຈັກກັນໃນກຸ່ມຄົນຜູ້ຊົມຊາວ TikTok, Facebook ແລະ Instagram ໃນຊື່ຂອງ Zhanna D’Art ທີ່ຈະອອກມາເຮັດວິດີໂອກິນໂຊອາຫານມັງສະວິລັດແບບ Raw food ຫຼືເອີ້ນວ່າ ອາຫານດິບ ຫຼື ໂພຊະນາການອາຫານສົດໆຈາກທຳມະຊາດທີ່ຍັງບໍ່ໄດ້ປຸງສຸກ ແລະ ຍັງບໍ່ທັນມີການແປຮູບໃດໆ ມາຕະຫຼອດ 4 ປີ ໂດຍຈະກິນພຽງແຕ່ໝາກໄມ້ ຕົ້ນອ່ອນຂອງແກ່ນຕາເວັນ, ປັ່ນໝາກໄມ້ ແລະ ນ້ຳໝາກໄມ້ແທນນ້ຳເປັນເວລາຫຼາຍກວ່າ 6 ປີ.

ໂດຍກ່ອນເສຍຊີວິດ Zhanna ໄດ້ມາອາໄສຢູ່ປະເທດ ມາເລເຊຍ ໂດຍແມ່ຂອງ Zhanna ເອງກໍໄດ້ກ່າວເຖິງການຈາກໄປຂອງລູກສາວວ່າ “ການຕິດເຊື້ອຄ້າຍຄືກັບໂຣກອະຫິວາຕົກ” ເຊິ່ງອາການບໍ່ດີຂຶ້ນຈາກການຮັບປະທານອາຫານທີ່ຜິດປົກກະຕິ. ຢ່າງໃດກໍຕາມຍັງບໍ່ມີປະກາດສາເຫດການເສຍຊີວິດຢ່າງເປັນທາງການ ໂດຍຄົນອ້ອມຂ້າງຂອງ Zhanna ປັກໃຈເຊື່ອວ່າການເລືອກຮັບປະທານອາຫານເປັນສາເຫດການຕາຍນັ້ນເອງ.

ຢ່າງໃດກໍຕາມ ຂໍ້ມູນທາງດ້ານສຸຂະພາບຍັງໄດ້ລະບູວ່າ ເຖິງແມ່ນວ່າອາຫານວີແກນ ຈະມີປະໂຫຍດຕໍ່ສຸຂະພາບຫຼາຍຢ່າງເຊັ່ນ ການລົດນ້ຳໜັກ, ເຮັດໃຫ້ສຸຂະພາບຫົວໃຈດີຂຶ້ນ ແລະ ຊ່ວຍລົດຄວາມສ່ຽງຕໍ່ໂຣກເບົາຫວານ ແຕ່ແນ່ອນນວ່າມັນກໍມີຂໍ້ເສຍ ໂດຍສະເພາະຢ່າງຍິ່ງແມ່ນບໍ່ໄດ້ຮັບການວາງແຜນທີ່ດີນັ້ນເອງ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/