ຊົງຜົມປາດຂ້າງໃນຕຳນານ ຈາກພະເອກ Titanic ຊົງຍອດຮິດຍຸກ 90 ທີ່ມີອິດທິພົນຈົນຮອດປັດຈຸບັນ


ຖ້າເວົ້າເຖິງພະເອກເລື່ອງ ໄທທານິກ ແລ້ວ ຫຼາຍຄົນຄົງອາດຈະຮູ້ຈັກດີ ເພາະເປັນເລື່ອງທີ່ດັງລະດັບໂລກ ສ້າງມາຈາກເລື່ອງຈິງ  Titanic (1997) ຮູບເງົາທີ່ຜ່ານມາຫຼາຍກວ່າ 20 ປີ ແຕ່ຍັງໄດ້ຮັບຄວາມນິຍົມຢູ່ສະເໝີ ແລະ ຍັງເປັນທີ່ປະທັບໃຈສຳລັບໃຜຫຼາຍໆຄົນ. ຕົວລະຄອນຫຼັກສາມາດເຮັດໃຫ້ທຸກຄົນຈົດຈຳຢູ່ຕະຫຼອດເຖິງຈະຜ່ານມາຫຼາຍປີກໍຕາມ ລວມທັງນັກສະແດງ, ຜູ້ສ້າງ ແລະ ພາກສ່ວນອື່ນໆ ເຊິ່ງເປັນທີ່ຈົດຈຳຕະຫຼອດໄປ.

Leonardo DiCaprio ທີ່ຮັບບົດເປັນ Jack Dawson ເຊິ່ງສະແດງເປັນພະເອກ ແລະ ເປັນນັກສະແດງຕົວຕຶງຄົນໜຶ່ງ ທີ່ໄດ້ຮັບຄວາມນິຍົມ ຫຼື ຖືກກ່າວເຖິງຫຼາຍທີ່ສຸດ ເພາະເປັນພະເອກທີ່ມີ ໜ້າຕາເປັນເອກະລັກ.

Leonardo DiCaprio ມີລັກສະນະໂດດເດັ່ນ ໂດຍສະເພາະໃນເລື່ອງ ໄທທານິກ. ທີ່ໜ້າສົນໃຈທີ່ສຸດກໍຄົງຈະແມ່ນຊົງຜົມ ເຊິ່ງຊົງຜົມເສີຍຂຶ້ນ ຖືໄດ້ວ່າເປັນເອກະລັກສະເພາະໃນຍຸກ 90s ເລີຍກໍວ່າໄດ້, ໄວໜຸ່ມສະໄໝນັ້ນຖືໄດ້ວ່າຮິດກັນຢ່າງແຜ່ຫຼາຍກັບຊົງຜົມນີ້.

ປັດຈຸບັນ ຫຼາຍຄົນກໍພາກັນນິຍົມຜົມຊົງນີ້, ທີ່ສຳຄັນສາມາດຕັດຕາມໄດ້ທຸກຍຸກທຸກສະໄໝ ທຸກເພດ ແລະ ທຸກໄວ. ຄວາມໜ້າສົນໃຈຂອງຊົງຜົມນີ້ ສາມາດເຮັດໃຫ້ດູດີມີສະເໜ່ຂຶ້ນ ມີຄວາມເທ້ ແລະ ແບດບອຍ.

ຂໍ້ມູນຈາກ:

The Macho

dooddot

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/