ເຂດເສດຖະກິດສາມຫຼ່ຽມຄຳ ຈະພັດທະນາໃຫ້ກ້າວໄກລະດັບສາກົນ


ຄະນະຄຸ້ມຄອງ​ເຂດເສດຖະກິດພິເສດແຂວງບໍ່ແກ້ວ, ຮ່ວມກັບ ກອງບັນຊາການ ປກສ ເຂດ ແລະ ສະພາບໍລິຫານເຂດເສດຖະກິດພິເສດສາມຫຼ່ຽມຄຳ, ໄດ້ຈັດຕັ້ງການເຜີຍແຜ່ລະບຽບການ, ການ​ຕິດ​ຕາມ, ກວດກາ ແລະ ປາບປາມອາຊະຍາກຳສໍ້ໂກງທາງອອນລາຍຂຶ້ນ ເມື່ອ​ບໍ່​ດົນ​ມາ​ນີ້ ໂດຍການເປັນຄະນະປະທານຂອງ ທ່ານ ບຸນທອງ ແສງສີກອງ ຫົວໜ້າຄະນະຄຸ້ມຄອງເຂດເສດຖະກິດພິເສດແຂວງບໍ່ແກ້ວ, ມີທ່ານ ພັນເອກ ອານຸສິນ ສັກປະເສີດ ຫົວໜ້າກອງບັນຊາການ ປກສ ເຂດ, ທ່ານ ຫວາງເອີ້ປາວ ຜູ້ອຳນວຍການໃຫຍ່ ກຸ່ມບໍລິສັດດອກງິ້ວຄຳ ຈຳກັດ, ມີ​ພາກ​ສ່ວນ​ກ່ຽວ​ຂ້ອງ​ເຂົ້າ​ຮ່ວມ.

ກອງປະຊຸມ ທ່ານ ບຸນທອງ ແສງສີກອງ ຫົວໜ້າຄະນະຄຸ້ມຄອງເຂດເສດຖະກິດພິເສດແຂວງບໍ່ແກ້ວ ໄດ້ກ່າວ: ວ່າເປົ້າໝາຍຂອງການສ້າງຕັ້ງ ເຂດເສດຖະກິດພິເສດ ສາມຫຼ່ຽມຄຳ ແມ່ນການສ້າງໃຫ້ກາຍເປັນເມືອງແຫ່ງການທ່ອງທ່ຽວໃນລະດັບສາກົນ ແລະ ພາກພື້ນທີ່ມີຄວາມສາມັກຄີປອງດອງ, ສັງຄົມມີຄວາມສະຫງົບໝັ້ນຄົງ, ເປັນລະບຽບຮຽບຮ້ອຍ ແລະ ມີຄວາມກົມກຽວ ທາງດ້ານການລົງທຶນຂອງນັກທຸລະກິດດ້ານຕ່າງໆ.

ເພື່ອຜັນຂະຫຍາຍມະຕິກອງປະຊຸມ ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ກ່ຽວກັບການປາບປາມກິດຈະການກ່ຽວກັບຄໍເຊັນເຕີ ຫຼື ສໍ້ໂກງທາງອອນລາຍ ທີ່ຜິດກົດໝາຍ ແລະ ອື່ນໆ ໃຫ້ບັນດາຫົວໜ່ວຍທຸລະກິດ ບຸກຄົນ ນິຕິບຸກຄົນ ທີ່ດຳເນີນທຸລະກິດຕ່າງໆຢູ່ເຂດເສດຖະກິດພິເສດສາມຫຼ່ຽມຄຳໄດ້ຮັບຮູ້ເຂົ້າໃຈກ່ຽວກັບການກຳນົດມາດຕະການ ລະບຽບການ ການຕິດຕາມ ກວດກາ ການສະກັດກັ້ນ ແລະ ການເກືອດຫ້າມສໍ້ໂກງທາງອອນລາຍ ບັນຫາການມົ້ວສຸມສິ່ງເສບຕິດ ສິດເສລີພາບຂອງແຮງງານ ຫ້າມຊື້-ຂາຍແຮງງານແບບໂອນລະຫວ່າງບໍລິສັດນີ້ຫາບໍລິສັດອື່ນ.

ຜູ້ອຳນວຍການໃຫຍ່ກຸ່ມບໍລິສັດດອກງິ້ວຄຳຈຳກັດ ໄດ້ຮຽກຮ້ອງມາຍັງນັກທຸລະກິດ ຜູ້ປະກອບການທຸກພາກສ່ວນ ຈົ່ງໃຫ້ການຮ່ວມມືປະຕິບັດຕາມລະບຽບຢ່າງເຂັ້ມງວດ ເພື່ອປະກອບເຂົ້າສ້າງສາພັດທະນາເຂດເສດຖະກິດພິເສດ, ທັງນີ້ກໍເພື່ອແນໃສ່ເຮັດໃຫ້ເຂດເສດຖະກິດພິເສດ ມີການພັດທະນາຕາມນະໂຍບາຍຂອງພັກ-ລັດ ໃຫ້ເຕີບໃຫຍ່ເຂັ້ມແຂງ ແລະ ມີຄວາມສີວິໄລ ຈະເລີນຮຸ່ງເຮືອງຂຶ້ນໄປເລື້ອຍໆ.

ຂອບໃຈຂໍ້ມູນຈາກ:

ປະຊາຊົນ

ເຂດເສດຖະກິດສາມຫຼ່ຽມຄໍາ

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/