ເຕີບໂຕຢ່າງຕໍ່ເນື່ອງ! Binance ມີຜູ້ໃຊ້ງານທີ່ລົງທະບຽນໃນເວັບເທຣດຫຼາຍກວ່າ 150 ລ້ານຄົນ ເຖິງເເມ່ນວ່າຈະມີການຟ້ອງຮ້ອງທາງກົດໝາຍໃນສະຫະລັດ


ເມື່ອວັນພຸດທີ່ຜ່ານມາ, Changpeng “CZ” Zhao CEO ຂອງ Binance ໄດ້ກ່າວໃນ Twitter ວ່າ ເວັບເທຣດຂອງຕົນມີຜູ້ໃຊ້ງານທີ່ລົງທະບຽນເກີນ 150 ລ້ານຄົນເເລ້ວ ເຖິງເເມ່ນວ່າຈະຕ້ອງປະເຊີນກັບການຕໍ່ສູ້ທາງດ້ານກົດໝາຍຢ່າງຕໍ່ເນື່ອງກັບກັບໜ່ວຍງານຄຸ້ມຄອງດູເເລໃນສະຫະລັດ. ຄວາມສຳເລັດໃນຄັ້ງນີ້ໄດ້ມາພ້ອມກັບການກັບມາຂອງ Binance ໃນປະເທດຍີ່ປຸ່ນ ແລະ ໄດ້ຮັບໃບອະນຸຍາດຂອງປະເທດດູໄບ.

ໃນເດືອນພຶດສະພາທີ່ຜ່ານມາ, Binance ມີຜູ້ໃຊ້ງານທີ່ລົງທະບຽນຢູ່ທີ່ 128 ລ້ານຄົນເທົ່ານັ້ນ. ເຊິ່ງໝາຍຄວາມວ່າ Binance ໃຊ້ເວລາພຽງ 3 ເດືອນ ກໍມີຜູ້ໃຊ້ງານເພີ່ມຂຶ້ນຫຼາຍເຖິງ 22 ລ້ານຄົນ, ຂໍ້ມູນດັ່ງກ່າວຖືເປັນອີກໜຶ່ງສິ່ງທີ່ສະທ້ອນໃຫ້ເຫັນເຖິງການເຕີບໂຕຂອງເວັບເທຣດ Crypto ລະດັບໂລກທ່າມກາງການຕໍ່ສູ້ທາງກົດໝາຍກັບໜ່ວຍງານຄຸ້ມຄອງດູເເລໃນສະຫະລັດ.

ເມື່ອເດືອນມິຖຸນາທີ່ຜ່ານມາ, Binance ເເລະ Zhao ໄດ້ຖືກຟ້ອງຮ້ອງຈາກຄະນະກໍາມະການຊື້ຂາຍລ່ວງໜ້າຂອງສະຫະລັດ (CFTC) ໃນຂໍ້ກ່າວຫາວ່າ ໄດ້ດຳເນີນການເເລກປ່ຽນທີ່ຜິດກົດໝາຍ ເເລະ ໃຊ້ໂປຣເເກຣມເພື່ອຫຼອກລວງ

ຕໍ່ມາໃນເດືອນກໍລະກົດ, ຄະນະກໍາມະການຫຼັກຊັບ ແລະຕະຫຼາດຫຼັກຊັບສະຫະລັດ (SEC) ກໍໄດ້ຍື່ນຟ້ອງ Binance, Zhao ແລະ Binance.US ໃນຂໍ້ຫາລະເມີດກົດໝາຍຫຼັກຊັບຂອງສະຫະລັດອາເມຣິກາ. ນອກຈາກນັ້ນ, ຍັງມີລາຍງານວ່າ ກະຊວງຍຸຕິທຳສະຫະລັດກໍາລັງພິຈາລະນາຂໍ້ຫາສໍ້ໂກງກັບ Binance, ແຕ່ກໍຍັງເປັນຫ່ວງວ່າອາດຈະສົ່ງຜົນກະທົບຕໍ່ຜູ້ໃຊ້.

ນອກເໜືອຈາກຄະດີໃນສະຫະລັດເເລ້ວ ກໍຍັງມີຄະດີໃນຝຣັ່ງອີກ ໂດຍມີລາຍງານວ່າ ຝຣັ່ງກຳລັງສອບສວນ Binance ໃນຂໍ້ຫາຟອກເງິນໃນໄລຍະ 2–3 ອາທິດທີ່ຜ່ານມາ. ເຮັດໃຫ້ Binance ຖອນຕົວອອກຈາກເນເທີແລນ ເເລະ ຍົກເລີກການຈົດທະບຽນໃນໄຊປຣັສ ແລະ ສະຫະລາຊະອານາຈັກ, ຖອນໃບອະນຸຍາດໃນອອສເຕຣຍ ເເລະ ໄດ້​ຮັບຄຳສັ່ງ​ໃຫ້​ຢຸດ​ການ​ເຄື່ອນ​ໄຫວ​ຢູ່​ປະ​ເທດ​ເບວຢຽມ.

ຢ່າງໃດກໍຕາມ ສ່ວນເເບ່ງໃນການຕະຫຼາດຂອງ Binance ຍັງຄົງເຕີບໂຕຂຶ້ນຢ່າງຕໍເນື່ອງ ເເລະ ຍັງຄົງເປັນກະດານເທຣດ Crypto ທີ່ໃຫຍ່ທີ່ສຸດໃນໂລກ ໂດຍມີສ່ວນເເບ່ງການຕະຫຼາດເກືອບ 65%, ອີງຕາມຂໍ້ມູນຈາກ The Block’s Data Dashboard.

ທີ່ມາ:

theblock

twitter

binance

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/