ການອອກກຳລັງກາຍ ຊ່ວຍປິ່ນປົວໂຣກຊຶມເສົ້າ ແລະ ພາວະວິຕົກກັງວົນ


ໂຣກຊຶມເສົ້າ (Depression) ແມ່ນຄວາມຜິດປົກກະຕິຂອງການຫຼັ່ງສານເຄມີໃນສະໝອງທີ່ສົ່ງຜົນເຮັດໃຫ້ເກີດຄວາມຜິດປົກກະຕິທາງດ້ານອາລົມ, ​ເຮັດ​ໃຫ້​ພຶດຕິ​ກຳ​ຂອງ​ຜູ້ປ່ວຍປ່ຽນ​ໄປ​ຈົນ​ກະທົບ​ເຖິງການໃຊ້​ຊີວິດ​ປະຈຳ​ວັນ, ກາຍເປັນຄົນເບິ່ງໂລກໃນແງ່ລົບ, ໂສກເສົ້າ, ໝົ່ນໝອງ ແລະ ວິຕົກກັງວົນ, ມັກທີ່ຈະເກັບຕົວຢູ່ຄົນດຽວ ຮູ້ສຶກເບື່ອໜ່າຍກັບສິ່ງທີ່ເຄີຍເຮັດແລ້ວມີຄວາມສຸກ ຫຼື ສະບາຍໃຈ.

ໂຣກຊຶມເສົ້າໄດ້ກາຍເປັນບັນຫາໃຫຍ່ສໍາລັບຄົນທົ່ວໂລກ. ໃນປັດຈຸບັນ ພົບວ່າ 10% ຂອງ​ປະ​ຊາ​ກອນ​ຂອງ​ສະ​ຫະ​ລັດ​ອາ​ເມຣິ​ກາ​ມີ​ບັນ​ຫາ​ກ່ຽວ​ກັບ​ການປ່ວຍເປັນໂຣກ​ຊຶມ​ເສົ້າ, ການປ່ວຍເປັນໂຣກຊຶມເສົ້າຕ້ອງໄດ້ຮັບການປິ່ນປົວທີ່ເໝາະສົມ ເຊິ່ງຜູ້ປ່ວຍຈະຕ້ອງໄດ້ໃຊ້ຢາ, ເຮັດກິດຈະກໍາເພື່ອບຳບັດ ແລະ ຕິດຕາມຢ່າງຕໍ່ເນື່ອງ. ນອກຈາກນັ້ນການປັບປ່ຽນວິຖີຊີວິດການເປັນຢູ່ໃນປັດຈຸບັນເຊັ່ນ ການພັກຜ່ອນໃຫ້ພຽງພໍ ແລະ ການອອກກຳລັງກາຍ ກໍເປັນວິທີທີ່ແພດແນະນໍາ.

ຫຼ້າສຸດ, ການສຶກສາຂະໜາດໃຫຍ່ທີ່ໄດ້​ຖືກ​ລວບລວມຂໍ້ມູນເຂົ້າດ້ວຍກັນ ຈາກການສຶກສາແບບທົບທວນກວ່າ 97 ບົດ (ການ​ຈາກຄົ້ນຄວ້າກວ່າ 1,039 ຊິ້ນງານໂດຍມີກຸ່ມຕົວຢ່າງ​ເຖິງ 128.119 ຄົນ) ພົບວ່າ ການອອກກໍາລັງກາຍນັ້ນນອກຈາກຈະດີຕໍ່ສຸຂະພາບແລ້ວ ມັນຍັງຊ່ວຍໃນການປິ່ນປົວໂຣກຕ່າງໆ ໂດຍສະເພາະແມ່ນໂຣກທາງດ້ານອາລົມ ຍິ່ງເປັນການອອກກຳລັງກາຍທີ່ເຮັດເປັນປະຈຳ ແລະ ເພີ່ມໃຫ້ມີຄວາມໜັກແໜ້ນຂຶ້ນ ຍິ່ງສົ່ງຜົນດີຕໍ່ຜູ້ປ່ວຍຫຼາຍ, ໂດຍໃນການສຶກສາໃນຄັ້ງນີ້ຈະລວມມີຄົນທົ່ວໄປທີ່ມີສຸຂະພາບດີ ຈົນຮອດຄົນທີ່ປ່ວຍເປັນໂຣກຊຶມເສົ້າ ມີພາວະວິຕົກກັງວົນ, ແມ່ຍິງຖືພາ, ແມ່ຍິງຫຼັງໃຫ້ກຳເນີດລູກ ແລະ ຜູ້ປ່ວຍໃນໂຣກຕ່າງໆເຂົ້າຮ່ວມໃນການທົດລອງນຳ.

ສຳລັບຜູ້ປ່ວຍໂຣກຊຶມເສົ້າ, ຂໍ້ມູນການຄົ້ນຄວ້າຊີ້ໃຫ້ເຫັນວ່າການອອກກໍາລັງກາຍນັ້ນເຮັດໃຫ້ອາການຂອງຜູ້ປ່ວຍດີຂຶ້ນເຖິງ 43%, ໂດຍໄລຍະເວລາທີ່ດີທີ່ສຸດຂອງການອອກກໍາລັງກາຍແມ່ນ 150 ນາທີ/ອາທິດ, ເຊິ່ງກົງກັບຂໍ້ມູນເກົ່າທີ່ໄດ້ແນະນຳໃຫ້ທຸກຄົນອອກກຳລັງກາຍໃນໄລຍະເວລາຕາມນີ້.

ເຮົາສາມາດອອກກຳລັງກາຍໃນຮູບແບບໃດກໍໄດ້ ແຕ່ຖ້າຫາກບໍ່ມີເວລາອອກກຳລັງກາຍຕາມຄຳແນະນຳທີ່ໃຫ້ມາ ກໍຄວນຫາເວລາອອກກຳລັງກາຍເພື່ອສຸຂະພາບຂອງຕົນເອງ ເພາະບໍ່ວ່າຈະອອກໜ້ອຍ ຫຼື ຫຼາຍກໍໃຫ້ຜົນທີ່ດີຕໍ່ຕົວເຮົາເຊັ່ນກັນ ແຕ່ຕ້ອງອອກເປັນປະຈຳຢ່າງສະໝ່ຳສະເໝີ.

ທັງນີ້ ການອອກກຳລັງກາຍບໍ່ວ່າຈະເປັນໃນຮູບແບບໃດ ແລະ ໃຊ້ເວລາໃນການອອກກຳລັງກາຍຫຼາຍເທົ່າໃດກໍລ້ວນແຕ່ດີຕໍ່ສຸຂະພາບ ແຖມຍັງມີສ່ວນຊ່ວຍໃນການລົດຜ່ອນອາການຂອງຜູ້ປ່ວຍທີ່ເປັນໂຣກຊຶມເສົ້າທີ່ບໍ່ຮຸນແຮງເຖິງຮຸນແຮງປານກາງໄດ້ປະມານ 20–60 % . ໂດຍໃນໄລຍະ 3 ເດືອນທຳອິດໃນການອອກກຳລັງກາຍນັ້ນຈະມີປະສິດທິພາບຫຼາຍທີ່ສຸດ ແລະ ຫຼັງຈາກນັ້ນກໍຈະລົດລົງ ເນື່ອງຈາກວ່າອາການໂດຍສ່ວນໃຫຍ່ອາດຈະດີຂຶ້ນ ຈຶ່ງເຫັນການປ່ຽນແປງທີ່ໜ້ອຍລົງ.

ຢ່າງໃດກໍຕາມ, ຄົນທີ່ມີຄວາມຜິດປົກກະຕິທາງດ້ານອາລົມຈຳເປັນຕ້ອງໄດ້ຮັບຄໍາແນະນໍາຈາກແພດ ແລະ ໃຊ້ຢາປິ່ນປົວຄວບຄູ່ໄປກັບການອອກກຳລັງກາຍຢ່າງສະໝໍ່າສະເໝີ ເພາະການອອກກຳລັງກາຍຢ່າງດຽວບໍ່ສາມາດປິ່ນປົວໂຣກນີ້ໄດ້ ມັນເປັນພຽງແຕ່ສ່ວນໜຶ່ງທີ່ຈະຊ່ວຍໃຫ້ອາການຂອງຜູ້ປ່ວຍດີຂຶ້ນເທົ່ານັ້ນ.

ທີ່ມາ:

beartai

bjsm.bmj

thaihealth

phukethospital

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/