ຂ່າວດີ! ນັກວິໄຈກ່າວວ່າ ປ່າທີ່ປູກໃໝ່ໃນປະເທດຈີນ ສາມາດບັນເທົາໂລກຮ້ອນໄດ້ຫຼາຍ.


ນັກວິໄຈກ່າວວ່າ ປ່າໃໝ່ໃນຈີນສາມາດຊ່ວຍດູດຊັບຄາບອນໄດອອກໄຊໄດ້ຢ່າງມະຫາສານ ນະໂຍບາຍປູກຕົ້ນໄມ້ຢ່າງຈິງຈັງ ມີສ່ວນຊ່ວຍບັນເທົາໂລກຮ້ອນໄດ້ຫຼາຍ.

ນະໂຍບາຍການປູກຕົ້ນໄມ້ຢ່າງຈິງຈັງຂອງຈີນມີສ່ວນສຳຄັນໃນການຊ່ວຍບັນເທົາເລື່ອງຜົນກະທົບທາງດ້ານສະພາບພູມອາກາດ.

ທີມງານລະຫວ່າງປະເທດ ໄດ້ກວດສອບພື້ນທີ່ທັງສອງພູມີພາກຂອງຈີນ ເພື່ອປະເມີນການດູດຊັບຄາບອນໄດອອກໄຊຂອງປ່າເກີດໃໝ່ທີ່ຖືກຄາດການຜິດໄປກ່ອນໜ້ານີ້, ເຊິ່ງເມື່ອຮວມກັນແລ້ວມັນມີຄວາມສາມາດໃນການດູດຊັບຄາບອນຫຼາຍກວ່າ 35% ຂອງພື້ນທີ່ດູດຊັບຄາບອນຂອງແຜ່ນດິນຈີນທັງໝົດ.

ພື້ນທີ່ດູດຊັບຄາບອນແບບພື້ນທີ່ປ່າໂຄກທີ່ມີນ້ຳຈືດຂັງ(Swamp Forest) ຫຼື ປ່າໄມ້ທົ່ວໄປມີຄວາມສາມາດໃນການດູດຊັບຄາບອນໄດ້ຫຼາຍກວ່າທີ່ຕົວມັນເອງປ່ອຍອອກໄປ ມັນຈຶ່ງສາມາດຊ່ວຍລົດຜ່ອນປະລິມານຄາບອນໃນຊັ້ນບັນຍາກາດໄດ້.

ຈີນ ເປັນປະເທດທີ່ປ່ອຍຄາບອນຈຳນວນມະຫາສານອອກມາສູ່ຊັ້ນບັນຍາກາດ ເຊິ່ງຄິດເປັນ 28% ຂອງຄາບອນທີ່ທັງໂລກປ່ອຍອອກມາ.

ເຊິ່ງເມື່ອບໍ່ດົນມານີ້ ຈີນໄດ້ປະກາດວ່າຕົນເອງຈະປ່ອຍຄາບອນເຖິງຈຸດທີ່ສູງກ່ອນປີ 2030 ແລ້ວຈະຜັນຕົວໄປເປັນປະເທດທີ່ປ່ອຍຄາບອນເປັນກາງພາຍໃນປີ 2060.

ເຖິງແມ່ນວ່າ ວິທີການຂອງປະເທດຈີນທີ່ຈະພາໄປສູ່ເປົ້າໝາຍຍັງບໍ່ຊັດເຈນ ແຕ່ມັນກໍຫຼີກລ່ຽງບໍ່ໄດ້ທີ່ຈະຕ້ອງລົດການໃຊ້ພະລັງງານເຊື້ອໄຟຟອສຊິວຈຳນວນຫຼາຍ ແລະ ຕ້ອງຈັດການກັບຄາບອນທີ່ຢູ່ໃນຊັ້ນບັນຍາກາດອີກດ້ວຍ.

ພື້ນທີ່ສີຂຽວຂອງຈີນ ປາກົດຫຼາຍຂຶ້ນຈາກການປູກຕົ້ນໄມ້ຫຼາຍກວ່າ 1000 ລ້ານຕົ້ນ ໃນຊ່ວງທົດສະວັດທີ່ຜ່ານມາ ເພື່ອປ້ອງກັນບໍ່ໃຫ້ພື້ນດິນກາຍເປັນທະເລຊາຍ ແລະ ລົດການສູນເສຍດິນ.

ທາງດ້ານກົມອຸຕຸນິຍົມຂອງຈີນໄດ້ເປີດເຜີຍປະລິມານຄາບອນໄດອອກໄຊທີ່ຖືກດູດຊັບໂດຍປ່າຂອງຈີນ ທັງທາງທິດຕາເວັນອອກສ່ຽງໃຕ້ຂອງຈີນ (ມົນທົນຢູນານ, ກຸ້ຍໂຈ ແລະ ກວ່າງຊີ) ແລະ ທາງທິດຕາເວັນຕົກສ່ຽງເໜືອ (ເຮຍຫຼົງຈຽງ ແລະ ຈີ໋ຫຼິນ),

ພົບວ່າພື້ນທີ່ Biosphere ຫຼື ສ່ວນຂອງຜິວໂລກບໍລິເວນຕາເວັນຕົກສ່ຽງໃຕ້ ເປັນພູມີພາກທີ່ສາມາດດູດຊັບຄາບອນໄດ້ຫຼາຍເຖິງ 31.5% ຂອງພື້ນທີ່ທີ່ສາມາດດູດຄາບອນໄດ້ທັງໝົດຂອງຈີນ, ໃນຂະນະທີ່ພາກຕາເວັນອອກສ່ຽງເໜືອຂອງຈີນຊ່ວຍດູດຊັບຄາບອນໄດ້ 4.5%.

Prof Shuan Quegan ຈາກ Shieffield University ໄດ້ລະບຸວ່າ ປະສິດທິພາບໃນການດູດຊັບຄາບອນຂອງທາງຕາເວັນອອກສ່ຽງເໜືອເປັນໄປຕາມທີ່ຄາດຄິດ ແຕ່ປະສິດທິພາບໃນການດູດຊັບຄາບອນຂອງປ່າທິດຕາເວັນຕົກສ່ຽງໃຕ້ມັນດີເກີນຄາດໝາຍໄວ້ຈົນໜ້າປະຫຼາດໃຈ. ເຖິງຢ່າງໃດກໍຕາມ ປະສິດທິພາບໃນການດູດຊັບຄາບອນອາດລົດລົງໄປຕາມການເວລາ ແລະລະບົບຕ່າງໆກໍເຂົ້າສູ່ຄວາມໝັ້ນຄົງຫຼາຍຂຶ້ນ.

ທີ່ມາ: https://www.facebook.com/environman.th/posts/3165159270279165