ກະແລ້ມມົນລະພິດ! ນັກສຶກສາໄຕ້ຫວັນສ້າງຜົນງານສີລະປະເປັນກະແລ້ມທີ່ເກັບນ້ຳເປື້ອນມາອັດແຂັງ


ຣົດຊາດແຫ່ງມົນລະພິດ! ນັກສຶກສາຊາວໄຕ້ຫວັນສ້າງຜົນງານສີລະປະຜ່ານກະແລ້ມ ເກັບນ້ຳປົນເປື້ອນເຮັດອັດແຂງມາສະແດງ ຫວັງໃຫ້ປະຊາຊົນຄຳນຶງເຖິງເລື່ອງມົນລະພິດທາງນ້ຳ.

ກະແລ້ມ ຂອງມັກຂອງຫຼາຍໆຄົນ ທີ່ເວລາຮ້ອນຍາມໃດກໍຕ້ອງຄິດຢາກກິນ, ແຕ່ຈະເປັນແນວໃດ ຖ້າຫາກວ່າລອງເອົານ້ຳເປື້ອນມາເຮັດເປັນກະແລ້ມ! ຫຼ້າສຸດກຸ່ມນັກສຶກສາຈາກ National Taiwan University ໄດ້ສ້າງຜົນງານສີລະປະຜ່ານກະແລ້ມໄມ້ ທີ່ໄດ້ແຮງບັນດານໃຈມາຈາກນ້ຳເປື້ອນໃນຄອງນ້ຳຫຼັງມະຫາວິທະຍາໄລ.

ກະແລ້ມຈຳນວນ 100 ໄມ້ ຖືກປະດິດຂຶ້ນມາຈາກນ້ຳທີ່ຖືກປົນເປື້ອນດ້ວຍມົນລະພິດຕ່າງໆ ໃນທະເລສາບ, ແມ່ນໍ້າ, ຊາຍຫາດ ແລະ ທ່າເຮືອຂອງໄຕ້ຫວັນ ເພື່ອເຮັດໃຫ້ມະນຸດຄໍານຶງເຖິງເລື່ອງມົນລະພິດທາງນ້ຳ.


ນັກສຶກສາໄດ້ເກັບຕົວຢ່າງຂອງສິ່ງເປື້ອນເປິທັງຫຼາຍ ມາແຊ່ແຂງ ແລະ ຫຼອມດ້ວຍເຣຊິນ ຫຼັງຈາກນັ້ນກໍຈັດການບັນຈຸໃສ່ຜະລິດຕະພັນທີ່ສວຍງາມ. ສິ່ງທີ່ຢູ່ທາງໃນກະແລ້ມສະແດງໃຫ້ເຫັນວ່າ ຣົດຊາດມັນຈະບໍ່ແຊບເທົ່າໃດຖ້າຫາກເຮົາກິນ ເຊັ່ນດຽວກັນກັບນ້ຳ ຖ້າຫາກຖິ້ມສິ່ງຕ່າງໆລົງໄປມັນຈະເປື້ອນ ແລະ ສົ່ງຜົນກະທົບຕໍ່ສິ່ງແວດລ້ອມ.

ກະແລ້ມໄມ້ຣົດຊາດແຫ່ງການປົນເປື້ອນນີ້ ສະແດງໃຫ້ເຫັນເຖິງບັນຫາສິ່ງແວດລ້ອມທີ່ຖືກເບິ່ງຂ້າມ, ໂດຍກະແລ້ມແຕ່ລະຣົດຈະເຜີຍໃຫ້ເຫັນເຖິງສິ່ງທີ່ປົນເປື້ອນຢູ່ໃນນ້ຳ ທັງພລາສຕິກ, ໂລຫະ ແລະ ວັດຖຸອັນຕະລາຍອື່ນໆອີກຫຼາຍ.

ກຸ່ມນັກສຶກສາທີ່ປະດິດ ໄດ້ຮຽງລຳດັບກະແລ້ມທີ່ເປື້ອນທີ່ສຸດຈາກລຳດັບທີ 1-100 ເຊິ່ງລຳດັບທີ 1 ແຫ່ງຄວາມເປື້ອນແມ່ນ Keelung ເປັນເມືອງທ່າເຮືອທີ່ຖືກປົນເປື້ອນມົນລະພິດຈາກທັງເຮືອ ແລະ ຂີ້ເຫຍື້ອ.

ກະແລ້ມໄມ້ມົນລະພິດນີ້ ໄດ້ຮັບຄວາມສົນໃຈຈາກທົ່ວໂລກ ເຊິ່ງພວກເຂົາຫວັງວ່າຜູ່ຄົນຈະປັບປ່ຽນພຶດຕິກຳການໃຊ້ຊີວິດຂອງຕົນເອງເມື່ອໄດ້ເຫັນມັນ.

ທີ່ມາ: https://www.facebook.com/environman.th/posts/3023950141066746