ການບິນໄທ ຈັດທຣິບ “ສູດມົນເທິງຟ້າ” ຜ່ານ 99 ສະຖານທີ່ສັກສິດ ພ້ອມຮັບພຣະແລະໜັງສືສູດມົນ


ຈາກພິດຂອງເຊື້ອໄວຣັດໂຄວິດ-19 ເຮັດໃຫ້ບັນດາທຸລະກິດໃນທົ່ວໂລກຕ້ອງໄດ້ມີການປັບໂຕເພື່ອການຢູ່ລອດ ໂດຍສະເພາະທຸລະກິດການບິນໃນທົ່ວໂລກທີ່ຖືວ່າໄດ້ຮັບຜົນກະທົບໜັກທີ່ສຸດເປັນອັນດັບຕົ້ນໆ, ເຊິ່ງຕອນນີ້ ຫຼາຍສາຍການບິນກໍຍັງບໍ່ສາມາດບິນຂ້າມປະເທດໄດ້ປົກກະຕິຄືເມື່ອກ່ອນ.

ຫຼ້າສຸດສາຍການບິນເພື່ອນບ້ານ ການບິນໄທ ຈັດທຣິບ “ສູດມົນເທິງຟ້າ” ຜ່ານ 99 ສະຖານທີ່ສັກສິດ ບິນວົນບໍ່ລົງຈອດ ພ້ອມຮັບພຣະແລະໜັງສືສູດມົນ ຫວັງດຶງດູດນັກທ່ອງທ່ຽວກັບມາໃຊ້ບໍລິການຫຼາຍຂຶ້ນ ໂດຍເນັ້ນເປົ້າໄປທີ່ກຸ່ມນັກທ່ອງທ່ຽວສາຍບຸນ ຫຼື ນັກທ່ອງທ່ຽວທີ່ຢາກເດີນທາງທ່ອງທ່ຽວຮູບແບບໃໝ່ ເຊິ່ງຕ້ອງບອກເລີຍວ່າ ສາຍບຸນຫ້າມພາດ.

ຖ້ຽວບິນພິເສດເທິງເສັ້ນທາງແຫ່ງສັດທາ ຜ່ານສະຖານທີ່ສັກສິດທົ່ວປະເທດໄທເຖິງ 99 ແຫ່ງ ພ້ອມສູດມົນເທິງຟ້າກັບອາຈານຄະທາຊິນບັນຊອນ ເຊິ່ງນອກຈາກຈະອິ່ມບຸນແລ້ວຍັງອິ່ມໃຈກັບບໍລິການສຸດພິເສດ ພ້ອມອາຫານມຸງຄຸນທີ່ເຮັດຂຶ້ນມາສຳລັບຖ້ຽວບິນນີ້ໂດຍສະເພາະເທົ່ານັ້ນ.

ພິເສດສຸດ ສະເພາະທຣິບນີ້ ທຸກທ່ານຈະໄດ້ຮັບ “ພຣະພຸດທະຮູບ ພ້ອມຮັບໜັງສືສູດມົນ” ເພື່ອຄວາມເປັນສິລິມຸງຄຸນ

ລາຄາເລີ່ມຕົ້ນທີ່:

  • 5.999 ບາດ ຫຼື ປະມານ 1.930.000 ກີບສຳລັບຊັ້ນປະຢັດ
  • 9.999 ບາດ ຫຼື ປະມານ 3.220.000 ກີບ ສຳລັບຊັ້ນທຸລະກິດ

ອ່ານລາຍລະອຽດເພີ່ມເຕີມທີ່:  https://bit.ly/2TGUJj2

ທີ່ມາ: https://www.facebook.com/thematterco/photos/a.1735876059961122/2735145653367486/