ສິງກະໂປໄຟຂຽວໃຫ້ນັກທ່ອງທ່ຽວຊາວຈີນເດີນທາງເຂົ້າປະເທດໂດຍບໍ່ຕ້ອງກັກໂຕ.


ສິງກະໂປອະນຸຍາດໃຫ້ນັກທ່ອງທ່ຽວທີ່ມາຈາກຈີນແຜນດິນໃຫຍ່ສາມາດເດີນທາງເຂົ້າປະເທດໄດ້ໂດຍບໍ່ຕ້ອງກັກໂຕໂດຍເລິ່ມມີຜົນຕັ້ງແຕ່ວັນທີ 6 ພະຈິກ 2020 ເປັນຕົ້ນໄປ.

ໜ່ວຍງານກຳກັບດູແລທາງດ້ານການບິນພົນລະເຮືອນຂອງສິງກະໂປໄດ້ລະບຸໃນຖະແຫຼງການວ່າ ນັກທ່ອງທ່ຽວທີ່ເດີນທາງມາຈາກຈີນຈະຕ້ອງຜ່ານການກວດຫາເຊື້ອໂຣກໂຄວິດ-19 ຢູ່ທີ່ສະໜາມບິນຊາງງີ ແລະ ຫາກຜົນການກວດເປັນລົບພວກເຂົາຈະໄດ້ຮັບອະນຸຍາດໃຫ້ເດີນທາງເຂົ້າສິງກະໂປໄດ້ໂດຍບໍ່ຕ້ອງຜ່ານຂັ້ນຕອນການກັກໂຕ.

ການປະກາດດັ່ງກ່າວເປັນຄວາມເຄື່ອນໄຫວຫຼ້າສຸດດ້ານຄວາມຮ່ວມມືລະຫວ່າງຈີນ ແລະ ສີງກະໂປ ຫຼັງຈາກທີ່ໃນເດືອນ ພຶດສະພາ ທີ່ຜ່ານມາທັ້ງສອງປະເທດໄດ້ຕົກລົງກັນຈະເປິດຊ່ອງທາງພິເສດອະນຸຍາດໃຫ້ຊາວຈີນຈາກ 6 ມົນທົນທີ່ເດີນທາງເພື່ອວັດຖຸປະສົງດ້ານທຸລະກິດໄດ້ຮັບການຍົກເວັ້ນສາມາດເດີນທາງເຂົ້າສີງກະໂປໄດ້.

ນອກຈາກນີ້ໃນຊ່ວງກາງເດືອນ ຕຸລາ 2020 ສີງກະໂປຍັງໄດ້ບັນລຸຂໍ້ຕົກລົງໃນຫຼັກການເພື່ອສ້າງຊ່ອງທາງການເດີນທາງ ທາງອາກາດລະຫວ່າງກັນ ແລະ ກັນແບບບໍ່ກັກໂຕ (Air Travel Bubble) ກັບຮ່ອງກົງເພື່ອໃຫ້ປະຊາຊົນທີ່ເດີນທາງພາຍໃຕ້ຂໍ້ຕົກລົງດັ່ງກ່າວບໍ່ຕ້ອງກັກໂຕພຽງແຕ່ຈຳເປັນຕ້ອງກວດເຊື້ອໂຄວິດ-19 ກ່ອນທີ່ຈະຂຶ້ນເຮືອບິນ ນອກຈາກນີ້ຍັງບໍ່ມີການຈຳກັດກ່ຽວກັບວັດຖຸປະສົງຂອງການເດີນທາງລະຫວ່າງກັນ ແລະ ກັນດ້ວຍ.

ຂະນະດຽວກັນເມື່ອເດືອນ ສິງຫາ 2020 ທີ່ຜ່ານມາ ຢີ່ປຸ່ນ ແລະ ສິງກະໂປກໍໄດ້ເຮັດຂໍ້ຕົກລົງກັນເພື່ອຜ່ອນຄາຍມາດຕະການຄຸມເຂັ້ມດ້ານການເດີນທາງ ເຊິ່ງລັດຖະບານຂອງທັ້ງສອງປະເທດໄດ້ປະກາດໃຊ້ເພື່ອຄວບຄຸມການແຜ່ລະບາດຂອງໂຣກໂຄວິດ-19 ໂດຍມີຜົນບັງຄັບໃຊ້ມາຕັ້ງແຕ່ເດືອນ ກັນຍາ 2020.

ທີ່ມາ: https://www.infoquest.co.th/2020/44997