ລັດອອດສະເຕເລຍໃຕ້ ເປັນເຂດປົກຄອງທຳອິດຂອງໂລກ ທີ່ໃຊ້ໄຟຟ້າຈາກໂຊລາເຊວ 100%


ເຂດປົກຄອງທຳອິດຂອງໂລກ ລັດອອດສະເຕເລຍໃຕ້ໃຊ້ໄຟຟ້າຈາກໂຊລາເຊວ (Sola Cell) 100% ສ່ວນໃຫຍ່ມາຈາກໂຊລາຫຼັງຄາບ້ານ ເລັ່ງພັດທະນາລະບົບກຣິດ ເພື່ອການຂະຫຍາຍຕົວໃນອະນາຄົດ.

ອອດສະເຕເລຍໃຕ້ ໃຊ້ພະລັງງານຈາກໂຊລາທັງໝົດເປັນເວລາ 1 ຊົ່ວໂມງ ໃນວັນທີ 11 ຕຸລາທີ່ຜ່ານມາ. ຢ່າງໃດກໍຕາມການຜະລິດພະລັງງານຂອງໂຊລາຫຼາຍເກີນໄປ ອາດເຮັດໃຫ້ເກີດຄວາມບໍ່ໝັ້ນຄົງຂອງກຣິດ ເຊິ່ງວາງແຜນລະບົບເຊື່ອມຕໍ່ໃໝ່ໃນລັດ New South Wales ຈະຊ່ວຍໃຫ້ການຈັດການຂອງໂຊລາເຊວຂະຫຍາຍໂຕຂຶ້ນໄດ້.

ພະລັງງານໝຸນວຽນຂອງອອດສະເຕເລຍໃຕ້ ເພີ່ມຂຶ້ນຫຼາຍ ແລະ ໄດ້ບັນລຸເປົ້າໝາຍຂອງໂລກ.

ລັດນີ້ຄັ້ງນຶ່ງເຄີຍເປັນລັດທີ່ມີພະລັງງານບໍ່ພຽງພໍ ແຕ່ຕອນນີ້ໄດ້ກາຍເປັນເຂດປົກຄອງທຳອິດຂອງໂລກທີ່ຜະລິດພະລັງງານທັງໝົດຈາກພະລັງງານແສງອາທິດ.

ໂດຍເມື່ອວັນທີ 11 ຕຸລາທີ່ຜ່ານມາ ເປັນເວລາຫຼາຍກວ່າ 1 ຊົ່ວໂມງທີ່ຄວາມສາມາດໃນການຜະລິດແສງອາທິດຂອງລັດສາມາດພຽງພໍຕໍ່ຄວາມຕ້ອງການພະລັງງານ 100%.

ເຊິ່ງຖືເປັນປາກົດການຄັ້ງສຳຄັນ ເພາະວ່ານີ້ແມ່ນຄັ້ງທຳອິດທີ່ເຂດປົກຄອງຂະໜາດໃຫຍ່ແບບລັດ South Australia ສາມາດໃຊ້ພະລັງງານໂຊລາທັງໝົດ ໂດຍສ່ວນໃຫຍ່ແລ້ວ ແຫຼ່ງພະລັງງານມາຈາກແຜງໂຊລາທີ່ຕິດຢູ່ຫລັງຄາເຮືອນເຖິງ 77%, ນອກຈາກນີ້ ຟາມໂຊລາ ໃນ Tailem Bend ແລະ Port Augusta ມີສ່ວນຜະລິດ 23%.

ໃນວັນດັ່ງກ່າວ ພະລັງງານທີ່ຖືກຜະລິດຂຶ້ນຈາກກາສ ຫຼື ຟາມກັງຫັນລົມ ໄດ້ຖືກເກັບໄວ້ໃນແບັດເຕີລີ ຫຼື ສົ່ງອອກໄປ Victoria ຜ່ານລະບົບເຊື່ອມຕໍ່.

ນັກວິເຄາະເຜີຍວ່າ ນີ້ເປັນການບັນລຸເປົ້າໝາຍຄັ້ງສຳຄັນທີ່ຈະເກີດຂຶ້ນໃນອະນາຄົດເມື່ອມີການເຕີບໃຫຍ່ຂະຫຍາຍໂຕຂອງໂຊລາຫຼາຍຂຶ້ນ, ແຕ່ຢ່າງໃດກໍຕາມ ຖ້າຫາກວ່າຂາດການຈັດການແບບລະມັດລະວັງ ຄວາມສະຖຽນລະພາບຂອງລະບົບກຣິດອາດຈະມີຄວາມສ່ຽງໄດ້, ຖ້າຫາກມີການຈັດການໄຟຟ້າທີ່ເຂົ້າມາໃນລະບົບຫຼາຍກວ່າທີ່ຖືກສົ່ງອອກໄປ ເມື່ອເກີດລະບົບຂັດຂ້ອງຈະເຮັດໃຫ້ເກີດບັນຫາໃຫຍ່ໄດ້.

AEMO ໄດ້ຄາດການວ່າ ພາຍໃນ 14 ເດືອນຕໍ່ໜ້າຈະມີການຕິດລະບົບໂຊລາເທິງຫຼັງຄາຫຼາຍກວ່າ 36,000 ແຫ່ງໃນ South Australia ເພີ່ມຂຶ້ນຈາກປັດຈຸບັນທີ່ມີແຕ່ 288,000 ບ້ານເຮືອນທີ່ຜະລິດໄຟຟ້າເອງແລ້ວ.

ໂດຍ AEMO ໄດ້ເຜີຍວ່າ ການເພີ່ມຂອງໂຊລາຣູບ ອາດຈະເຮັດໃຫ້ເກີດບັນຫາໄຟຟ້າຂັດຂ້ອງໄດ້ ໂດຍຕົວເຊື່ອມຕໍ່ Inverter ໃໝ່ ຈຳເປັນຕ້ອງມີ Software ທີ່ສາມາດຄວບຄຸມໄດ້.

ໂຄສົກຂອງ AEMO ເຜີຍວ່າລະບົບກຣິດຈຳເປັນຕ້ອງມີການຈັດການຢ່າງດີ ຂະນະນີ້ໂຊລານັ້ນຍົງເປັນການລົງທຶນທີ່ດີ ແລະ ເຄືອຂ່າຍກຳລັງພະຍາຍາມເພີ່ມຄວາມອາດສາມາດໃຫ້ຫຼາຍຂຶ້ນພາຍໃນ 5 ປີ.

ທີ່ມາ: https://www.facebook.com/environman.th/posts/3155561261238966