ຢີ່ປຸ່ນລົດລະດັບເຕືອນໄພຄົນທີ່ຈະເດີນທາງໄປຕ່າງປະເທດຫຼັງຍອດຜູ້ຕິດເຊື້ອໂຄວິດ-19 ຊາລົງ.


ໂຕຊິມິດສຶ ໂມເຕກິ ລັດຖະມົນຕີຕ່າງປະເທດຂອງຢີ່ປຸ່ນປະກາດລົດລະດັບຄຳເຕືອນການເດີນທາງໄປ 9 ປະເທດຫຼັງຈາກທີ່ອັດຕາການຕິດເຊື້ອໂຄວິດ-19 ໃນປະເທດເຫຼົ່ານີ້ລົດຕົວລົງ.

ທັງນີ້ຢີ່ປຸ່ນໄດ້ລົດລະດັບການເຕືອນເດີນທາງໄປປະເທດທີ່ມີຜູ້ຕິດເຊື້ອໂຄວິດ-19 ລົງສູ່ 2 ຈາກທັງໝົດ 4 ລະດັບໂດຍປະເທດເຫຼົ່ານັ້ນໄດ້ແກ່ ອອດສະເຕເລຍ, ສ.ເກົາຫຼີ , ສິງກະໂປ,ໄທ, ໄຕ້ຫວັນ,​ຈີນ, ນິວຊີແລນ, ບຣູໄນ ແລະ ຫວຽດນາມ.

ແຕ່ເຖິງຢ່າງໃດກໍຕາມລັດຖະບານຍັງຂໍຄວາມຮ່ວມມືຈາກປະຊາຊົນໃຫ້ຫຼີກຫຼ່ຽງການເດີນທາງທີ່ບໍ່ຈຳເປັນຕ້ອງໄປຕ່າງປະເທດ.

ສຳນັກງານໂຕກຽວລາຍງານວ່າ ກ່ອນໜ້ານີ້ຢີ່ປຸ່ນໄດ້ເຕືອນພົນລະເຮືອນໃຫ້ຫຼີກຫຼ່ຽງການເດີນທາງໄປຕ່າງປະເທດທຸກແຫ່ງ.

ທີ່ມາ: https://www.infoquest.co.th/2020/45006