Vivo ກຽມປ່ຽນຊື່ FunTouch OS ເປັນ Origin OS


ກ່ອນໜ້ານີ້ມີຂ່າວວ່າ Vivo ກຽມປ່ຽນຊື່ລະບົບປະຕິບັດການ Fun Touch OS ຂອງໂຕເອງທີ່ມີພື້ນຖານຈາກລະບົບ Android ມາເປັນ Jovi OS ກ່ອນທີ່ Project ດັ່ງກ່າວຈະຖືກລົ້ມເລິກໄປ ແຕ່ຫຼ້າສຸດເບິ່ງຄືວ່າ Vivo ຈະມີໄອເດຍໃໝ່ອາດຈະປ່ຽນຊື່ UI ໃໝ່ອີກຄັ້ງ ເຊິ່ງຮອບນີ້ມາໃນຊື່ Origin OS ແລະ ໜ້າຕາຮູບຮ່າງອາດຈະຖືກຍົກເຄື່ອງໃໝ່ດ້ວຍຄືກັນ.

ຈາກຂໍ້ມູນຂອງຜູ້ໃຊ້ງານ Twitter Digital Chat Station ໄດ້ມີການລະບຸວ່າທາງ Vivo ຈະປ່ຽນໄປໃຊ້ UI ໃໝ່ທີ່ມາໃນຊື່ Origin OS ຫຼື ຊື່ເຕັມໆວ່າ “Original Operating System” ມາພ້ອມກັບ Feature ແລະ ຟັງຊັນໃໝ່ໆຫຼາກຫຼາຍ ອີກທັງທາງ Digital Chat Station ກໍຍັງອອກມາບອກເພິ່ມເຕີມອີກດ້ວຍວ່າເປັນ OS ທີ່ດີຂຶ້ນຈາກໂຕເກົ່າຄື Fun Touch OS ຫຼາຍ ແລະຄິດວ່າຈະເປິດໂຕມາໃຫ້ໄດ້ໃຊ້ກັນໃນຊ່ວງເດືອນ ພະຈິກ – ທັນວາ 2020 ນີ້ເຊິ່ງຄາດກັນວ່າຈະມາພ້ອມກັບມືຖື Vivo X60 ທີ່ອາດຈະເປິດໂຕປາຍປີນີ້.

ນອກຈາກນີ້ ເຂົາຍັງບອກວ່າ Origin OS ຈະກາຍເປັນນຶ່ງໃນລະບົບປະຕິບັດການທີ່ດີທີ່ສຸດເທິງ Android ຢ່າງແນ່ນອນ ເຖິງແບບນັ້ນເຮົາກໍຍັງບໍ່ມີຂໍ້ມູນທີ່ພຽງພໍກ່ຽວກັບລະບົບ UI ວ່າຈະໜ້າຕາປະມານໃດແຕ່ເທົ່າທີ່ຮູ້ຕອນນີ້ຄືຈະເປັນ Design ທີ່ຕ່າງຈາກ Fun Touch OS ຢ່າງແນ່ນອນ ຄາດວ່າອາດຈະຫັນກັບມາໃຊ້ Design Stock Android ຄືກັບ Color OS ຂອງ OPPO.

ເຊິ່ງຫຼັງຈາກທີ່ມີຂ່າວຫຼຸດອອກມາກ່ອນໜ້ານີ້ແລ້ວວ່າ ທາງ Vivo ກໍໄດ້ອອກມາປະກາດຢ່າງເປັນທາງການຜ່ານ WeChat ວ່າ Origin OS ຈະຖືກນຳມາແທນ Fun Touch OS ແທ້ໆ ອີກທັງທາງ Vivo ກໍໄດ້ປະກາດມື້ເປິດໂຕຂອງ Origin OS ຢ່າງເປັນທາງການຮຽບຮ້ອຍແລ້ວໃນວັນທີ 19 ພະຈິກ 2020 ທີ່ຈະມາຮອດນີ້.

ທີ່ມາ: https://droidsans.com/vivo-may-replace-funtouch-os-with-new-improved-origin-os/