ກອງທຶນການເງິນລະຫວ່າງປະເທດ (IMF) ກ່າວວ່າ ຕະຫຼາດ Cryptocurrency ຍັງໜ້າເປັນຫ່ວງ ເພາະຂາດຄວາມໂປ່ງໃສ ສ່ຽງຜິດກົດໝາຍ


ກ່ອນໜ້ານີ້ເຮົາອາດຈະເຄີຍໄດ້ຍິນ ຫຼື ເຫັນຂ່າວກ່ຽວກັບຄວາມບໍ່ໝັ້ນຄົງຂອງຕະຫຼາດສະກຸນເງິນດິຈິຕອນ ຫຼື Cryptocurrency ຈາກໜ່ວຍງານ, ອົງກອນຫຼື ບຸກຄະລາກອນທີ່ຊໍານານໃນເລື່ອງນີ້ບໍ່ຫຼາຍກໍໜ້ອຍ. ຫຼ້າສຸດນີ້ ກອງທຶນການເງິນລະຫວ່າງປະເທດ (International Monetary Fund) ກໍໄດ້ອອກມາກ່າວວ່າ ຕະຫຼາດ Cryptocurrency ຍັງໜ້າເປັນຫ່ວງ ເພາະບໍ່ມີຂໍ້ກຳກັບເບິ່ງແຍງ, ຂາດຄວາມໂປ່ງໃສ ແລະ ສຸ່ມສ່ຽງຜິດກົດໝາຍ.

ໂດຍກອງທຶນການເງິນລະຫວ່າງປະເທດ ຫຼື IMF ໄດ້ອອກມາສະແດງຄວາມຄິດເຫັນຊີ້ແຈງສາເຫດທີ່ເຮັດໃຫ້ການລົງທຶນໃນ Cryptocurrency ຍັງໜ້າກັງວົນ ແລະ ບໍ່ໜ້າໄວ້ວາງໃຈສຳລັບນັກລົງທຶນ ເພາະອຸດສາຫະກຳດັ່ງກ່າວຍັງບໍ່ມີການດູແລທີ່ເຂັ້ມງວດ. ບໍລິສັດຫຼືອົງກອນທີ່ເຂົ້າມາຊື້ຂາຍແລກປ່ຽນສ່ວນໃຫຍ່ ແມ່ນຂາດແນວທາງປະຕິບັດທີ່ຊັດເຈນ ບໍ່ໂປ່ງໃສ ແລະ ຍັງມີຊ່ອງວ່າງທາງກົດໝາຍບາງສ່ວນເຮັດໃຫ້ Cryptocurrency ສ່ຽງຕໍ່ການເປັນຊ່ອງທາງຫຼີກເວັ້ນພາສີ, ແຫຼ່ງຟອກເງິນ ຫຼືເປັນທໍ່ນ້ຳລ້ຽງຂອງກຸ່ມກໍ່ການຮ້າຍ.

IMF ກ່າວວ່າອຸດສາຫະກຳໃໝ່ທີ່ມີການເຕີບໃຫຍ່ໄດ້ແບບໄວວາ ແຕ່ກົດລະບຽບບໍ່ໄດ້ຂະຍາຍຕົວຄອບຄຸມຕາມໄປນຳ ເຮັດໃຫ້ການລົງທຶນໃນຕະຫຼາດ Cryptocurrency ຂອງບັນດານັກລົງທຶນໜ້າເປັນຫ່ວງ ເພາະເມື່ອແນມໃນມຸມກັບ ແມ່ນໝາຍຄວາມວ່ານັກລົງທຶນຂາດການປົກປ້ອງດູແລ.

 

ຂໍ້ມູນຈາກ IMF ພົບວ່າ ມາຮອດເດືອນກັນຍາປີນີ້ ມູນຄ່າຕະຫຼາດຂອງອຸດສາຫະກຳ Cryptocurrency ທັງໝົດແມ່ນມີມູນຄ່າກວ່າ 2 ລ້ານລ້ານໂດລາສະຫະລັດເປັນທີ່ຮຽບຮ້ອຍແລ້ວ ເຊິ່ງຫ່າງຈາກມູນຄ່າໃນໄລຍະຕົ້ນປີ 2020 ເຖິງ 10 ເທົ່າ ໂດຍ Evan Papageorgiou ຮອງຫົວໜ້າພະແນກຂອງ IMF ກ່າວວ່າ ລະບົບນິເວດ Cryptocurrency ສາມາດເຕີບໃຫຍ່ໄດ້ຢ່າງມີໃຈຄວາມສຳຄັນ ແຕ່ບໍ່ມີກົດເກນໃນການດູແລກວດສອບ. 

IMF ຍັງອະທິບາຍອີກວ່າ ການຂາດແຜນປະຕິບັດງານ, ແຜນບໍລິຫານຈັດການ ແລະ ຫຼັກການບໍລິຫານຄວາມສ່ຽງຂອງບໍລິສັດໃນອຸດສາຫະກຳ Cryptocurrency ໃນໄລຍະເວລານີ້ ເຮັດໃຫ້ນັກລົງທຶນຕົກຢູ່ໃນຄວາມສ່ຽງ ເພາະບໍ່ມີການເປີດເຜີຍຂໍ້ມູນທີ່ຊັດເຈນຫຼາຍພໍຈະໃຊ້ໃນການຕັດສິນໃຈ. ອີກທັງກະແສການລົງທຶນຂອງຫຼຽນ Crypto ຍັງຕັດສິນຈາກອິດທິພົນຂອງ Influencer (ຜູ້ມີອິດທິພົນໃນສື່ໂຊຊຽວ) ຫຼື ກະແສໃນໂລກອອນລາຍເປັນຫຼັກ. 

ສ່ວນພື້ນທີ່ຂອງຕະຫຼາດ Crypto ຍັງສົ່ງຜົນໃຫ້ເກີດຊ່ອງວ່າງຂອງຂໍ້ມູນ (Data Gap) ເຊິ່ງຈະນຳໄປສູ່ການເປີດໂອກາດໃຫ້ກັບກຸ່ມມິດສາຊີບເຂົ້າຟອກເງິນ ຫຼືໃຊ້ເປັນເສັ້ນທາງຫຼີກເວັ້ນກົດໝາຍເພື່ອສົ່ງເງິນສະໜັບສະໜູນກຸ່ມກໍ່ການຮ້າຍໃນປະເທດຕ່າງໆທົ່ວໂລກ. 

ພ້ອມກັນນັ້ນ IMF ຍັງໄດ້ຮ່ວມກັບສະຖາບັນອື່ນໆໃນການຮຽກຮ້ອງໃຫ້ມີການຍົກລະດັບປັບປຸງແນວທາງການລົງທຶນໃນຕະຫຼາດອຸດສາຫະກຳ Cryptocurrency ເພື່ອເຮັດໃຫ້ການລົງທຶນປອດໄພຂຶ້ນກວ່າເກົ່າ ກ່ອນທີ່ຈະຍອມຮັບວ່າ ປະເດັນ Cryptocurrency ເປັນປະເດັນຮ້ອນທີ່ຍັງຫາຂໍ້ສະຫຼຸບທີ່ລົງຕົວບໍ່ໄດ້ ເພາະຝ່າຍທີ່ສະໜັບສະໜູນຕ່າງກ່າວເປັນສຽງດຽວກັນວ່າ Crypto ຄືໂລກອະນາຄົດທີ່ກຳລັງເດີນທາງມາເຖິງ. ຂະນະທີ່ຝ່າຍຄັດຄ້ານ ກໍຍັງອົດສົງໄສກັບຄວາມສ່ຽງທີ່ຈະເກີດຂຶ້ນໃນຕະຫຼາດ Cryptocurrency.

ກ່ອນໜ້ານີ້ ໜ່ວຍງານກຳກັບເບິ່ງແຍງນະໂຍບາຍການເງິນຂອງອັງກິດ (Financial Conduct Authority) ຫຼື FCA ໄດ້ອອກມາເຕືອນວ່າ ພົບຄວາມເຊື່ອມໂຍງລະຫວ່າງໂຊຊຽວມີເດຍກັບການລົງທຶນໃນ Crypto ໂດຍມີ Influncer ສ່ວນໜຶ່ງໄດ້ຮັບການຈ້າງຈາກບັນດາ Scamer ໃຫ້ຊ່ວຍປັ່ນກະແສເພື່ອຈະເກັງກຳໄລຫຼຽນ Crypto ຕົວໃດຕົວໜຶ່ງ ເຊິ່ງບາງຫຼຽນກໍບໍ່ມີແທ້ໃນຕະຫຼາດ ຈຶ່ງເຮັດໃຫ້ເກີດຄວາມເສຍຫາຍໃຫ້ກັບນັກລົງທຶນເປັນວົງກວ້າງ.

ຢ່າງໃດກໍຕາມ IMF ແລະ FCA ລ້ວນແຕ່ເຫັນກົງກັນວ່າສົມຄວນສ້າງມາດຕະຖານໃນການກຳກັບເບິ່ງແຍງ ເພື່ອປ້ອງກັນສິດທິປະໂຫຍດແລະຄວາມປອດໄພ ເຊິ່ງຂະນະນີ້ນັກລົງທຶນສ່ວນໜຶ່ງໃນອັງກິດຍັງເຂົ້າໃຈວ່າທາງ FCA ຈະຊ່ວຍເຂົ້າມາຈັດການຫາກເກີດຄວາມຜິດພາດໃນການລົງທຶນ ແຕ່ໃນຄວາມເປັນຈິງແລ້ວ FCA ບໍ່ມີອຳນາດໃນການຈັດການໃດໆ ໄດ້.

ຂະນະທີ່ IMF ປິດທ້າຍວ່າ ໜ່ວຍງານທີ່ກ່ຽວຂ້ອງ ຄວນເລັ່ງມືດຳເນີນການໃຫ້ເປັນຮູບປະທຳທີ່ມີຄວາມຊັດເຈນ ແລະ ການດຳເນີນການຈະຕ້ອງຕັດສິນໃຈຢ່າງເດັດຂາດ, ວ່ອງໄວ ຕະຫຼອດຈົນຮອດມີການປະສານງານທີ່ຢູ່ໃນລະດັບດີທົ່ວໂລກ ເພື່ອໃຫ້ຜົນປະໂຫຍດຫຼັ່ງໄຫຼເຖິງມືນັກລົງທຶນ. ໃນຂະນະດຽວກັນກໍຕ້ອງຈັດການກັບຊ່ອງໂຫວ່ທາງກົດໝາຍຕ່າງໆ ເພື່ອໃຫ້ Cryptocurrency ເປັນເສັ້ນທາງອະນາຄົດທາງການເງິນຢ່າງແທ້ຈິງ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/