ສອງໜຸ່ມອິນໂດເນເຊຍຫົວຮ້ອນ ໄລ່ທຳຮ້າຍຜູ້ຈັດການມັດສະຍິດ ຍ້ອນໃຈຮ້າຍທີ່ຜູ້ຈັດການປ່ຽນລະຫັດ Wi-Fi!


ເຫດການນີ້ເກີດຂຶ້ນທີ່ມັດສະຍິດແຫ່ງໜຶ່ງໃນເມືອງ ເມດານ ປະເທດອິນໂດເນເຊຍ ຫຼັງຈາກກ້ອງ CCTV (ກ້ອງວົງຈອນປິດ) ໄດ້ບັນທຶກຄິບວິດີໂອທີ່ມີຄວາມຍາວ 19 ວິນາທີ ທີ່ມີຊາຍຈັບມີດໄລ່ທຳຮ້າຍກັນທີ່ກຳລັງເປັນກະແສທົ່ວໂຊຊຽວຂອງອິນໂດເນເຊຍໃນຂະນະນີ້  ໂດຍມີສາເຫດມາຈາກ Wi-Fi.

ໂດຍໃນຄລິບວິດີໂອຈະເຫັນຊາຍ 3 ຄົນແລ່ນຢູ່ໃນພື້ນທີ່ທາງຍ່າງຂອງມັດສະຍິດ ໂດຍມີລັກສະນະຄືກັບວ່າຊາຍຄົນທຳອິດກຳລັງແລ່ນໜີ ສ່ວນອີກ 2 ຄົນກໍແລ່ນຕາມຫຼັງມາພ້ອມມີມີດໃນມື.

ຫຼັງຈາກນັ້ນໄດ້ມີການເປີດເຜີຍວ່າ ເຫດການນີ້ເກີດຂຶ້ນເມື່ອວັນທີ 24 ທັນວາ ທີ່ຜ່ານມາ ເຊິ່ງເປັນການຜິດຖຽງກັນ ລະຫວ່າງຊາຍໜຸ່ມ 2 ຄົນກັບຜູ້ຈັດການມັດສະຍິດ ໂດຍສາເຫດຂອງເຫດການນີ້ແມ່ນເກີດມາຈາກຜູ້ຈັດການຂອງມັດສະຍິດປ່ຽນລະຫັດ Wi-Fi ສອງໜຸ່ມເລີຍບໍ່ພໍໃຈທີ່ຜູ້ຈັດການເຮັດແບບນັ້ນ ຈຶ່ງເກີດການໄລ່ທຳຮ້າຍກັນຕາມທີ່ເຫັນໃນຄລິບວິດີໂອ.

ໂຊກດີທີ່ບໍ່ມີໃຜໄດ້ຮັບບາດເຈັບໃນເຫດການນີ້ ເນື່ອງຈາກຜູ້ຈັດການມັດສະຍິດໜີໄປລີ້ໃນຈຸດທີ່ 2 ຊາຍໜຸ່ມຫາບໍ່ເຫັນ, ຂະນະດຽວກັນຄົນທີ່ເຫັນເຫດການກໍໄດ້ໂທແຈ້ງເຈົ້າໜ້າທີ່ຕຳຫຼວດ.

ຫຼັງຈາກນັ້ນຜ່ານໄປບໍ່ດົນ ຕຳຫຼວດກໍໄດ້ເຮັດການຄວບຄຸມຕົວສອງຊາຍໜຸ່ມນີ້ ແລະ ຈະດຳເນີນຄະດີຕາມກົດໝາຍຕໍ່ໄປ.

ສາມາດຮັບຊົມວິດີໂອເຫດການນີ້ໄດ້ທີ່: https://cutt.ly/NUxs574

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/