Baidu ກຽມບຸກ Metaverse ໂດຍມີຈຸດເດັ່ນຄື ສາມາດຮຽນດຳນ້ຳແບບດິຈິຕອນໄດ້ ວາງເປົ້າໝາຍໃຫ້ໃຊ້ບໍລິການໃນອີກ 6 ປີຂ້າງໜ້າ


Metaverse ເອີ້ນໄດ້ວ່າເປັນເທັກໂລຢີທີ່ລ້ຳສະໄໝທີ່ສຸດຂອງປີນີ້ເລີຍກໍວ່າໄດ້ ເພາະພຽງການເປີດຕົວໃນ 2 ເດືອນທີ່ຜ່ານມາກໍໄດ້ເຮັດໃຫ້ອຸດສາຫະກຳຕ່າງໆທີ່ກ່ຽວຂ້ອງກັບເທັກໂນໂລຢີຕ້ອງປັບປ່ຽນທິດທາງຂອງອົງກອນຂອງຕົນເພື່ອໃຫ້ກ້າວທັນກັບນະວັດຕະກຳທີ່ທັນສະໄໝນີ້ ເຊິ່ງ Baidu ບໍລິສັດເທັກໂນໂລຢີຊັ້ນນຳຂອງຈີນກໍເປັນໜຶ່ງໃນນັ້ນທີ່ຕ້ອງການພັດທະນາເທັກໂນໂລຢີຂອງຕົນໃຫ້ເຂົ້າກັບຍຸກຂອງMetaverse.

ເມື່ອບໍ່ດົນມານີ້ Baidu ເປີດເຜີຍລາຍລະອຽດກ່ຽວກັບການບຸກໂລກ Metaverse ຜ່ານແອັພພິເຄຊັ່ນ Xirang ທີ່ແປວ່າ ດິນແດນແຫ່ງຄວາມຫວັງ ເຊິ່ງແອັບນີ້ຜູ້ໃຊ້ສາມາດເຂົ້າເຖິງໄດ້ໂດຍຜ່ານໂທລະສັບ smart phone, ຄອມພິວເຕີ ແລະ ແວ່ນຕາ VR.

ຜູ້ໃຊ້ Xirang ສາມາດສ້າງຕົວລະຄອນເປັນຕົວແທນຂອງຕົວເອງໄດ້ເພື່ອໃຊ້ຊີວິດໃນໂລກດິຈິຕ້ອນໃນແອັພພິເຄຊັ່ນນີ້ໄດ້ແລະເຮັດກິດຈະກຳຕ່າງໆ ຄືກັນກັບການໃຊ້ຊີວິດໃນໂລກຂອງເປັນຈິງໄດ້ ເຊັ່ນ ການໄປທ່ຽວຊົມສະຖານທີ່ຕ່າງໆ ລວມໄປຮອດການຝຶກດຳນ້ຳໃນສະລອຍນ້ຳແບບດິຈິຕອນ ທີ່ຈະມາສ້າງການປະສົບການໃໝ່ໆໃນການໃຊ້ຊີວິດໃນຮູບແບບ Metaverse ຂອງຜູ້ໃຊ້.

ຢ່າງໃດກໍຕາມ Xirang ແມ່ນຍັງຢູ່ລະຫວ່າງການເລີ່ມພັດທະນາ ແລະ ອາດຕ້ອງໃຊ້ເວລາເຖິງ 6 ປີ ຈຶ່ງຈະເປີດຕົວຢ່າງເປັນທາງການ ນອກຈາກນີ້ຄຸນສົມບັດເດັ່ນຂອງ Xirang ກໍຄືການຮອງຮັບຜູ້ໃຊ້ງານພ້ອມກັນໃນພື້ນທີ່ດິຈິຕອນທີ່ດຽວກວ່າ 1 ແສນຄົນ ຊ່ວຍໃຫ້ການໃຊ້ຊີວິດໃນໂລກສະເໝືອນຈິງນີ້ຄ້າຍຄືກັບການໃຊ້ຊີຊິດໃນໂລກແຫ່ງຄວາມເປັນຈິງ.

ອີກດ້ານໜຶ່ງຂອງບໍລິສັດເທັກໂນໂລຢີອື່ນໆຂອງຈີນເຊັ່ນ: TikTok ແລະ Tencent  ແມ່ນມີການລົງທຶນໃນ Metaverse ໃນຮູບແບບຕ່າງໆ. ນອກຈາກນີ້ Nike ແລະ Ferrari ກໍມີແຜນເຊັ່ນດຽວກັນ ຫຼັງຈາກບໍລິສັດ Facebook ປ່ຽນຊື່ເປັນ Meta ເພື່ອບຸກຕະຫຼາດ Metaverse ແບບເຕັມຕົວ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/