8 ຄວາມກ້າວໜ້າທາງວິທະຍາສາດໂລກ ທີ່ເກີດຂຶ້ນໃນປີ 2021


ປີ 2021 ທີ່ກໍາລັງຈະຜ່ານພົ້ນໄປ ກໍໄດ້ມີຫຼາຍໆເຫດກາານເກີດຂຶ້ນ ໜັກສຸດໃນຕອນນີ້ ກໍແມ່ນພະຍາດໂຄວິດ-19 ເຊິ່ງເປັນວິກິດການທາງການແພດ ແລະ ສາທາລະນະສຸກ ທີ່ວິທະຍາສາດຂອງເຮົາຍັງບໍ່ທັນສາມາດເອົາຊະນະມັນໄດ້ເທື່ອ, ຍັງຕ້ອງຄິດຄົ້ນ ແລະ ພັດທະນາຕໍ່ໄປ. ແຕ່ຄວາມກ້າວໜ້າດ້ານອື່ນໆ ຍັງມີການຄົ້ນພົບທີ່ຫຼາກຫຼາຍ ເຊັ່ນດ້ານດາລາສາດ, ທໍລະນີວິທະຍາ, ພະລັງງານນິວເຄຼຍ ແລະອື່ນໆ ດັ່ງທີ່ຈະສະເໜີ 8 ຄວາມກ້າວໜ້າທີ່ພົ້ນເດັ່ນຕໍ່ໄປນີ້:

1.ໂລກ ມີໂຄງສ້າງຊັ້ນທີ 5 ທີ່ເຊື່ອງໃຕ້ແກ່ນຊັ້ນໃນ

     ປີນີ້ ນັກວິທະຍາສາດ, ນັກທໍລະນີຟີຊິກ ຈາກມະຫາວິທະຍາໄລແຫ່ງຊາດ ອອສເຕເລຍ (ANU) ໄດ້ພົບຫຼັກຖານທີ່ຊ່ວຍຢັ້ງຢືນໄດ້ວ່າ ພາຍໃຕ້ແກ່ນໂລກຊັ້ນໃນ ຫຼື (Inner Core) ຍັງມີຊັ້ນຂອງແຮ່ທາດ ທີ່ມີໂຄງສ້າງຕ່າງອອກໄປເປັນຊັ້ນທີ 5 ເຊິ່ງໄດ້ຈາກການເອົາຂໍ້ມູນແຜ່ນດິນໄຫວວິທະຍາ ລະຫວ່າງປະເທດ (iSC) ຂອງອັງກິດ ມາວິເຄາະ ແລະ ບັກທຶກຜົນມາເປັນ 10 ປີ. ເຫັນວ່າຕ່າງຈາກຕໍາລາທີ່ເຄີຍຮຽນຜ່ານມາ ໂດຍໄດ້ມີການວິເຄາະຄວາມໄວ ແລະ ການອ່ຽງທິດຂອງຄື້ນແຜ່ນດິນໄຫວ ໃນເວລາທີ່ມັນເຄື່ອນທີ່ຜ່ານໂຄງສ້າງຊັ້ນຕ່າງໆຂອງໂລກ ຕັ້ງແຕ່ເປືອກໂລກ, ເນື້ອໂລກ, ແກ່ນໂລກ, ແກ່ນໂລກຊັ້ນໃນ ຈົນເຖິງເປືອກໂລກອີກເບື້ອງໜຶ່ງ ໂດຍສະເພາະຕອນຜ່ານທາງໃນສຸດ ພົບວ່າມັນເຄື່ອນທີ່ຊ້າລົງ ແລະ ອ່ຽງໄປປະມານ 54 ອົງສາ ສະແດງໃຫ້ເຫັນວ່າ ມີແກ່ນຊັ້ນໃນເຊື່ອງຢູ່ອີກຊັ້ນໜຶ່ງ ແລະ ອາດຈະເປັນເຫຼັກທີ່ມີການຈັດລຽງຂອງຕະກອນໂລຫະ ທີ່ແຕກຕ່າງຈາກໂຄງສ້າງຊັ້ນອື່ນໆ, ແຕ່ຫຼັງຈາກທີ່ມັນເຄື່ອນທີ່ຜ່ານໄປແລ້ວ ກໍຈະເຄື່ອນທີ່ໄວຂຶ້ນ ແລະ ຂະໜານໄປກັບແກນໝຸນຂອງໂລກ. ຫຼັກຖານດັ່ງກ່າວນີ້ ຍັງໄດ້ຊີ້ບອກວ່າ ໃນຍຸກດຶກດໍາບັນ ອຸນຫະພູມໄດ້ລົດລົງຄັ້ງໃຫຍ່ ຢ່າງໜ້ອຍ 2 ເທື່ອ ເຮັດໃຫ້ເກີດໂຄງສ້າງຊັ້ນດັ່ງກ່າວ, ແຕ່ການວິໄຈນີ້ ກໍຍັງບໍ່ທັນສາມາດບອກໄດ້ແນ່ນອນ ວ່າແກ່ນໂລກຊັ້ນທີ 5 ໜາ-ບາງ ເທົ່າໃດ ຮູ້ພຽງແຕ່ວ່າມັນຮ້ອນກວ່າ 5.000 ອົງສາ ແລະ ມີບໍລິມາດ ປະມານ 1% ຂອງໂລກນີ້ເທົ່ານັ້ນ.

     2. ການສໍາຫຼວດໂລກໃໝ່ ເທິງດາວອັງຄານ ແລະ ດາວສຸກ

     ປີນີ້ເປັນປີແຫ່ງຄວາມກ້າວໜ້າຂອງອົງການ NASA ຂອງອາເມຣິກາ ແລະ ຈີນ ໃນການສໍາຫຼວດດາວອັງຄານຢ່າງແທ້ຈິງ, ເພາະໄດ້ສົ່ງຫຸ່ນຍົນໄປລົງພື້ນຜິວດາວອັງຄານສໍາເລັດ. ໂດຍຫຸ່ນຍົນໃໝ່ຂອງນາຊານີ້ ຊື່ວ່າ ‘Perseverance’ ແລະ ໄດ້ທົດລອງທາງວິທະຍາສາດຕ່າງໆ ເພື່ອຈະມາປູທາງສູ່ການຕັ້ງຖິ່ນຖານຢູ່ເທິງດາວອັງຄານໃນອະນາຄົດ, ເຊິ່ງໄດ້ທົດສອບບິນເຮລິຄັອບເຕີ້ ຂະໜາດນ້ອຍ ເປັນຄັ້ງທຳອິດຂອງມະນຸດ ເທິງດາວອື່ນ, ທັງການນໍາໃຊ້ອຸປະກອນ ທີ່ປ່ຽນໃຫ້ກາກບອນ ເທິງດາວອັງຄານກາຍເປັນ ອົກຊີແຊນ ໄດ້ສໍາເລັດ. ນອກນັ້ນ ໃນປີ 2026 ອົງການນາຊາ ແລະ ອົງການອະວະກາດເອີຣົບ ຈະເຮັດພາລະກິດເກັບດິນຫີນ ຈາກດາວອັງຄານມາສູ່ໂລກ ແລະ ຈະສົ່ງຈະຫຼວດໄປຮັບຕົວຢ່າງກັບມາໂລກ ໃນປີ 2031. ກົງກັນຂ້າມ ກັບການສໍາຫຼວດດາວສຸກ ທີ່ໄດ້ພົບກັບສະພາບແວດລ້ອມທີ່ແຫ້ງແລ້ງ, ​ບໍ່ມີນໍ້າເລີຍ ເຮັດໃຫ້ສິ່ງທີ່ມີຊີວິດບໍ່ສາມາດດໍາລົງຊີວິດຢູ່ໄດ້, ເຖິງວ່າປີຜ່ານມາ ຈະມີການກວດສອບສານ (Phosphine) ທີ່ບົ່ງບອກເຖິງການດໍາລົງຊີວິດ ຂອງສິ່ງທີ່ມີຊີວິດເທິງອະວະກາດ, ຫາກແຕ່ວ່າມັນໜ້ອຍເກີນໄປ ແລະ ອາດຈະມາຈາກພູໄຟຢູ່ເທິງດາວສຸກນັ້ນຫຼາຍກວ່າ. ແຕ່ເຖິງຢ່າງໃດກໍຕາມ ທີມວິໄຈກໍຍັງໄດ້ກວດພົບລະດັບແສງຂອງດວງຕາເວັນ, ຄວາມເປັນກົດ-ເປັນດ່າງ ແລະ ການເຄື່ອນໄຫວປ່ຽນແປງຂອງນໍ້າໃນກຸ່ມເມກຂອງດາວສຸກ ທີ່ເອື້ອອໍານວຍໃນການຈັບພະລັງງານແສງອາທິດ ມາເປັນພະລັງງານເຄມີໃນສິ່ງທີ່ມີຊີວິດໄດ້, ເຊິ່ງກໍຕ້ອງທົດລອງກັນຕໍ່ໄປ.

     3. ວັກຊີນປ້ອງກັນໄຂ້ມາຣາເລຍ ທີ່ຖ້າມາດົນເຖິງ 30 ປີ

     ໃນປີນີ້ ຄວາມກ້າວໜ້າທາງການແພດ ນອກຈາກຈະເລັ່ງພັດທະນາວັກຊີນປ້ອງກັນພະຍາດ ໂຄວິດ-19, ພັດທະນາຢາຕ້ານໄວຣັສ Paxlovid ຂອງໄຟເຊີ້ ທີ່ຈະລົດຄວາມສ່ຽງເຈັບໜັກ ຫຼື ເສຍຊີວິດຈາກໂຄວິດ-19 ໄດ້ສູງ ເຖິງ 89% ແລ້ວ, ທີມນັກວິໄຈຈາກມະຫາວິທະຍາໄລອັອກຝອດ ຂອງອາເມລິກາ ຍັງປະສົບຜົນສໍາເລັດໃນການພັດທະນາວັກຊີນ ປ້ອງກັນໄຂ້ມາຣາເລຍ ທີ່ຄິດຄົ້ນ ແລະ ທົດສອບດົນກວ່າ 30 ປີນໍາອີກ. ວັກຊິນດັ່ງກ່າວ ມີປະສິດທິພາບສູງເຖິງ 77% ເຊິ່ງຜ່ານເກນກໍານົດຂອງອົງການອະນາໄມໂລກ (WHO) ທີ່ກໍານົດໄວ້ 75% ເພາະວ່າທີ່ຜ່ານມາປະສິດທິພາບຂອງວັກຊີນ ລ້ວນແລ້ວແຕ່ຕໍ່າກວ່າ 55% ແຕ່ວັກຊີນໃໝ່ນີ້ ຈະສາມາດຊ່ວຍຊີວິດຂອງຄົນໃນທົ່ວໂລກ ຫຼາຍກວ່າ 4ແສນຄົນ ຕໍ່ປີ ໂດຍສະເພາະເດັກນ້ອຍໃນທະວີບອາຟຣິກາ. ຖ້າຫາກວ່າຜ່ານການທົດສອບຂັ້ນຕອນສົມບູນແລ້ວ ກໍພ້ອມຈະຜະລິດຫຼາຍກວ່າ 200ລ້ານໂດສ ໃຊ້ທັນທີ.

     4. ການທົດລອງຕ່າງໆໃນໝູ ທີ່ຈະສາມາດຊ່ວຍຊີວິດຄົນເຮົາໄດ້

     ການລະບາດຂອງພະຍາດໂຄວິດ-19 ເຮັດໃຫ້ການຄິດຄົ້ນຫາວິທີຊ່ວຍຄົນເຈັບ ທີ່ມີບັນຫາໃນລະບົບທາງເດີນຫາຍໃຈ ໃຫ້ມີຄວາມສໍາຄັນຫຼາຍຂຶ້ນ, ເພາະຜູ້ທີ່ຂາດອົກຊີແຊນມີຫຼາຍຂຶ້ນ ແຕ່ບໍ່ສາມາດໃຊ້ເຄື່ອງຊ່ວຍຫາຍໃຈ ຫຼື ປອດທຽມ ຮັກສາໄດ້. ນອກຈາກອຸປະກອນການແພດທີ່ບໍ່ພຽງພໍແລ້ວ, ການໃຊ້ເຄື່ອງຊ່ວຍຫາຍໃຈ ແລະ ຢາສະຫຼົບຮ່ວມກັນນັ້ນ ຍັງພາໃຫ້ເກີດອັນຕະລາຍຕໍ່ເຍື່ອທີ່ບອບບາງຂອງປອດນໍາອີກ. ສິ່ງດັ່ງກ່າວພາໃຫ້ນັກວິໄຈຍີ່ປຸ່ນ ນໍາທີມໂດຍ ດຣ. Takanori Takebe ຈາກມະຫາວິທະຍາໄລແພດສາດ ແລະ ທັນຕະແພດສາດ ຂອງໂຕກຽວ (TMDU) ເລີ່ມເຮັດທົດລອງ ນໍາເອົາອົກຊີແຊນເຂົ້າສູ່ກະແສເລືອດ ໂດຍຜ່ານທາງ ຮູທະວານ. ທໍາອິດແມ່ນທົດລອງໃນປານໍ້າຈືດບາງຊະນິດ ໂດຍນໍາເອົາອົກຊີແຊນເຂົ້າທາງລໍາໄສ້ ເຮັດໃຫ້ມັນດໍາລົງຊີວິດດ້ວຍການຫາຍໃຈແບບປະຫຼາດນີ້ໄດ້, ຈຶ່ງພັດທະນາສູ່ການທົດລອງໃນ ໜູ ແຕ່ອັດຕາການລອດຊີວິດຕໍ່າຫຼາຍ, ເລີຍປ່ຽນມາທົດລອງວິທີໃໝ່ ໂດຍນໍາເອົາສານ PFC ທີ່ອິ່ມຕົວດ້ວຍອົກຊີແຊນ ທີ່ເຄີຍໃຊ້ຮັກສາປອດຂອງແອນ້ອຍໃນທ້ອງແມ່ ແລະ ຜູ້ທີ່ຫາຍໃຈລົ້ມເຫຼວ ມາໃສ່ທາງຮູທະວານ ຂອງ ‘ໂຕໝູ’ ແລະ ປ່ຽນຖ່າຍຂອງແຫຼວໃຫ້ມັນທຸກຊົ່ວໂມງ ປາກົດວ່າ ໝູມີລະດັບອົກຊີແຊນໃນເລືອດເພີ່ມຂຶ້ນ, ຜິວມີສີເລືອດຂຶ້ນ ແຕ່ກໍຕ້ອງທົດລອງກັນຕໍ່ໄປ ເພື່ອຄວາມປອດໄພຂອງຄົນເຮົາທີ່ສຸດ.

     ນອກຈາກທີມແພດຂອງຍີ່ປຸ່ນແລ້ວ ທີມແພດຂອງອາເມຣິກາ ກໍໄດ້ປະສົບຜົນສໍາເລັດໃນການປູກຖ່າຍໝາກໄຂ້ຫຼັງໝູໃຫ້ກັບຄົນນໍາອີກ, ເຊິ່ງພູມຕ້ານທານຂອງຄົນ ກໍບໍ່ໄດ້ປະຕິເສດອະໄວຍະວະທີ່ມາຈາກສັດເລີຍ, ຫາກແຕ່ວ່າ ໝາກໄຂ່ຫຼັງໝູທີ່ຈະນໍາມາໃສ່ ກໍຕ້ອງໄດ້ດັດແປງກຳມະພັນກ່ອນ ເພື່ອບໍ່ໃຫ້ເກີດປະຕິກິລິຍາຕໍ່ຕ້ານ, ສິ່ງນີ້ໄດ້ແກ້ບັນຫາອະໄວຍະວະທົດແທນ ທີ່ມັກຈະຫາຍາກ ແລະ ໃຊ້ເວລາລໍຖ້າຜູ້ມາບໍລິຈາກເປັນເວລາດົນໄດ້.

     5. ສະໝອງຂອງຄົນເຮົາເປັນສິ່ງທີ່ໜ້າອັດສະຈັນ

     ໃນດ້ານປະສາດວິທະຍາ (Neuroscience) ກໍມີຄວາມກ້າວໜ້າ ແລະ ໂດດເດັ່ນເຊັ່ນກັນ ໂດຍສະເພາະການທົດລອງສະໝອງເຊື່ອມຕໍ່ກັບພາຍນອກ, ທີ່ສະໝອງສາມາດສັ່ງການອຸປະກອນຕ່າງໆ ຜ່ານຄວາມຄິດໄດ້ ແລະ ສາມາດສື່ສານກັບຄົນທີ່ເປັນອໍາມະພາດໄດ້ດີຍິ່ງຂຶ້ນ. ໂດຍເລີ່ມຈາກໂຄງການ (Neuralink) ຂອງ Elon Musk ທີ່ສາທິດການຫຼິ້ນເກມຕີປິງປອງ ໃນຄອມພິວເຕີ້ຂອງລີງໂຕໜຶ່ງ ເຊິ່ງມັນໃຊ້ພຽງຄວາມຄິດຂອງມັນຕີປິງປອງໃນຈໍໄດ້ ໂດຍທີ່ບໍ່ໄດ້ກົດປຸ່ມໃດໆບັງຄັບເລີຍ ຍ້ອນການຝັງຊິບໄວ້ຢູ່ເປືອກສະໝອງດ້ານຊ້າຍ ແລະ ຂວາ ລວມທັງຂວັ້ນໄຟຟ້າ 2.000 ຂວັ້ນ ທີ່ຈະເປັນການຖອດລະຫັດສັນຍານປະສາດ ໃນສະໝອງ ແລ້ວສົ່ງຂໍ້ມູນໄປຄອມພິວເຕີ້ ດ້ວຍຄວາມໄວເຖິງ 48 ເມກະບິດ ຕໍ່ວິນາທີ. ນອກນັ້ນ ນັກວິທະຍາສາດ (BrainGate) ຍັງສາມາດພັດທະນາລະບົບສື່ສານ ທີ່ສາມາດຖ່າຍທອດຄວາມຄິດ ອອກມາເປັນລາຍມືເທິງໜ້າຈໍ ແລະ ໃຊ້ປັນຍາປະດິດ AI ຊ່ວຍແປຄວາມໝາຍຕື່ມ ພາໃຫ້ຫຼ້າສຸດ ສາມາດຜ່າຕັດຝັງຊິບ ໃນສະໝອງຄົນເຈັບ ອາຍຸ 65 ປີ ແລະ ສາມາດຖອດລະຫັດຄວມຄິດຂອງລາວຖືກຕ້ອງ ເຖິງ 94% ໄດ້ອີກພ້ອມ.

     6. ພະລັງງານນິວເຄຼຍຟິວຊັນແບບໃຊ້ໄດ້ຖາວອນໃກ້ຈະເປັນຈິງ

     ຫ້ອງປະຕິບັດການແຫ່ງຊາດ (LLNL) ຂອງອາເມລິກາ ໄດ້ທໍາລາຍສະຖິຕິການຜະລິດພະລັງງານນິວເຄຼຍແບບຟິວຊັນ ຄັ້ງປະຫວັດສາດ ໂດຍຫໍຍິງເລເຊີ NIF ລັດຄາລິຟໍເນຍ, ທີ່ໄດ້ທົດລອງໃຊ້ເຄື່ອງຍິງເລເຊີ 192 ລໍາ ຍິງເປົ້າໝາຍທີ່ເປັນເຊື້ອໄຟເມັດນ້ອຍເທົ່າຫົວເຂັມ ເຮັດຈາກໄອໂຊໂທບ 2 ຊະນິດ ຂອງຮີໂດຣແຊນ ບັນຈຸໃນແຄັບຊູນ, ເຊິ່ງເລເຊີ ໄດ້ເຮັດໃຫ້ເຊື້ອໄຟ ບີບອັດໜາແໜ້ນເຖິງ 100 ເທົ່າຂອງກົ່ວ ອຸນຫະພູມຈຶ່ງຂຶ້ນສູງເຖິງ 100 ລ້ານອົງສາ ຮ້ອນກວ່າໃຈກາງຂອງດວງອາທິດຫຼາຍເທົ່າ, ໂດຍຕ້ອງອາໄສຄວາມຮ້ອນ ແລະ ຄວາມດັນໃນລະດັບທີ່ເໝາະສົມ ເພື່ອໃຊ້ໄດ້ແບບຕໍ່ເນື່ອງ ແລະ ຍາວນານ, ເຊິ່ງມັນຈະສາມາດຜະລິດພະລັງງານນິວເຄຼຍສູງກວ່າພະລັງງານທີ່ໃຊ້ໃນຕອນທໍາອິດ ເຖິງ 70% ແຕ່ກໍຢູ່ໄດ້ພຽງແຕ່ 1ໃນລ້ານລ້ານສ່ວນ ຂອງວິນາທີເທົ່ານັ້ນ. ຖ້າເຮັດໃຫ້ປະຕິກິລິຍານິວເຄຼຍຟິວຊັນທີ່ເກີດຂຶ້ນຢູ່ໄດ້ດົນ ກໍຈະເຮັດໃຫ້ຄົນເຮົາ ສາມາດນໍາເອົາພະລັງງານນິວເຄຼຍນີ້ ໄປໃຊ້ໄດ້ແບບຖາວອນໃນອະນາຄົດ.

     7. ຫຸ່ນຍົນນຸ້ມນິ້ມ ທີ່ອອກລູກຫຼານໄດ້

The 'xenobot' is the world's newest robot -- and it's made from living  animal cells | CTV News

     ຫຸ່ນຍົນນິ້ມ ຊື່ (Xenobot) ທີ່ຖືກສ້າງຂຶ້ນຈາກສະເຕັມເຊວ ເຊວຕົ້ນກໍາເນີດຂອງກົບ, ແຕ່ສາມາດຕັ້ງໂປຣແກຣມການເຮັດວຽກໄດ້ຄືຫຸ່ນຍົນ. ໂດຍມີລັກສະນະເປັນກ້ອນສີບົວ ຂະໜາດບໍ່ຮອດ 1 ມິນລີແມັດ ສາມາດລອຍໄປຕາມກະແສເລືອດໄດ້. ໂດຍມັນໂດ່ງດັງຂຶ້ນມາ ຍ້ອນມັນເປັນຫຸ່ນຍົນທີ່ສາມາດຂະຫຍາຍພັນ ອອກລູກຫຼານໄດ້ດ້ວຍຕົນເອງ. ເຊິ່ງທີມວິໄຈທີ່ຄິດຄົ້ນມັນມາ ໄດ້ໃຊ້ AI ອອກແບບມັນໃໝ່ ເພື່ອໃຫ້ມັນຮູ້ຈັກເຄື່ອນໄຫວ ລວມເອົາເຊວດ່ຽວ ທີ່ຢູ້ອ້ອມຕົວມັນ ມາບີບອັດລວມກັນ ແລ້ວລ້ຽງໄວ້ໄລຍະໜຶ່ງ ຈົນກາຍເປັນ Xenobot ຕົວໃໝ່ ທີ່ມີພຶດຕິກໍາຄືກັບຕົວແມ່ທຸກຢ່າງ, ສ້າງຄວາມຫວັງທີ່ຈະໃຫ້ມັນ ເປັນຕົວນໍາເອົາຢາໄປຂ້າເຊື້ອພະຍາດ ຈຸດທີ່ຕ້ອງການໃນຮ່າງກາຍ ແລະໃຫ້ມັນເພີ່ມຈໍານວນອອກລູກຫຼານໄດ້ເອງ ເພື່ອຊ່ວຍບໍ່ໃຫ້ຢາໝົດລິດໄດ້ງ່າຍ, ເພາະມັນຢູ່ໄດ້ໂດຍບໍ່ຕ້ອງກິນອາຫານ ພຽງແຕ່ໃສ່ອາຫານໄວ້ໃນຕົວມັນ, ເຊິ່ງມັນຈະຊ່ວຍແກ້ບັນຫາ ການປິ່ນປົວພະຍາດເດັກນ້ອຍ ທີ່ຢູ່ໃນທ້ອງແມ່ ແລະ ພະຍາດຕ່າງໆ ລວມໄປເຖິງການລົດການແກ່ເຖົ້າໄວໄດ້.

     8. ພົບກະໂຫຼກຫົວ ມະນຸດມັງກອນ ບູຮານ ພີ່ນ້ອງທີ່ໃກ້ຊິດກັບມະນຸດເຮົາ

     ນັກວິໄຈອັງກິດ ແລະ ສະຖາບັນ ບັນດິດວິທະຍາສາດຈີນ (CAS) ໄດ້ເປີດເຜີຍວ່າ ຄົ້ນພົບມະນຸດບູຮານສາຍພັນໃໝ່ ທີ່ເຄີຍດໍາລົງຊີວິດຢູ່ທາງຕາເວັນອອກສຽງເໜືອຂອງຈີນ ອາຍຸປະມານ 146,000 ປີກ່ອນ ເຊິ່ງມີສາຍສໍາພັນໃກ້ຊິດ, ມີວິວັດທະນາການໃກ້ກັບມະນຸດຍຸກປັດຈຸບັນນີ້ຫຼາຍທີ່ສຸດ ຖືກເອີ້ນວ່າ ‘ມະນຸດມັງກອນ’ (Dragon Man) ທີ່ມາຈາກຊື່ວິທະຍາສາດວ່າ Homo Longi ເຊິ່ງຄໍາວ່າ ‘Long’ ພາສາຈີນໝາຍເຖິງ ‘ມັງກອນ’ ຍ້ອນມາຈາກມົນທົນຫຼົງຈຽງ ທີ່ມີຄວາມໝາຍວ່າ ‘ແມ່ນໍ້າມັງກອນດໍາ’.

     ແຕ່ການຄົ້ນພົບກະໂຫຼກຫົວຂະໜາດໃຫຍ່ ຂອງເພດຊາຍ ອາຍຸປະມານ 50 ປີ ນີ້ ເກີດຂຶ້ນຕັ້ງແຕ່ປີ 1933 ຢູ່ເມືອງຮາບິນ ມົນທົນຫຼົງຈຽງ ຂອງຈີນ, ຫາກແຕ່ວ່າໄດ້ມີການນໍາມາວິໄຈວິເຄາະ ເມື່ອບໍ່ດົນຜ່ານມານີ້.

     ‘ມະນຸດມັງກອນ’ ເປັນເຜົ່າພັນຄົນບູຮານ ທີ່ວິວັດທະນາການແຍກສາຍ ຈາກພັນບັນພະບຸລຸດທີ່ມີຮ່ວມກັນ ໃນມະນຸດຍຸກໃໝ່ ຫຼື ໂຮໂມເຊປຽນ, ເຊິ່ງນີ້ ແມ່ນການວິໄຈທີ່ສໍາຄັນທີ່ສຸດ ໃນຮອບ 50 ປີ, ເນື່ອງຈາກມັນສາມາດປ່ຽນແປງປະຫວັດຄວາມເປັນມາ ຂອງວິວັດທະນາການມະນຸດໄດ້. ຕາມການວິເຄາະກະໂຫຼກຫົວນີ້ ສາມາດສັນນິຖານໄດ້ວ່າ ຂະໜາດຂອງສະໝອງ ແມ່ນທຽບເທົ່າສະໝອງຂອງມະນຸດຍຸກປັດຈຸບັນ, ມີເບົ້າຕາໃຫຍ່ເກືອບເປັນຮູບ 4 ຫຼ່ຽມ, ມີໂໜກຄິ້ວສູງ ແລະ ໜາ ທີ່ລວມລັກສະນະຂອງມະນຸດບູຮານ ແລະ ມະນຸດຍຸກໃໝ່ປົນກັນ, ຮ່າງກາຍມີຄວາມໃຫຍ່ແຂງແຮງ, ສ່ວນສູງສະເລ່ຍປະມານຍຸກປັດຈຸບັນ, ເຊິ່ງຟອສຊິວລັກສະນະນີ້ ເຄີຍຖືກຄົ້ນພົບໃນຣັດເຊຍ ແລະ ບ່ອນສູງຂອງທິເບດມາກ່ອນແລ້ວ.

     ທັງໝົດທີ່ກ່າວມາຂ້າງເທິງນີ້ ແມ່ນການຄົ້ນພົບທີ່ຍິ່ງໃຫຍ່ໃນສາຂາຕ່າງໆ ຂອງປີ 2021, ເຊິ່ງໜ້າຕື່ນຕາຕື່ນໃຈຫຼາຍ. ອາດເວົ້າໄດ້ວ່າປີ 2022 ຕໍ່ຈາກນີ້ ໂລກຂອງເຮົາ ຈະຍັງຄົ້ນພົບສິ່ງໃໝ່ໆທີ່ມີຄວາມກ້າວໜ້າ ແລະ ທັນສະໄໝ ດີຕໍ່ຜູ້ຄົນໃນໂລກ ແລະ ທໍາມະຊາດອີກພ້ອມ.

ທີ່ມາ: https://bit.ly/33Zig7i

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/