ແພັກກະເປົາໃຫ້ພ້ອມ! ການບິນລາວ ກຽມເປີດບໍລິການຖ້ຽວບິນໂດຍກົງ ໄປທີ່ເມືອງດານັງປະເທດຫວຽດນາມ

ແພັກກະເປົາໃຫ້ພ້ອມ-ການບິນລາວ

ບໍລິສັດການບິນລາວ ປະກາດກຽມເລີ່ມໃຫ້ບໍລິການ ຖ້ຽວບິນໂດຍກົງຈາກນະຄອນຫຼວງວຽງຈັນ ໄປຫານະຄອນດານັງ ທີ່ຢູ່ທາງຕອນໃຕ້ຂອງປະເທດຫວຽດນາມ ແລະ ເປັນເມືອງທີ່ຄົນລາວ ນິຍົມໄປທ່ຽວຢູ່ຕະຫຼອດປີ ໃນເດືອນມີນາປີນີ້.

ຖ້ຽວບິນໂດຍກົງລະຫວ່າງສອງເມືອງຈະບິນທຸກອາທິດໃນວັນພະຫັດ ແລະ ວັນອາທິດ ຈາກສະໜາມບິນສາກົນວັດໄຕ ນະຄອນຫຼວງວຽງຈັນ. ຖ້ຽວ​ບິນ​ດັ່ງກ່າວ​ຈະ​ອອກ​ຈາກ​ນະຄອນຫຼວງ​ວຽງ​ຈັນ​ເວລາ 11:00 ​ໄປ​ຮອດ​ນະຄອນ​ດາ​ນັງ​ເວລາ 12:15 ​ໂມງ ​ແລະ ​ອອກ​ຈາກ​ນະຄອນ​ດາ​ນັງ​ເວລາ 13:00 ​ໂມງ​ ແລະ ຮອດ​ສະໜາມບິນວັດໄຕ ​ນະຄອນຫຼວງ​ວຽງ​ຈັນໃນເວລາປະມານ ​ເວລາ 14:15 ​ໂມງ.

ແພັກກະເປົາໃຫ້ພ້ອມ-ການບິນລາວ

ການເດີນທາງໄປ-ກັບຈະມີມູນຄ່າປະມານ 260 ໂດລາ ໂດຍໃຊ້ເວລາບິນ 1 ຊົ່ວໂມງ 15 ນາທີ.

ໃນປີ 2012 ສາຍການບິນລາວ ໄດ້ບໍລິການບິນລົງສູ່ນະຄອນດານັງ ດ້ວຍເສັ້ນທາງ ວຽງຈັນ-ສະຫວັນນະເຂດ-ປາກເຊ-ດານັງ, ແຕ່ການບໍລິການດັ່ງກ່າວຕ້ອງຖືກໂຈະລົງ ຍ້ອນຄວາມຕ້ອງການມີໜ້ອຍເກີນໄປ. ແຕ່ຕໍ່ມາໃນປີ 2020 ສາຍການບິນລາວຕັ້ງໃຈຈະເປີດເສັ້ນທາງບິນຄືນໃໝ່ ແຕ່ຖືກຢຸດໃຫ້ບໍລິການໄປອີກເທື່ອໜຶ່ງ ຍ້ອນການແຜ່ລະບາດຂອງເຊື້ອພະຍາດໂຄວິດ-19

ແພັກກະເປົາໃຫ້ພ້ອມ-ການບິນລາວ

ນອກຈາກນີ້ ​ການ​ບິນລາວ ​ຍັງ​ໄດ້​ດຳ​ເນີນຖ້ຽວ​ບິນ​ໂດຍ​ກົງ​ປະ​ຈຳ​ວັນ​ຈາກ​ນະ​ຄອນຫຼວງ​ວຽງ​ຈັນໄປ​ຍັງ​ນະ​ຄອນ​ຮ່າ​ໂນ້ຍ ແລະ ໂຮ່​ຈີ​ມິນ​ຂອງ​ຫວຽດ​ນາມ ນຳອິກ.

ແພັກກະເປົາໃຫ້ພ້ອມ-ການບິນລາວ

ດານັງ ຖືເປັນອີກໜຶ່ງບ່ອນທີ່ກາຍເປັນແຫຼ່ງທ່ອງທ່ຽວທີ່ນິຍົມສຳລັບຄົນລາວ ແລະ ບັນດາປະເທດອ້ອມຂ້າງ ເນື່ອງຈາກໄລຍະທາງທີ່ບໍ່ໄກກັນເກີນໄປ, ຄ່າເງິນບໍ່ແພງ ບວກກັບເປັນເມືອງທີ່ມີຊາຍຝັ່ງຕິດກັບທະເລ ທັດສະນີຍະພາບທີ່ສວຍງາມ ແລະ ແຫຼ່ງທ່ອງທ່ຽວ ອັນມີຊື່ສຽງດັງກ້ອງໄປທົ່ວໂລກ ຢ່າງ ສະພານທອງຄຳ ຫຼື Golden Bridge ຫຼື ສະພານລອຍຟ້າທີ່ມີມືຂະໜາດໃຫຍ່ຄໍ້າຢູ່ນັ້ນເອງ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/