ເສດຖະກິດແຂວງເຊກອງກຳລັງຟົດຟື້ນ ສົ່ງອອກສິນຄ້າ 100 ກວ່າລ້ານໂດລາ

ເສດຖະກິດແຂວງເຊກອງ

ຕາມການລາຍງານຂອງ ທ່ານ ດາວວີ ສວຍທະລັງສີ ຫົວໜ້າພະແນກອຸດສາຫະກໍາ ແລະ ການຄ້າ ແຂວງເຊກອງ ໃຫ້ຮູ້ວ່າ: ໃນປີ 2022 ຜ່ານມາ ແຂວງເຊກອງ ສາມາດສົ່ງອອກສິນຄ້າໄປຂາຍຕ່າງແຂວງ ແລະ ຕ່າງປະເທດທັງໝົດ 109,86 ລ້ານໂດລາສະຫະລັດ ທຽບໃສ່ແຜນປະຕິບັດໄດ້ 259% ສິນຄ້າສົ່ງອອກສ່ວນໃຫຍ່ແມ່ນກະແສໄຟຟ້າ 40,57 ລ້ານໂດລາສະຫະລັດ ກວມເອົາ 36,92% ຮອງມາແມ່ນຖ່ານຫີນ ຜົນຜະລິດກະສິກໍາໄມ້ ແລະ ອື່ນໆ ສ່ວນການນໍາເຂົ້າ 1,32 ລ້ານໂດລາ ທຽບໃສ່ແຜນປະຕິບັດໄດ້ 4,44%.

ພ້ອມນີ້ ຂະແໜງອຸດສາຫະກໍາ ແລະ ການຄ້າແຂວງ ກໍໄດ້ເອົາໃຈໃສ່ສ້າງທຸກເງື່ອນໄຂເພື່ອຊຸກຍູ້ ແລະ ສົ່ງເສີມການຜະລິດເສດຖະກິດທໍາມະຊາດ ໄປສູ່ການຜະລິດເສດຖະກິດການຄ້າໃຫ້ຫຼາຍຂຶ້ນ ໂດຍສະເພາະໂຮງງານອຸດສາຫະກໍາປຸງແຕ່ງທີ່ມີແລ້ວ ໃຫ້ມີການດໍາເນີນທຸລະກິດໄດ້ຢ່າງຕໍ່ເນື່ອງພາຍໃຕ້ກອບກົດໝາຍ ສ້າງສິ່ງອໍານວຍຄວາມສະດວກໃຫ້ພາກເອກະຊົນພາຍໃນ ແລະ ຕ່າງປະເທດລົງທຶນໃນການສ້າງຕັ້ງ ແລະ ຂະຫຍາຍທຸລະກິດໃຫ້ກວ້າງອອກ ຕິດພັນກັບການນໍາໃຊ້ວັດຖຸດິບພາຍໃນ ປົກປັກຮັກສາສິ່ງແວດລ້ອມ ແລະ ການພັດທະນາແບບຍືນຍົງ. ທັງນີ້ ກໍເພື່ອສ້າງພື້ນຖານຍູ້ແຮງການສົ່ງອອກ ໂດຍສະເພາະສິນຄ້າທີ່ເປັນທ່າແຮງຂອງແຂວງ ຕະຫຼາດພາຍໃນ ແລະ ຕ່າງປະເທດຕ້ອງການ ແລະ ຫັນຕາມທິດການສ້າງມູນຄ່າເພີ່ມສົ່ງອອກ ເພື່ອເຮັດໃຫ້ການສົ່ງອອກຂອງແຂວງມີມູນຄ່າສູງຂຶ້ນ.

ເສດຖະກິດແຂວງເຊກອງ

ຂະແໜງອຸດສາຫະກໍາ ແລະ ການຄ້າ ຕັ້ງເປົ້າໝາຍສູ້ຊົນການສົ່ງອອກໃນປີ 2023 ໃຫ້ບັນລຸ 37,15 ລ້ານໂດລາ ແລະ ຄຸ້ມຄອງການນຳເຂົ້າໃຫ້ຢູ່ໃນລະດັບ 31,61 ລ້ານໂດລາ ຄຸ້ມຄອງໂຮງງານອຸດສາຫະກໍາປຸງແຕ່ງໃຫ້ເຄື່ອນໄຫວຢ່າງມີປະສິດທິຜົນ ແລະ ຄຸນະພາບ ສົ່ງເສີມຮູບແບບທຸລະກິດຫຼາຍປະເພດ ເພື່ອເຮັດໃຫ້ອຸດສາຫະກໍາ ແລະ ການຄ້າຕິດພັນກັບການປຸງແຕ່ງຜົນຜະລິດກະສິກໍາ ທີ່ມີຮູບແບບການບໍລິການທີ່ຫຼາກຫຼາຍ ເພື່ອເປັນການສ້າງມູນຄ່າເພີ່ມ ຕາມແນວທາງນະໂຍບາຍຂອງພັກ ແລະ ລັດຖະບານວາງອອກ.

ເສດຖະກິດແຂວງເຊກອງ

ຂອບໃຈຂໍ້ມູນຈາກ:

https://bit.ly/3ImLf5J

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/