ຊົມເຊີຍ! ທຳມະສັກ ບົວຫອມ ນັກກ໊ອບລາວ ຄວ້າອັນດັບ 1 ໃນຮອບຄັດເລືອກ ຜ່ານເຂົ້າສູ່ຮອບສຸດທ້າຍ ໃນລາຍການ ສິງ ອີສານ ໂອເພັນ ທີ່ປະເທດໄທ

ຊົມເຊີຍ-ທຳມະສັກ-ບົວຫອມ

ຖືເປັນນັກກ໊ອບຄົນທຳອິດຂອງປະເທດລາວ ທີ່ສາມາດຄວ້າສິດເຂົ້າໃນການແຂ່ງຂັນກ໊ອບ ລາຍການ ສິງ ອີສານ ໂອເພັນ ທີ່ປະເທດໄທ ກັບ ທ້າວ ທຳມະສັກ ບົວຫອມ ນັກກ໊ອບມືອາຊີບຊາວລາວ ທີ່ເຮັດຜົນງານໄດ້ຢ່າງໂດດເດັ່ນ ຄວ້າອັນດັບ 1 ໃນຮອບຄັດເລືອກ ພ້ອມຄວ້າສິດ 1 ໃນ 12 ຄົນເຂົ້າໄປແຂ່ງຂັນຮອບສຸດທ້າຍ ຂອງລາຍການດັ່ງກ່າວໄດ້ສໍາເລັດ.

ໂດຍການແຂ່ງຂັນກ໊ອບ ລາຍການ ສິງ ອີສານ ໂອເພັນ 2023 ໃນຮອບຄັດເລືອກທີ່ຜ່ານມານີ້ ເປັນການແຂ່ງຂັນ 18 ຂຸມທີ່ສະໜາມສິງປາກ ຂອນແກ່ນ ກ໊ອບ ຄລັບ ພາ 72 ເມື່ອວັນຈັນທີ 20 ກຸມພາ 2023 ມີນັກກ໊ອບເຂົ້າຮ່ວມທັງໝົດ 121 ຄົນ ໂດຍຈະຄັດເອົານັກກ໊ອບພຽງ 12 ຄົນທີ່ມີຜົນງານດີທີ່ສຸດຜ່ານເຂົ້າໄປຫຼິ້ນໃນຮອບສຸດທ້າຍ ເພື່ອຊິງເງິນຮາງວັນລວມ 3 ລ້ານບາດ ພ້ອມຄະແນນສະສົມຈັດອັນດັບໂລກອີກດ້ວຍ.

ຊົມເຊີຍ-ທຳມະສັກ-ບົວຫອມ

ຜ່ານການແຂ່ງຂັນຕົວຈິງ ທຳມະສັກ ບົວຫອມ ນັກກ໊ອບລາວ ແລະ ຄິມ ຊັງຮຸນ ນັກກ໊ອບຈາກ ສ ເກົາຫຼີ ທີ່ເກັບຄະແນນໄດ້ 5 ອັນເດີພາເທົ່າກັນ ຄວ້າອັນດັບ 1 ຮ່ວມ, ສ່ວນອັນດັບ 2 ຕົກເປັນຂອງ ວູນ ຢູມິນ ນັກກ໊ອບຈາກ ມາເລເຊຍ. ຂະນະທີ່ ອັນດັບ 3 ຮ່ວມເປັນຂອງ ສັກສິດ ໃຈຮັກ ນັກກ໊ອບຈາກໄທ ແລະ ກາເວນ ກຣີນ ນັກກ໊ອບຈາກ ມາເລເຊຍ ເກັບໄດ້ຜູ້ລະ 3 ອັນເດີພາເທົ່າກັນ.

ຊົມເຊີຍ-ທຳມະສັກ-ບົວຫອມ

ເຊິ່ງຮອບຄັດເລືອກແມ່ນໄດ້ນັກກ໊ອບຈໍານວນ 12 ຄົນໄປສົມທັບນັກກ໊ອບທີ່ໄດ້ສິດແບບອັດຕະໂນມັດໄປກ່ອນໜ້ານີ້ ເພື່ອໄປແຂ່ງຂັນຮອບສຸດທ້າຍໃນລາຍການ ສິງ ອີສານ ໂອເພັນ ຄັ້ງທີ 16 ປະຈໍາປີ 2023 ໂດຍຈະມີນັກກ໊ອບເຂົ້າຮ່ວມແຂ່ງຂັນ 144 ຄົນ ເພື່ອເຂົ້າຊິງເງິນຮາງວັນ 3 ລ້ານບາດ ພ້ອມຄະແນນສະສົມຊິງແຊ້ມໂລກ ລະຫວ່າງວັນທີ 23-26 ກຸມພາ 2023 ທີ່ຈະມາຮອດນີ້ ທີ່ສະໜາມ ສິງປາກ ຂອນແກ່ນ ກ໊ອບ ຄລັບ ປະເທດໄທ.

ທຳມະສັກ ບົວຫອມ ຖືເປັນອີກໜຶ່ງນັກກ໊ອບລາວ ທີ່ໜ້າຈັບຕາເບິ່ງອີກຄົນໜຶ່ງສຳລັບວົງການກ໊ອບລາວ ເຊິ່ງທີ່ຜ່ານມາກໍໄດ້ມີການລົງແຂ່ງຂັນຢູ່ເລື້ອຍໆ ທັງພາຍໃນ ແລະ ຕ່າງປະເທດເຊັ່ນ ຄວ້າແຊ້ມໃນລາຍການ ກ໊ອບແດນອີສານ ເມເຈີ ໂອເພັນ ປີ 2018 ທີ່ແຂ່ງຂັນກັນທີ່ສະໜາມກ໊ອບແດນສະຫວັນ ແລະ ຍັງເປັນຕົວແທນນັກກິລາກ໊ອບຈາກປະເທດລາວ ເຂົ້າຮ່ວມການແຂ່ງຂັນລະດັບ ຊີເກມ ໃນຫຼາຍໆຄັ້ງທີ່ຜ່ານມາອີກດ້ວຍ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/