ແຂວງຄຳມ່ວນ ມີນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດ ມາທ່ຽວຢ່າງບໍ່ຂາດສາຍ

ແຂວງຄຳມ່ວນ

ແຂວງຄຳມ່ວນ ເປັນແຂວງໜຶ່ງທີ່ມີແຫຼ່ງທ່ອງທ່ຽວທາງທຳມະຊາດທີ່ສວຍງາມ ແລະ ແຫຼ່ງທ່ອງທ່ຽວ ວັດທະນະທຳ-ປະຫວັດສາດທີ່ໜ້າທ່ຽວຊົມ, ເຊິ່ງໄດ້ຮັບຄວາມສົນໃຈຈາກນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດ ທີ່ເດີນທາງເຂົ້າມາທ່ຽວຫຼາຍເຖິງ 362.395 ຄົນໃນປີ 2022 ທີ່ຜ່ານມາ.

ທ່ານ ວັນໄຊ ພອງສະຫວັນ ເຈົ້າແຂວງຄຳມ່ວນ ໄດ້ໃຫ້ຮູ້ໃນໂອກາດທີ່ສື່ມວນຊົນຈາກສຳນັກຂ່າວສານປະເທດລາວ ລົງເຄື່ອນໄຫວເກັບກໍາຂໍ້ມູນຂ່າວສານຢູ່ແຂວງຄໍາມ່ວນ ໃນອາທິດຜ່ານມານີ້ວ່າ: ໃນທົ່ວແຂວງຄຳມ່ວນ ມີແຫຼ່ງທ່ອງທ່ຽວທັງໝົດ 209 ແຫ່ງ. ໃນນັ້ນ, ແຫຼ່ງທ່ອງທ່ຽວທາງທຳມະຊາດ 145 ແຫ່ງ, ແຫຼ່ງທ່ອງທ່ຽວທາງວັດທະນະທຳ 33 ແຫ່ງ ແລະ ແຫຼ່ງທ່ອງທ່ຽວດ້ານປະຫວັດສາດ 31 ແຫ່ງ ໂດຍໄດ້ປະກອບເປັນບັນຊື່ຮຽກການລົງທຶນ 23 ແຫ່ງ, ປັດຈຸບັນສະຖານທີ່ທ່ອງທ່ຽວທີ່ເອກະຊົນສໍາປະທານ 7 ແຫ່ງເຊັ່ນ: ສະຖານທີ່ທ່ອງທ່ຽວ ຖໍ້ານາງແອ່ນ, ຂຸນກອງແລງ, ທ່າຝຣັ່ງ, ພູຜາມ່ານ, ຕາດຊຽງລື, ແຫຼ່ງທ່ອງທ່ຽວຕາດຟ້າ ເມືອງຄູນຄໍາ, ຂຸນນໍ້າຄໍາດິບ ແລະ ຍັງມີບາງແຫ່ງ ທີ່ກຳລັງສຶກສາຄວາມເປັນໄປໄດ້ ເພື່ອສະເໜີຂໍອະນຸຍາດສຳປະທານ ໂດຍສຸມໃສ່ປະຕິບັດຕາມສະໂລແກນຂອງການທ່ອງທ່ຽວທີ່ວ່າ “ທ່ອງທ່ຽວດ້ວຍຄວາມສຸກໃຈ ມີຄວາມປອດໄພຮອບດ້ານ”.

ໃນປີ 2022 ຜ່ານມາ ມີນັກທ່ອງທ່ຽວເຂົ້າມາທ່ຽວແຂວງຄຳມ່ວນ ທັງໝົດ 362.395 ຄົນ, ຍິງ 112.371 ຄົນ. ໃນນັ້ນ, ນັກທ່ອງທ່ຽວພາຍໃນ 223.854 ຄົນ, ຍິງ 88.187 ຄົນ, ສາມາດສ້າງລາຍຮັບໄດ້ 251 ຕື້ກວ່າກີບ.

ທ່ານ ວັນໄຊ ພອງສະຫວັນ ຍັງໃຫ້ຮູ້ອີກວ່າ: ເພື່ອກຽມພ້ອມຮັບນັກທ່ອງທ່ຽວ, ເປັນການດຶງດູດ ແລະ ໂຄສະນາກ່ຽວກັບການທ່ອງທ່ຽວ ນັບແຕ່ການລະບາດຂອງເຊື້ອພະຍາດໂຄວິດ-19 ຜ່ອນຄາຍລົງ ແຂວງຄຳມ່ວນ ກໍໄດ້ ປັບປຸງ, ຟື້ນຟູບູລະນະ ແລະ ຍົກລະດັບບັນດາແຫຼ່ງທ່ອງທ່ຽວ ໄປພ້ອມກັບການເຝິກອົບຮົມໃຫ້ບັນດາຜູ້ປະກອບການໃນຫົວຂໍ້ຕ່າງໆ ເພື່ອຊຸກຍູ້-ສົ່ງເສີມໃນການຈັດມາດຕະຖານຄືນໃໝ່ ເປັນຕົ້ນ ເຝິກອົບຮົມໃຫ້ແກ່ພະນັກງານທີ່ເຮັດໜ້າທີ່ດ້ານການບໍລິການ ຢູ່ຮ້ານອາຫານ, ໂຮງແຮມ ແລະ ສະຖານທີ່ທ່ອງທ່ຽວຕ່າງໆ ໃຫ້ມີຄຸນະພາບຫຼາຍຂຶ້ນ; ສ້າງເງື່ອນໄຂອຳນວຍຄວາມສະດວກຢູ່ບັນດາດ່ານເຂົ້າ-ອອກເມືອງ, ປະຕິບັດນະໂຍບາຍໃຫ້ແກ່ນັກທ່ອງທ່ຽວ ທີ່ເດີນທາງເຂົ້າມາແບບເປັນກຸ່ມ, ແບບສ່ວນຕົວ ແລະ ອື່ນໆ, ລວມທັງການຕິດຕາມຄຸ້ມຄອງລົດເຊົ່າ, ລົດຕູ້ບໍລິການຕ່າງໆໄດ້ມີການກຳນົດລາຄາ ໃນການໄປທ່ຽວສະຖານທີ່ຕ່າງໆ. ນອກນັ້ນ, ຍັງມີການໂຄສະນາດ້ວຍຫຼາຍຮູບ-ຫຼາຍສີ, ຜະລິດປື້ມແນະນໍາການທ່ອງທ່ຽວ (Guidebook) ແລະ ແຜນທີ່ທ່ອງທ່ຽວ (Tourism map) ໄປພ້ອມກັບການຈັດເທສະການໃນບຸນປະເພນີປະຈຳປີ-ທ້ອງຖິ່ນ ແລະ ຜ່ານສື່ສັງຄົມຕ່າງໆ. ອີກດ້ານໜຶ່ງ ພວກເຮົາຍັງຈະໄດ້ສຸມໃສ່ ເນັ້ນໜັກການທ່ອງທ່ຽວແບບວົງຈອນ (THE LOOP) ເລີ່ມຈາກເມືອງທ່າແຂກ, ມະຫາໄຊ, ຍົມມະລາດ, ນາກາຍ, ຄູນຄຳ, ຫີນບູນ ແລະ ກັບມາເມືອງທ່າແຂກ ມີໄລຍະທາງເຂົ້າຫາແຫຼ່ງທ່ອງທ່ຽວໃນແຕ່ລະຈຸດ ປະມານ 450 ກິໂລແມັດ ເຊິ່ງຜ່ານມາຜູ້ປະກອບການ ໄດ້ມີການຈັດໂປໂມຊັ້ນ ໃນແຕ່ລະໄລຍະພ້ອມທັງການສົ່ງຕໍ່ນັກທ່ອງທ່ຽວເຊິ່ງກັນ ແລະ ກັນ ແບບມີສ່ວນຮ່ວມຂອງບັນດາແຫຼ່ງທ່ອງທ່ຽວຕື່ມອີກ.

ຂອບໃຈຂໍ້ມູນຈາກ:

https://bit.ly/3DIxEnF

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/