ເປັນຫຍັງວັດທະນະທຳປະເທດອິນເດຍ ເວລາກິນອາຫານຈຶ່ງມັກໃຊ້ມື?

ວັດທະນະທຳ

ອິນເດຍເປັນປະເທດໜຶ່ງ ທີ່ມີຄວາມເກົ່າແກ່ທາງດ້ານວັດທະນະທຳ ແລະ ສາສະໜາທີ່ພົ້ນເດັ່ນ ມີເອກະລັກສະເພາະຕົວ, ເປັນບ່ອນກຳເນີດສາສະໜາທີ່ສຳຄັນອັນດັບ 4 ຂອງໂລກ. ນອກຈາກນີ້ ອິນເດຍຍັງເປັນປະເທດໜຶ່ງທີມີວັດທະນະທຳການກິນທີ່ແຕກຕ່າງກັນໄປແຕ່ລະພູມີພາກ ສ່ວນຫຼາຍແມ່ນບໍ່ນິຍົມກິນອາຫານປະເພດສັດ ໂດຍເນັ້ນເປັນເຄື່ອງເທດທີ່ມີສະໝຸນໄພ. ປະເພນີການເຕັ້ນຈະມີເອກະລັກສະເພາະຕົວ ໃຜເຫັນກໍຕ້ອງຮູ້ເລີຍວ່າມາຈາກປະເທດໃດ.

ວັດທະນະທຳ

ພຶດຕິກຳການຮັບປະທານອາຫານຂອງອິນເດຍຈະແຕກຕ່າງກັນອອກໄປໃນແຕ່ລະພູມີພາກ ແລະ ມີວິຖີຊີວິດທີ່ຕ່າງກັນ. ທາງພາກເໜືອຂອງອິນເດຍແມ່ນນິຍົມປູກເຂົ້າສາລີ ຈຶ່ງນິຍົມກັນຮັບປະທານອາຫານຫຼັກທີ່ເຮັດຈາກແປ້ງສາລີ. ສ່ວນທາງໃຕ້ທີ່ນິຍົມປູກເຂົ້າແມ່ນນິຍົມຮັບປະທານເຂົ້າເປັນອາຫານຫຼັກ. ສຳລັບຄົນອິນເດຍທີ່ອາໄສຢູ່ບໍລິເວນຝັ່ງທະເລຕາເວັນຕົກທາງໃຕ້ຂອງປະເທດ ຈະນິຍົມຮັບປະທານອາຫານທະເລ ແລະ ນິຍົມປຸງອາຫານດ້ວຍກະທິເປັນຫຼັກ ເພາະເປັນແຫຼ່ງປູກໝາກພ້າວສຳຄັນຂອງອິນເດຍ.

ວັດທະນະທຳ

ການຮັບປະທານອາຫານຢູ່ນອກ ສ່ວນຫຼາຍແມ່ນຈະເປັນທີ່ນິຍົມໃນໝູ່ຄົນເມືອງໃຫຍ່, ເຊັ່ນ: ນິວເດລີ ແລະ ມຸມໄບ. ປັດໄຈຫຼັກທີ່ຄົນເລືອກກິນເຂົ້າຢູ່ນອກ ກໍເພາະວິຖີຊີວິດໃໝ່ທີ່ມີເວລາໜ້ອຍລົງ ປະກອບກັບລາຍໄດ້ຕໍ່ປະຊາກອນທີ່ເພີ່ມສູງຂຶ້ນ ໃນໄລຍະວັນຈັນ-ວັນສຸກ ຜູ້ຄົນຈະນິຍົມຊື້ໄປກິນຢູ່ເຮືອນ.

ທຳນຽມການປະຕິບັດໃນການຮັບປະທານອາຫານຂອງຄົນອິນເດຍ ໂດຍທົ່ວໄປຄົນອິນເດຍຈະຮັບປະທານດ້ວຍມື ຈະບໍ່ໃຊ້ສ້ອມ ເຖິງແມ່ນວ່າອາຫານປະເພດນ້ຳ ຫຼື ຈຳພວກແກງ ກໍໃຊ້ມືເຊັ່ນດຽວກັນ. ເປັນການຮັບປະທານທີ່ໄດ້ຣົດຊາດດີກວ່າການໃຊ້ບ່ວງ ຫຼື ສ້ອມ. ຖ້າເປັນອິນເດຍດັ້ງເດີມ ທີ່ປະຕິບັດກັນມາແຕ່ບູຮານຈະໃຊ້ໃບຕອງແທນຈານ ກິນແລ້ວກໍໂຍນຖິ້ມເລີຍ, ບໍ່ຈຳເປັນຕ້ອງລ້າງຖ້ວຍ-ຈານ ໃຫ້ເມື່ອຍ ພ້ອມທັງເຮັດໃຫ້ໃບຕອງນັ້ນສະຫຼາຍລົງໃນດິນໄດ້. ດັ່ງນັ້ນ ໃນໂຕະອາຫານຈະບໍ່ມີອຸປະກອນຫຍັງ ນອກຈາກຖ້ວຍໃສ່ອາຫານ ສ່ວນໜ້ອຍທີ່ຈະມີອຸປະກອນ.

ວັດທະນະທຳ

ໃນການຮັບປະທານອາຫານຕ້ອງໃຊ້ມືເບື້ອງຂວາເທົ່ານັ້ນ ເຊິ່ງມັນບໍ່ແມ່ນເລື່ອງງ່າຍ ສຳລັບຄົນທີ່ບໍ່ເຄີຍໃຊ້ມືມາກ່ອນ, ທີ່ສຳຄັນ ການຮັບປະທານດ້ວຍມື ຫຼື ປາກ ທີ່ເປິເປື້ອນ ກິນຈົນກ້ຽງຈານ ໝາຍຄວາມວ່າບຸກຄົນນັ້ນເປັນຄົນທີ່ຮັບປະທານອາຫານທີ່ສຸພາບທີ່ສຸດ ແລະ ມີມາລະຍາດ. ສ່ວນມືເບື້ອງຊ້າຍຫ້າມໃຊ້ຮັບປະທານອາຫານ ເພາະຖືວ່າເປັນມືທີ່ໃຊ້ຊຳລະລ້າງໃນຫ້ອງນ້ຳ ບໍ່ຄວນເອົາມາໃຊ້ຮັບປະທານອາຫານ. ແຕ່ໃນຊຸມຊົນກໍອາດອະນຸຍາດ ເນື່ອງຈາກເຫັນໃຈຄົນບໍ່ຖະໜັດໃຊ້ມືຂວາ. ການຕັກອາຫານໃສ່ຈານຄວນຕັກເທົ່າທີ່ຕົນຈະອີ່ມ ຕ້ອງກິນຄຳນ້ອຍໆ ໃຫ້ຜູ້ໃຫຍ່ກິນກ່ອນ ເວລາກິນຕ້ອງນັ່ງລົງພື້ນ ຖ້າກິນອາຫານບໍ່ໝົດຖືວ່າບໍ່ໃຫ້ກຽດເຈົ້າພາບ.

Street Food India ມີຫຼາຍຮ້ານທີ່ເຮັດອາຫານໂດຍການໃຊ້ມື ບາງຄັ້ງຄົນກໍຄິດວ່າເປິເປື້ອນ ແຕ່ສຳລັບຄົນອິນເດຍແລ້ວ ມັນຄືວັດທະນະທຳຂອງພວກເຂົາ ໂດຍສະເພາະເຂດຊຸມຊົນ. ແຕ່ໃນເຂດຕົວເມືອງກໍຈະມີສຸຂະອະນາໄມຂຶ້ນ ສ່ວນຫຼາຍແມ່ນຈະຢູ່ໃນເຂດຊຸມຊົນ. ແຕ່ມັນຈະະມີຄວາມພິເສດ ແລະ ມີສະເໜ່ ໄປອີກແບບ ຍ້ອນວັດທະນະທຳຂອງປະເທດເຂົາ ແລະ ປະເພດອາຫານກໍມີເອກະລັກ ມີຄວາມແຊບທີ່ໂດດເດັ່ນ ມີປະຫວັດຄວາມເປັນມາທີ່ຍາວນານ ພ້ອມກັນນີ້ຍັງມີສ່ວນປະສົມອາຫານທີ່ລ້ວນແລ້ວແຕ່ເປັນຊັບພະຄຸນຂອງຖົ່ວ, ສາລີ ແລະ ເຄື່ອງເທດ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/