ເບື້ອງຫຼັງຄວາມງາມຂອງນ້ຳຕົກທີ່ສູງທີ່ສຸດໃນຈີນ ຄື “ທໍໍ່ນ້ຳ”


ອຸທິຍານອິ້ນໄຖຊານ ເຊິ່ງເປັນສະຖານທີ່ທ່ອງທ່ຽວອັນໂດ່ງດັງຂອງປະເທດຈີນ ຕັ້ງຢູ່ໃນມົນທົນຫູໜານ ທາງຕອນກາງຂອງປະເທດຈີນ ພ້ອມກັນນັ້ນຍັງໄດ້ຮັບການຈັດອັນດັບໂດຍກະຊວງວັດທະນະທຳ ແລະ ການທ່ອງທ່ຽວຈີນໃຫ້ເປັນສະຖານທີ່ທ່ອງທ່ຽວລະດັບ AAAAA ເຊິ່ງເປັນລະດັບສູງສຸດ.

ໜຶ່ງໃນບ່ອນທີ່ສຳຄັນຂອງອຸທິຍານອິ້ນໄຖຊານກໍຄື “ນ້ຳຕົກອິ້ນໄຖ” ນ້ຳຕົກທີ່ສວຍງາມພ້ອມກັບມີຄວາມສູງຮອດ 314 ແມັດ ຖືວ່າເປັນນ້ຳຕົກທີ່ສູງສຸດໃນປະເທດຈີນ ແລະ ສູງສຸດໃນອາຊີອີກດ້ວຍ ເຮັດໃຫ້ມີນັກທ່ອງທ່ຽວຈຳນວນຫຼາຍເຂົ້າມາຮັບຊົມ ແລະ ຖ່າຍພາບ.

ເມື່ອວັນທີ 4 ມິຖຸນາ 2024 ທີ່ຜ່ານມາໄດ້ມີນັກທ່ອງທ່ຽວຂຶ້ນໄປຖ່າຍມຸມສູງຂອງອຸທິຍານໂດຍການໃຊ້ໂດຣນ ແລະ ໄດ້ພົບກັບທີ່ມາຂອງນ້ຳຕົກອັນສວຍງາມແຫ່ງນີ້ນັ້ນກໍຄື “ທໍ່ນ້ຳ” ຈຳນວນຫຼວງຫຼາຍ ຊີ້ໃຫ້ເຫັນວ່າ ແຫຼ່ງທີ່ມາຂອງນ້ຳອາດຈະບໍ່ໄດ້ມາຈາກທຳມະຊາດ ພ້ອມກາຍເປັນກະແສໃນໂລກອອນລາຍທັນທີ ວ່ານີ້ແມ່ນການຫຼອກລວງຫຼືບໍ່?.

ຫຼ້າສຸດທາງຝ່າຍບໍລິການຂອງອຸທິຍານອິ້ນໄຊຖານ ໄດ້ອອກມາຊີ້ແຈງວ່າ “ນ້ຳຕົກອາດຈະບໍ່ສາມາດປາກົດຕໍ່ສາຍຕາສາທາລະນະຊົນໃນຮູບລັກທີ່ສວຍງາມທີ່ສຸດໄດ້ອັນເນື່ອງຈາກການປ່ຽນແປງຂອງລະດູ ຈຶ່ງຕ້ອງໄດ້ຮັບການປັບປຸງເລັກນ້ອຍໃນລະດູແລ້ງ”.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/