ເຄີຍຫຼົງກັນບໍ່? ເວລາຂຽນເລກໂຣມັນ ໂດຍສະເພາະເລກ IV ແລະ VI

ເຄີຍຫຼົງກັນບໍ່? ເວລາຂຽນເລກໂຣມັນ

ເຮົາຈະຄຸ້ນເຄີຍກັບ 2 ຕົວເລກນີ້ຢູ່ສະເໝີ ເພາະເປັນຕົວເລກທີ່ໃຊ້ເຂົ້າໃນການຮ່ຳຮຽນສຶກສາ ມີບາງຄັ້ງທີ່ຄິດສົງໄສວ່າລະຫວ່າງ 2 ຕົວເລກນີ້ມີຄວາມໝາຍຄືແນວໃດ ມີຄວາມເປັນມາຄືແນວໃດ ແລະ ມີອິດທິພົນແນວໃດຕໍ່ກັບການຮຽນສຶກສາ.

1.ເລກໂຣມັນ (Roman numerals) ຄືລະບົບຕົວເລກທີ່ມີຕົ້ນກຳເນີດມາຈາກສະໄໝໂຣມັນບູຮານ.

2. ເລກໂຣມັນໃຊ້ຕົວອັກສອນລາຕິນ (ອັກສອນພາສາອັງກິດ) ໃນການບອກຄ່າ ເຊັ່ນ: I=1, V=5, X=10, L=50, C=100, D=500 ແລະ M=1000.

3.ຕົວຢ່າງການໃຊ້ເລກໂຣມັນໃນຊີວິດປະຈໍາວັນເຊັ່ນ: ໜ້າປັດໂມງ ຫຼື ລໍາດັບລົງທ້າຍ ຫຼື ຊື່ບຸກຄົນ ເປັນຕົ້ນ.

4.ຖ້າເລກໂຣມັນຕົວໜ້າມີຄ່າຫຼາຍກວ່າຕົວຫຼັງໃຫ້ນໍາຄ່າຕົວຫຼັງບວກຕົວໜ້າ ເຊັ່ນ: VI ——> 5+1=6

5.ຖ້າເລກໂຣມັນຕົວໜ້າມີຄ່ານ້ອຍກວ່າຕົວຫຼັງໃຫ້ນໍາ ຄ່າຕົວຫຼັງລົບຕົວໜ້າ VI ——> 5-1=4

6.ຖ້າເລກໂຣມັນຄືກັນຂຽນຕິດກັນ ໃຫ້ນໍາມາບວກກັນ ເຊັ່ນ: III  ——> 1+1+1=3 ແຕ່ບໍ່ສາມາດຂຽນຕິດກັນເກີນສາມຕົວໄດ້ເຊັ່ນ: 4 ໃຫ້ຂຽນວ່າ IV ແທນທີ່ຈະເປັນ III.

ເຄີຍຫຼົງກັນບໍ່? ເວລາຂຽນເລກໂຣມັນ

ເລກໂຣມັນ (ພາສາອັງກິດ Roman numerals) ຄືຕົວເລກ ຫຼື ລະບົບຕົວເລກທີ່ມີຕົ້ນກໍາເນີດ ແລະ ໃຊ້ມາຕັ້ງແຕ່ສະໄໝກຸງໂຣມບູຮານ ແລະ ໄດ້ຮັບຄວາມນິຍົມໃຊ້ຢ່າງຫຼວງຫຼາຍໃນຢູໂຣບຕັ້ງແຕ່ນັ້ນມາ. ເຖິງແມ່ນວ່າໃນປັດຈຸບັນຜູ້ຄົນຈະຫັນມາໃຊ້ຕົວເລກອາຣະບິກ ຫຼື ລະບົບຕົວເລກຮິນດູອາຣະບິກ ແຕ່ເລກໂຣມັນກໍຍັງປາກົດໃຫ້ເຫັນຢູ່ໂດຍທົ່ວໄປ ຕົວຢ່າງເຊັ່ນ: ຢູ່ໃນໂມງ, ໃຊ້ລະບຸໜ້າ ຫຼື ບົດໃນປຶ້ມ ສະແດງເຖິງປີກໍ່ຕັ້ງໃນປ້າຍສັນຍະລັກຂອງໜ່ວຍງານ ຫຼື ອົງກອນ ລວມທັງການບອກລຳດັບ. ລະບົບຕົວເລກໂຣມັນເປັນທີ່ນິຍົມໃຊ້ມາຢ່າງຕໍ່ເນື່ອງໃນໂຣມບູຮານ ແລະ ຢູໂຣບ ຈົນມາຮອດສະຕະວັດທີ 14 ໂດຍຫຼັງຈາກນັ້ນເປັນຕົ້ນມາ ກໍໄດ້ຫັນມາໃຊ້ຕົວເລກອາຣະບິກ (Arabic numerals) ທີ່ເຂົ້າໃຈງ່າຍ ແລະ ສະດວກຕໍ່ການໃຊ້ຫຼາຍກວ່າ ຈົນຮອດປັດຈຸບັນ.

ເຄີຍຫຼົງກັນບໍ່? ເວລາຂຽນເລກໂຣມັນ

ຂໍ້ມູນຈາກ:

https://cutt.ly/gKo6y6J

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/