ກອງທັບສະຫະລັດອາເມຣິກາ ກໍາລັງພັດທະນາ Mayhem ໂດຣນບິນຄວາມໄວເໜືອສຽງແບບໄຮ້ຄົນຂັບ

ກອງທັບສະຫະລັດອາເມຣິກາ

ເປັນທີ່ຮູ້ກັນດີແລ້ວວ່າສະຫະລັດອາເມຣິການັ້ນ ເປັນປະເທດມະຫາອຳນາດຂອງໂລກບໍ່ວ່າຈະເປັນທາງເສດຖະກິດ, ເທັກໂນໂລຢີ, ວິທະຍາສາດ ແລະ ອື່ນໆອີກຫຼາຍຢ່າງ. ນອກຈາກນີ້ ສະຫະລັດຍັງຂຶ້ນຊື່ເລື່ອງການພັດທະນາອາວຸດຍຸດໂທປະກອນທີ່ມີຄວາມລ້ຳສະໄໝອີກພ້ອມ ເຊິ່ງຫຼ້າສຸດນີ້ທາງຫ້ອງປະຕິບັດການວິໄຈກອງທັບອາກາດສະຫະລັດອາເມຣິກາບັນລຸຂໍ້ຕົກລົງກັບລີດອສ (Leidos) ບໍລິສັດເທັກໂນໂລຢີດ້ານການບິນ ແລະ ອະວະກາດຊັ້ນນຳ ເພື່ອພັດທະນາໂດຣນບິນຄວາມໄວເໜືອສຽງທີ່ມີຊື່ວ່າເມແຮັມ (Mayhem).

ກອງທັບສະຫະລັດອາເມຣິກາ

ທັງນີ້ຄາດວ່າຫາກການພັດທະນາໂດຣນບິນຄວາມໄວເໜືອສຽງເມແຮມ ປະສົບຄວາມສຳເລັດ ມັນຈະຖືກໃຊ້ງານໃນພາລະກິດສອດແນມຂອງໜ່ວຍຂ່າວກອງສະຫະລັດອາເມຣິກາ ໃນຮູບແບບດຽວກັບທີ່ເຮືອບິນຄວາມໄວເໜືອສຽງ SR-71 Blackbird ສາມາດເຮັດໄດ້ໃນອະດີດ.

ສຳລັບລະບົບຂັບເຄື່ອນຂອງໂດຣນບິນຄວາມໄວເໜືອສຽງເມແຮມ ຄາດວ່າໃຊ້ຮູບແບບປະສົມ (Combined Cycle) ໂດຍການໃຊ້ງານເຄື່ອງຈັກແບບສະແຄຣມເຈັດ (Scramjet) ໂດຣນຈະຕ້ອງເຮັດຄວາມໄວລະດັບ 3 ມັກ (Mach) ຫຼື ປະມານ 3.675 ກິໂລແມັດຕໍ່ຊົ່ວໂມງ ດ້ວຍເຄື່ອງຈັກຈະຫຼວດຮູບແບບອື່ນເຊັ່ນ: ຈະຫຼວດເຊື້ອໄຟ ກ່ອນສະຫຼັບໄປໃຊ້ງານເຄື່ອງຈັກແບບສະແຄຣມເຈັດ ເພື່ອເລັ່ງຄວາມໄວໃຫ້ສູງຂຶ້ນເຖິງລະດັບຄວາມໄວໄຮເປີໂຊນິກ (hypersonic) 5 ມັກ (Mach)  ຫຼື ປະມານ 6.125 ກິໂລແມັດຕໍ່ຊົ່ວໂມງ.

ກອງທັບສະຫະລັດອາເມຣິກາ

ຢ່າງໃດກໍຕາມ ຂໍ້ມູນຂ້າງເທິງນັ້ນເປັນພຽງການຄາດການໂດຍຜູ້ຊ່ຽວຊານ ແລະ ເວັບໄຊໃນຕ່າງປະເທດ ກອງທັບອາກາດສະຫະລັດອາເມຣິກາຍັງບໍ່ເປີດເຜີຍຂໍ້ມູນຂີດຄວາມສາມາດຂອງໂດຣນຮຸ່ນໃໝ່ນີ້ອອກມາຢ່າງເປັນທາງການ.

ທີ່ມາ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/