ເກີດເຫດຕູ້ປາຍັກໃຫຍ່ທີ່ບັນຈຸນ້ຳ 1 ລ້ານລິດ ແລະ ປາກວ່າ 1.500 ໂຕ ລະເບີດອອກກາງໂຮງແຮມຊື່ດັງໃນເຢຍລະມັນ

ເກີດເຫດຕູ້ປາຍັກໃຫຍ່ທີ່ບັນຈຸນ້ຳ 1 ລ້ານລິດ

ສໍານັກຂ່າວຕ່າງປະເທດລາຍງານວ່າ ເກີດເຫດຕູ້ປາຍັກໃຫຍ່ແນວຕັ້ງຊື່ວ່າ ‘AquaDom’ ໃນໂຮງແຮມຣາດິສສັນ ຄອລເລັກຊັ່ນ (Radission Collection Hotel) ທີ່ຕັ້ງຢູ່ໃຈກາງນະຄອນເບີລິນ ລະເບີດອອກມາໃນເວລາ 6 ໂມງເຊົ້າ (ຕາມເວລາທ້ອງຖິ່ນ) ຂອງວັນທີ 16 ທັນວາທີ່ຜ່ານມາ ເຫດການດັ່ງກ່າວສົ່ງຜົນໃຫ້ປາກວ່າ 1.500 ໂຕ ແລະ ນ້ຳຈຳນວນກວ່າ 1 ລ້ານລິດໄຫຼລົ້ນອອກມາ.

ເກີດເຫດຕູ້ປາຍັກໃຫຍ່ທີ່ບັນຈຸນ້ຳ 1 ລ້ານລິດ

ພ້ອມກັນນັ້ນ ໃນເຫດການດັ່ງກ່າວຍັງເຮັດໃຫ້ມີຜູ້ບາດເຈັບຢ່າງໜ້ອຍ 2 ຄົນ ເຊິ່ງໃນຕອນເກີດເຫດຜູ້ບາດເຈັບແມ່ນໄດ້ຖືກສົ່ງຕົວໄປທີ່ໂຮງໝໍແລ້ວ ຂະນະດຽວກັນແຂກ ແລະ ພະນັກງານໃນໂຮງແຮມປະມານ 300 ຄົນຕ້ອງຮີບພາກັນອົບພະຍົບອອກມາຈາກໂຮງແຮມເພື່ອບໍ່ໃຫ້ເກີດອັນຕະລາຍແກ່ຕົນເອງ.

ເກີດເຫດຕູ້ປາຍັກໃຫຍ່ທີ່ບັນຈຸນ້ຳ 1 ລ້ານລິດ
ເກີດເຫດຕູ້ປາຍັກໃຫຍ່ທີ່ບັນຈຸນ້ຳ 1 ລ້ານລິດ

ໃນສ່ວນຂອງສາເຫດຂອງການລະເບີດຄັ້ງນີ້ ທາງເຈົ້າໜ້າທີ່ຜູ້ຊ່ຽວຊານຄາດການວ່າ ເນື່ອງຈາກນະຄອນເບີລິນມີອຸນຫະພູມທີ່ລົດລົງຈົນຮອດ -10 ອົງສາໃນຊົ່ວຂ້າມຄືນ ເຊິ່ງນັ້ນເປັນເຫດໃຫ້ເກີດຮອຍ ແລະ ດ້ວຍມວນສານຂອງນ້ຳທີ່ບັນຈຸໃນຕູ້ປາດັ່ງກ່າວລະເບີດອອກມາ ທາງດ້ານສື່ທ້ອງຖິ່ນຂອງເຢຍລະມັນຄາດວ່າເປັນຍ້ອນຄວາມບົກຜ່ອງທາງເທັກນິກຂອງລະບົບຕູ້ ຂະນະທີ່ທາງດ້ານເຈົ້າໜ້າທີ່ຕໍາຫຼວດຊີ້ວ່າ ຍັງບໍ່ມີຫຼັກຖານວ່າເປັນການກໍ່ເຫດໂດຍຜູ້ບໍ່ປະສົງດີ.

ເກີດເຫດຕູ້ປາຍັກໃຫຍ່ທີ່ບັນຈຸນ້ຳ 1 ລ້ານລິດ

Sandra Weeser ຜູ້ແທນລາສະດອນຂອງເຢຍລະມັນ ແລະ ເປັນແຂກທີ່ພັກໃນໂຮງແຮມຂະນະທີ່ເກີດເຫດ ໄດ້ບອກວ່າ ຕົນເອງຕື່ນມາພ້ອມກັບສຽງລະເບີດຄັ້ງໃຫຍ່ ຄິດວ່າເປັນແຜ່ນດິນໄຫວ “ມີເສດແວ່ນຢູ່ເຕັມໄປໝົດ ເຟນີເຈີ ແລະ ທຸກຢ່າງກໍຖ້ວມໄປດ້ວຍນ້ຳ”, “ມັນຄ້າຍໆຄືກັນກັບເຂດສົງຄາມເລີຍ” Sandra ໃຫ້ສຳພາດກັບສຳນັກຂ່າວ AP.

ເກີດເຫດຕູ້ປາຍັກໃຫຍ່ທີ່ບັນຈຸນ້ຳ 1 ລ້ານລິດ

ເຫດການດັ່ງກ່າວເຮັດໃຫ້ເຈົ້າໜ້າທີ່ດັບເພີງປະມານ 100 ຄົນເລັ່ງເຂົ້າມາໃຫ້ຄວາມຊ່ວຍເຫຼືອ ເຊິ່ງຕ້ອງໄດ້ມີການປິດເສັ້ນທາງຈະລາຈອນໃນພື້ນທີ່ທີ່ໃກ້ທີ່ເກີດເຫດ ພ້ອມນັ້ນຍັງໄດ້ສັ່ງປິດໂຮງແຮມແຫ່ງໜຶ່ງທີ່ຢູ່ບໍລິເວນໃກ້ຄຽງ ເນື່ອງຈາກມີນ້ຳຈຳນວນຫຼາຍໄຫຼລົ້ນອອກມາ.

ສຳລັບ AquaDom ເອີ້ນໄດ້ວ່າເປັນຈຸດທ່ຽວແຫ່ງໜຶ່ງພາຍໃຕ້ການຄວບຄຸມຂອງບໍລິສັດອະຄວາຣຽມ ‘Sea Life’ ໂດຍມັນຖືກສ້າງຂຶ້ນໃນປີ 2003 ແລະ ຫາກໍມີການປັບປຸງຄັ້ງຫຼ້າສຸດເມື່ອ 2020 ທີ່ຜ່ານມາ ໂດຍພາຍໃນຂອງ AquaDom ແມ່ນຈະມີລິຟໃສແນວຕັ້ງ ເຊິ່ງຈະໃຊ້ເວລາ 10 ນາທີໃນການຂຶ້ນລົງ ພ້ອມກັນນັ້ນໃນເຮົາຍັງຈະໄດ້ເຫັນຝູງປາລອຍໄປມາອ້ອມຮອບຕົວລິຟທີ່ເຮົາກໍາລັງໃຊ້ງານຢູ່ ຄ້າຍຄືກັບເຮົາກໍາລັງຢູ່ໃຕ້ທ້ອງທະເລ ແລະ ນັ້ນເອງຄືຈຸດເດັ່ນທີ່ດຶງດູດນັກທ່ອງທ່ຽງໃຫ້ທ່ຽວຊົມຕູ້ປາຍັກໃຫຍ່ແຫ່ງນີ້.

ທີ່ມາ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/